ສະພາແຫ່ງຊາດ ກຽມເປີດກອງ ປະຊຸມສະໄໝວິສາມັນ ເພື່ອພິຈາລະນາ 4 ເອກະສານສຳຄັນ

0
40

ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄຂຂຶ້ນໃນຕົ້ນອາທິດໜ້າ ເພື່ອພິຈາລະນາ 4 ບົດລາຍງານສຳຄັນ ໂດຍສະເພາະແມ່ນ ບົດລາຍງານຂອງລັດຖະບານ ກ່ຽວກັບວຽກງານກົງຈັກຂອງລັດຖະບານ.

ວັນທີ 11 ມີນາ 2025 ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ຄະນະປະຈໍາສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ ໄດ້ຖະແຫຼງຂ່າວ ກ່ຽວກັບການດໍາເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ວ່າ: ໃນນາມເລຂາທິການສະພາແຫ່ງຊາດ, ຫົວໜ້າກອງເລຂາກອງປະຊຸມສະໄໝວິ ສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX, ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຂໍແຈ້ງມາຍັງບັນດາທ່ານພະນັກງານ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກໍາມະກອນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ແລະ ພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດ ຮັບຊາບກ່ຽວກັບການດໍາເນີນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ດັ່ງນີ້:
ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ໄຂຂຶ້ນ ໃນລະຫວ່າງວັນທີ 17-20 ມີນາ 2025 ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ, ນະຄອນຫຼວງວຽງຈັນ ເຊິ່ງຈະໃຊ້ເວລາດໍາເນີນກອງປະຊຸມທັງໝົດ 4 ວັນ.
ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ພິຈາລະນາ ແລະ ຮັບຮອງເອົາເນື້ອໃນສຳຄັນ ດັ່ງນີ້:

1.ບົດລາຍງານກ່ຽວກັບການປັບປຸງລັດຖະທໍາມະນູນ ສະບັບປີ 2025.
2.ບົດລາຍງານການປັບປຸງກົດໝາຍ ຈໍານວນ 2 ສະບັບ ຄື: ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ແລະ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ.
3.ບົດລາຍງານຂອງລັດຖະບານ ກ່ຽວກັບວຽກງານກົງຈັກຂອງລັດຖະບານ.
4.ບົດລາຍງານ ຂອງລັດຖະບານ ກ່ຽວກັບການຄົ້ນຄວ້ານະໂຍບາຍພິເສດໃຫ້ແກ່ຜູ້ ລົງທຶນໃນນິຄົມອຸດສາຫະກໍາອໍາມະຕະ.
5.ມະຕິສະພາແຫ່ງຊາດ ຈໍານວນ 5 ສະບັບ ຄື:
1)ມະຕິວ່າດ້ວຍການຮັບຮອງເອົາການປັບປຸງລັດຖະທໍາມະນູນ ສະບັບປີ 2025;
2)ມະຕິວ່າດ້ວຍການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງປີ 2025;
3)ມະຕິວ່າດ້ວຍການຮັບຮອງເອົາກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງປີ 2025;
4) ມະຕິວ່າດ້ວຍການຮັບຮອງເອົາວຽກງານຂອງລັດຖະບານ;
5)ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານກ່ຽວກັບການຄົ້ນຄວ້ານະໂຍບາຍພິເສດໃຫ້ແກ່ຜູ້ລົງທຶນໃນນິຄົມອຸດສາຫະກໍາອໍາມະຕະ.

LEAVE A REPLY

Please enter your comment!
Please enter your name here