ລາຄານໍ້າມັນດິບໃນຕະຫຼາດໂລກປັບຕົວລົງສູລະດັບ 67 ໂດລາສະຫະລັດຕໍ່ບາເຣລ ຈາກປັດໄຈຂໍ້ມູນເສດຖະກິດທີ່ອ່ອນແອຂອງຈີນ ເຊິ່ງເປັນຜູ້ນໍາເຂົ້ານໍ້າມັນລາຍໃຫຍ່ສຸດໃນໂລກ ເຊິ່ງຈະເຮັດໃຫ້ຄວາມຕ້ອງການນໍ້າມັນຫຼຸດລົງ ພ້ອມກັບໂອເປັກບວກ ກຽມເພີ່ມການຜະລິດ.
ລາຄານໍ້າມັນດິບ WTI ງວດສົ່ງມອບເດືອນພຶດສະພາ ທີ່ຕະຫຼາດສິງກະໂປ ປິດຕະຫຼາດວັນທີ 10 ມີນາ ຫຼຸດລົງ0,4% ມາຢູ່ທີ່ 66,75ໂດລາຕໍ່ເບເຣລ; ຂະນະທີ່ລາຄານໍ້າມັນດິບ Brent ຫຼຸດລົງ 0,4% ມາຢູ່ທີ່ 70,08ໂດລາຕໍ່ບາເຣລ ຫຼັງຈາກຈຸລະດັບຕໍ່າສຸດຕັ້ງແຕ່ປີ2021 ເມື່ອອາທິດຜ່ານມາ.

ລາຄານໍ້າມັນດິບປັບຫຼຸດລົງຕໍ່ເນື່ອງໃນວັນຈັນ ທີ10 ມີນາ ຈາກປັດໄຈຂ່າວອັດຕາເງິນເຟີ້ຜູ້ບໍລິໂພກຂອງຈີນຫຼຸດລົງຫຼາຍ ກວ່າທີ່ຄາດໄວ້ ແລະ ຢູ່ຕໍ່າກວ່າສູນ ເປັນຄັ້ງອຳອິດໃນຮອບ13 ເດືອນ ຕອກຢໍ້າຄວາມກົດດັນດ້ານເງິນຝືດທີ່ຕໍ່ເນື່ອງໃນຈີນ.
ສ່ວນໃນສະຫະລັດອາເມຣິກາ ເສດຖະກິດ ກຳລັງຜະເຊີນກັບຊ່ວງປ່ຽນຜ່ານ ຫຼັງຈາກດຳເນີນການດ້ານພາສີ. ຂະນະທີ່ປະທານເຟດ ຍອມຮັບເຖິງ ຄວາມບໍ່ແນ່ນອນທາງດ້ານເສດຖະກິດທີ່ເພີ່ມຂຶ້ນ ແຕ່ເຟດບໍ່ຈຳເປັນຕ້ອງຟ້າວຫຼຸດອັດຕາດອກເບ້ຍ.
ລາຄານໍ້າມັນດິບ ຍັງໄດ້ຮັບຜົນກະທົບຈາກປັດໄຈລົບຫຼາຍປະການ ເຊັ່ນສົງຄາມການຄ້າທີ່ເພີ່ມຄວາມຮຸນແຮງຂຶ້ນ, ແຜນການເພີ່ມກຳລັງການຜະລິດຂອງກຸ່ມປະເທດໂອເປັກບວກ ແລະ ການເຈລະນາຢຸດຕິສົງຄາມໃນອູແກຣນ.