ວິທີປູກຫຍ້າ ເນເປຍ ເພື່ອລ້ຽງງົວ

14 Mar 2025

ຄລິກແຊຣ໌ 0 Facebook WhatsApp

ຫຍ້າ ເນເປຍ ເປັນຫຍ້າຊະນິດໜຶ່ງທີ່ຫຼາຍຄົນນິຍົມປູກໄວ້ເພື່ອລ້ຽງສັດ ເຊິ່ງຈະປູກງ່າຍ, ໃຫຍ່ໄວ ໂດຍສະເພາະແມ່ນຜູ້ທີ່ລ້ຽງສັດໃຫຍ່ເພື່ອເປັນສິນຄ້າເຊັ່ນ: ງົວ, ຄວາຍ, ແບ້ ແລະ ອື່ນໆ, ເນື່ອງຈາກຫຍ້າເນເປຍ ເປັນຫຍ້າທີ່ມີວິຕາມິນ ຫຼື ຄຸນຄ່າທາງອາຫານສູງ ຊ່ວຍໃຫ້ສັດຕຸ້ຍພີ, ໃຫຍ່ໄວ ແລະ ຫຼຸດຕົ້ນທຶນ ເພີ່ມກຳໄລໃນການລ້ຽງໄດ້ຫຼາຍ ເຊິ່ງຫາກມີພື້ນທີ່ປູກໄວ້ເພື່ອລ້ຽງສັດທ່ານກໍ່ສາມາດເຮັດຟາມງົວໄດ້ແລ້ວ.

ไม่มีคำอธิบายรูปภาพ

ຫຍ້າເນເປຍ ເປັນພືດລົ້ມລຸກ ຊະນິດໜຶ່ງທີ່ຄ້າຍຄືກັບ ຫຍ້າຣູຊີ. ເຊິ່ງຫຍ້າຊະນິດນີ້ແມ່ນນຳໃຊ້ແນວພັນຈາກທ່ອນ (ຄືກັບການປູກມັນຕົ້ນ ແລະ ອ້ອຍ) ປູກຄັ້ງໜຶ່ງສາມາດເກັບກ່ຽວຜົນຜະລິດໄດ້ຕະຫຼອດປີ ແລະ ມີອາຍຸເຖິງ 5 ປີ, ສະນັ້ນຈຶ່ງບໍ່ຈຳເປັນຕ້ອງຊອກຫາແນວພັນໃໝ່ໃນທຸກປີ.

ຂັ້ນຕອນທຳອິດ ແມ່ນໃຫ້ໄຖພວນດິນພື້ນທີ່ຈະປູກ ແລະ ຕາກດິນໄວ້ປະມານ 1 ອາທິດ ເພື່ອຂ້າວັດສະພືດ ແລະ ແມງໄມ້ພື້ນດິນ, ຈາກນັ້ນກໍ່ໄຖດິນອີກຄັ້ງເພື່ອຕີດິນໃຫ້ລະອຽດ ພ້ອມທັງປະສົມປຸ໋ຍຄອກ ອາດຈະເປັນຂີ້ງົວ ແລະ ອື່ນໆ  ແລະ ຕາກດິນອີກ 1 ອາທິດ ອາດຈະຕີເປັນແປງ ຫຼື ແຖວກໍ່ໄດ້ແລ້ວຈຶ່ງກະກຽມປູກ.

ไม่มีคำอธิบายรูปภาพ

ຈາກນັ້ນກໍ່ກະກຽມທ່ອນແນວພັນ ທີ່ມີຄວາມຍາວປະມານ 20 ຊັງຕີແມັດ, ກ່ອນຈະນຳແນວພັນລົງປູກຕ້ອງປ່ອຍນໍ້າເຂົ້າແປງໃຫ້ຊຸ່ມກ່ອນແລ້ວຈຶ່ງນຳທ່ອນຫຍ້າເນເປຍມາປູກ ໂດຍການປູກແຕ່ລະສຸມແມ່ນໃຫ້ປູກໃນລັກສະນະຕັ້ງອຽງຢູ່ທີ່ 45 ອົງສາ, ແຕ່ລະສຸມໃຫ້ຫ່າງກັນປະມານ 40-50 ຊັງຕີແມັດ ໄລຍະຫ່າງຂອງແຖວແມ່ນ 1,20 ແມັດ ເຊິ່ງປູກຄືກັບການປູກອ້ອຍ ຫຼັງຈາກປູກແລ້ວໃຫ້ໝັ່ນສັງເກດເບິ່ງດິນບໍ່ໃຫ້ແຫ້ງເກີນໄປ ຫາກເຫັນວ່າດິນແຫ້ງກໍ່ໃຫ້ເປັ່ງນໍ້າໃສ່ ພໍຫຍ້າເນເປຍມີອາຍຸໄດ້ 2 ເດືອນໃຫ້ໃສ່ປຸ໋ຍສູດ   15-15-15 ປະມານ 3 ເປົາໃນພື້ນທີ່ 5 ໄລ່, ຈາກນັ້ນໃຫ້ລໍຖ້າອີກ 2 ເດືອນຕໍ່ໄປ ຫຍ້າເນເປຍກໍ່ເຕີບໂຕພ້ອມຈະໃຫ້ເກັບກ່ຽວຜົນຊຸດທຳອິດໄດ້.

ການຕັດຫຍ້າເນເປຍ ທຸກຄັ້ງແມ່ນໃຫ້ຕັດສະເໝີດິນ ຫຼື ຈຳຕໍ ເພື່ອໃຫ້ເວລາເກີດໜໍ່ໃໝ່ມາຈະໄດ້ໜໍ່ທີ່ສົມບູນ ຫຼັງຈາກຕັດແລ້ວໃຫ້ຫົດນໍ້າເຂົ້າພື້ນທີ່ປູກທັນທີ ພ້ອມກັບໃສ່ປຸ໋ຍບຳລຸງ ໂດຍສະລັບກັນລະຫວ່າງປຸ໋ຍຄອກ ແລະ ປຸ໋ຍເຄມີ ຈຶ່ງຈະຊ່ວຍໃຫ້ເກີດໜໍ່ໃໝ່ໄວກວ່າຊຸດທຳອິດ ໃຊ້ເວລາ 2 ເດືອນກໍ່ໄດ້ຫຍ້າເນເປຍຊຸດໃໝ່ຕັດຂາຍ ຫຼື ຕັດໃຫ້ງົວກິນໄດ້ທັນທີ.

ທີ່ສຳຄັນຫຍ້າເນເປຍ ແມ່ນດູແລງ່າຍບໍ່ຄ່ອຍມີສັດຕູພືດ ດັ່ງນັ້ນຈຶ່ງບໍ່ຈຳເປັນຕ້ອງໃຊ້ຢາປາບສັດຕູພືດມາສີດ ຈຶ່ງປອດໄພທັງຄົນປູກ ແລະ ສັດລ້ຽງ ທີ່ສຳຄັນແມ່ນຫຼຸດຕົ້ນທຶນໃນການຜະລິດ.

Technologychaoba

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ