ປີນີ້ ຈີນຕັ້ງເປົ້າໝາຍບັນລຸການເຕີບໂຕ 5%

0
43

ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ລະບຸໃນບົດລາຍງານ ວຽກງານລັດຖະບານວ່າ: ໜຶ່ງໃນຄາດໝາຍຕົ້ນຕໍດ້ານການພັດທະນາປີ 2025 ແມ່ນລວມຍອດຜະລິດຕະພັນພາຍໃນຫຼື GDP ເພີ່ມຂຶ້ນປະມານ 5%.

อาจเป็นรูปภาพของ ข้อความ

ເປົ້າໝາຍດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງຄວາມໝັ້ນໃຈຂອງຈີນໃນການພັດທະນາເສດຖະກິດ 2025, ເພາະມັນເປັນເປົ້າໝາຍທີ່ວາງຕາມສະພາບຕົວຈິງໃນປັດຈຸບັນທີ່ເສດຖະກິດໂລກຍັງມີຄວາມບໍ່ແນ່ນອນຢູ່. ຈາກນີ້ຍັງເຫັນໄດ້ວ່າ: ລັດຖະບານຈີນ ວາງນະໂຍບາຍຕາມຄວາມຕ້ອງການຂອງສະພາບການພັດທະນາເສດຖະກິດ, ພ້ອມທັງນຳໃຊ້ມາດຕະການທີ່ສຸມໃສ່ເປົ້າໝາຍຢ່າງຄ່ອງຕົວ ແລະ ສຸມກຳລັງຊຸກຍູ້ການຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ ເຊິ່ງໄດ້ສະແດງໃຫ້ເຫັນເຖິງທ່າແຮງທາງດ້ານລະບອບ ແລະ ກົນໄກຂອງຈີນ, ເປັນການຮັບປະກັນດ້ານນະໂຍບາຍຢ່າງແຂງແຮງເພື່ອບັນລຸເປົ້າໝາຍທີ່ເຮັດໃຫ້ GDP ເພີ່ມຂຶ້ນປະມານ 5% ໃນປີ 2025.

ນອກນີ້, ການພັດທະນາປັນຍາປະດິດຫຼືAI ແລະ ການພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ ກໍຈະເປັນການຄ້ຳຊູອັນແຂງແຮງໃຫ້ແກ່ການບັນລຸເປົ້າໝາຍດັ່ງກ່າວເຊັ່ນດຽວກັນ.

LEAVE A REPLY

Please enter your comment!
Please enter your name here