ປະຈຸບັນ ພະລັງງານ ວັດຖຸທີ່ມານຳໃຊ້ເປັນເຊື້ອໄຟ ຫຼື ແກ໊ດ ໃນລາວບໍ່ມີແຫຼ່ງຜະລິດທີ່ໃຫຍ່ທີ່ສາມາດສະໜອງໃຫ້ກັບຄວາມຕ້ອງການຕະຫຼາດພາຍໃນປະເທດໄດ້, ດັ່ງນັ້ນກ່ຽວກັບພະລັງງານດັ່ງກ່າວເກືອບ 100% ແມ່ນນຳເຂົ້າຈາກຕ່າງປະເທດ. ປະຈຸບັນ ມີຫຼາຍອົງກອນ ຫຼື ມີຜູ້ໄປສຶກສາກ່ຽວກັບການຜະລິດແກ໊ດຊີວະພາບ ທີ່ຜະລິດຈາກສິ່ງເສດເຫຼືອຕ່າງໆ ທັງຈາກມູນສັດ ແລະ ເສດອາຫານ ເພື່ອມານຳໃຊ້ໃນຄົວເຮືອນ ເຊິ່ງສາມາດຊ່ວຍປະຢັດລາຍຈ່າຍໃນການຊື້ແກ໊ດ, ຟືນ, ຖ່ານ ມາດັງໄຟເອງ.
ປະຫວັດຄວາມເປັນມາຂອງແກ໊ດຊີວະພາບໃນລາວ ຕັ້ງແຕ່ປີ 1990 ອົງການພັດທະນາແຫ່ງປະເທດເນເທີແລນ (SNV) ໄດ້ໃຫ້ການສະ ໜັບສະໜູນ ໃນການພັດທະນາໂຄງການຜະລິດແກ໊ດຊີວະພາບໃນຫຼາຍປະເທດໃນຂົງເຂດທາງຕາເວັນອອກ ເຊິ່ງປະເທດທຳອິດໃນຂົງເຂດນີ້ແມ່ນປະເທດເນປານ. ໃນປີ 2007 ໄດ້ສ້າງບໍ່ແກ໊ດຈຳນວນ 22.000 ບໍ່, ເຊິ່ງໄດ້ນຳເອົາຜົນປະໂຫຍດມາສູ່ຜູ້ໃຊ້ເຕັກໂນໂລຊີນີ້ຈຳນວນຫຼາຍ. ເມື່ອເຫັນຜົນສຳເລັດດັ່ງກ່າວ ທາງໂຄງການຕົວແບບແກ໊ດຊີວະ ພາບລາວ (BPP) ໄດ້ຕັ້ງຂຶ້ນໃນເດືອນ ທັນວາ ປີ 2006 ໂດຍຜ່ານບົດບັນທຶກຄວາມເຂົ້າໃຈກັນລະຫວ່າງ ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກຳ ແລະ ປ່າໄມ້ຂອງ ສປປ ລາວ ແລະ ອົງການພັດທະນາແຫ່ງປະ ເທດເນເທີແລນ.
ຈຸດປະສົງຂອງໂຄງການນີ້ແມ່ນພັດທະນາເຕັກໂນໂລຊີ ແກ໊ດຊີວະພາບ ເພື່ອປະກອບ ສ່ວນໃນການຫຼຸດຜ່ອນການໃຊ້ຊັບພະຍາກອນທຳມະຊາດ ໂດຍສະເພາະການນຳໃຊ້ເຊື້ອໄຟແບບດັ້ງເດີມເຊັ່ນ: ຟືນ ແລະ ຖ່ານ. ແກ໊ດຊີວະພາບຈະເປັນພະລັງທົດແທນ ແລະ ເປັນການຊ່ວຍປັບປຸງຄຸນນະພາບ ຊີວິດຂອງປະຊາຊົນ. ໃນໄລຍະ 18 ເດືອນທຳອິດຂອງໂຄງການ ຕົວແບບແກ໊ດຊີວະພາບລາວ (BPP)ໄດ້ ກໍ່ສ້າງບໍ່ແກ໊ດຊີວະພາບ ໄດ້ສຳເລັດເຖິງ 160 ບໍ່ ຢູ່ໃນນະຄອນຫລວງວຽງຈັນ ແລະ ແຂວງສະຫວັນນະເຂດ. ປະຈຸບັນແມ່ນກຳລັງຂະຫຍາຍຫຼາຍຂຶ້ນ ( 4 ແຂວງເປົ້າໝາຍແມ່ນ ວຽງຈັນ, ສະຫວັນະເຂດ, ຄຳມ່ວນ ແລະ ຊຽງຂວາງ).
ຍຸດທະສາດທຳອິດຂອງໂຄງການຕົວແບບແກ໊ດຊີວະພາບລາວ (BPP) ແມ່ນສ້າງທີມ ງານທີ່ມີຄວາມຮູ້ ດ້ານແກ໊ດຊີວະພາບຢ່າງນ້ອຍແຂວງລະ 5 ຄົນ ທີ່ເປັນເຈົ້າໜ້າທີ່ທາງພາກລັດ ແລະ ໄດ້ຮັບເງິນຊ່ວຍເຫຼືອຈຳນວນໜຶ່ງຈາກ ອົງການພັດທະນາແຫ່ງປະເທດເນເທີແລນ (SNV). SNV ຍັງໄດ້ເຝິກອົບຮົມນາຍຊ່າງທ້ອງຖິ່ນ ເພື່ອໃຫ້ເຂົາເຈົ້າສາມາດສ້າງບໍ່ແກ໊ດຊີວະພາບດ້ວຍຕົວຂອງເຂົາເຈົ້າເອງໂດຍທີ່ທາງ SNV ຈະຕິດຕາມ ແລະ ໃຫ້ການປຶກສາຢ່າງເປັນປະຈຳ. ສຳລັບມູນຄ່າການສ້າງແມ່ນປະມານ 350-500 ໂດລາ ຂຶ້ນກັບຂະໜາດຂອງບໍ່, ອຸປະກອນກໍ່ ສ້າງບໍ່, ຄ່າແຮງງານແລະ ອື່ນໆ.
ມາຮອດປີ 2008 ທາງໂຄງການໄດ້ຮ່ວມມືກັບ ສູນຄົ້ນ ຄວ້າແລະ ທົດລອງພະລັງງານທົດແທນລາວ ເພາະເຫັນວ່າເປົ້າໝາຍຂອງທັງ ສອງ ອົງການຄື ກັນຄື: ຊ່ວຍໃນການພັດທະນາ ເຂດຊົນນະບົດ ຂອງປະເທດລາວ, ການຮ່ວມມືກັນ ໃນຄັ້ງນີ້ແມ່ນເພື່ອໃຫ້ເກີດປະສິທິພາບສູງກວ່າເກົ່າ. ໂດຍ BPP ຈະໄດ້ກວດສອບ ແລະ ປະເມີນຜົນ, ສໍາຫຼວດຕິດຕາມຜູ້ຊົມໃຊ້ແກ໊ດ ຊີວະພາບປະຈຳປີເຊິ່ງຈະເປັນໂຕຊີ້ບອກເຖິງຜົນສຳເລັດ ແລະ ເປັນແນວໂນ້ມໃຫ້ມີການຊົມໃຊ້ຫຼາຍຂຶ້ນ.
ຄວາມໝາຍຂອງແກດຊີວະພາບ ແກ໊ດຊີວະພາບ ແມ່ນ: ແກ໊ດທີ່ເກີດຈາກຂີ້ສັດ ຫຼື ທາດອົງຄະທາດ ຕ່າງໆທີ່ຖືກຍ່ອຍສະລາຍ. ໂດຍເຊື້ອຈຸລີນຊີໃນສະພາບປາສະຈາກອົກຊີເຈນ (Anaerobic Digestion). ແກ໊ດທີ່ ເກີດຂຶ້ນເປັນແກ໊ດ ປະສົມກັນ ລະຫວ່າງ ແກ໊ດມີເທນ (CH), ແກ໊ດຄາບອນໄດອົກໄຊ (CO2), ແກ໊ດໄນໂຕຼເຈນ (N2), ແກ໊ດ ໄຮໂດຼເຈນ (H2), ແລະ ແກ໊ດໄຮໂດຼເຈນຊັນໄຟ (H-S). ແຕ່ສ່ວນ ໃຫຍ່ແລ້ວຈະປະກອບດ້ວຍແກ໊ດມີເທນເປັນຫຼັກເຊິ່ງມີຄຸນນະສົມບັດໃນການຕິດໄຟໄດ້ ຈຶ່ງເປັນ ພະລັງງານໃຫ້ຄວາມຮ້ອນ, ແສງສະຫວ່າງ ແລະ ໃຫ້ເປັນພະລັງງານໃນການ ແລ່ນເຄື່ອງຈັກໄດ້. ແກ໊ດຊີວະພາບໃຫ້ແສງສະຫວ່າງ, ໃຫ້ອຸນຫະພູມສູງໃນການເຜົາໄໝ້ປະມານ 700 ອົງສາ C ແລະ ໃນ ອຸນຫະພູມຂອງແປວໄຟແມ່ນເຖິງ 850 C.
ຂໍ້ມູນ: ກະຊວງກະສິກຳ ແລະ ປ່າໄມ້