ກອງປະຊຸມລັດຖະບານ ໄດ້ເນັ້ນໜັກໃສ່ 5 ມາດຕະການ ເພື່ອຍູ້ໜູນການພັດທະນາເສດຖະກິດ ປີ 2025 ໃຫ້ຂະຫຍາຍໂຕ 4,8%ຂຶ້ນໄປ.
ອີງຕາມການຖະແຫຼງຂ່າວຂອງທ່ານ ສອນໄຊ ສິດພະໄຊ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ,ໂຄສົກລັດຖະບານ ກ່ຽວກັບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກຸມພາ 2025ໃຫ້ຮູ້ວ່າ: ຕໍ່ການສະຫຼຸບວຽກງານພົ້ນເດັ່ນປະຈໍາເດືອນກຸມພາ ເຫັນວ່າເຖິງວ່າສະພາບການສາກົນແລະພາກພື້ນຍັງສືບຕໍ່ຜັນແປໄປຢ່າງສັບສົນແລະຄາດເດົາໄດ້ຍາກ,ແຕ່ລັດຖະບານໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາຄາດໝາຍທີ່ລະບຸໄວ້ໃນບັນດາມະຕິສະພາແຫ່ງຊາດ,ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແລະແຜນເງິນຕາທີ່ໄດ້ກໍານົດໄວ້ໃນດຳລັດ ເລກ ທີ702/ນຍຊຶ່ງມີຜົນສໍາເລັດຫຼາຍດ້ານເປັນຕົ້ນ: ການເກັບລາຍຮັບເພີ່ມຂຶ້ນ 64,85% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ມູນຄ່າການນໍາເຂົ້າແລະສົ່ງອອກ (ບໍ່ລວມໂຕເລກນຳເຂົ້າແລະສົ່ງອອກໄຟຟ້າ) ເພີ່ມຂຶ້ນ 11,7%; ອັດຕາເງິນເຟີ້ ຫຼຸດລົງ ຈາກ 15,5% ໃນເດືອນມັງກອນ ເປັນ 12,7% ໃນເດືອນກຸມພາ.
ຕໍ່ກັບມາດຕະການເພື່ອບັນລຸຄາດໝາຍເສດຖະກິດເຕີບໂຕ4,8% ແລະ ຄາດໝາຍມະຫາພາກອື່ນໆທີ່ກໍານົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດແລະແຜນເງິນຕາ2025ກອງປະຊຸມໄດ້ຊີ້ນຳ ໃຫ້ກະຊວງແຜນການ ແລະ ການລົງທຶນ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕາມຄຳເຫັນຂອງສະມາຊິກລັດຖະບານ ໂດຍໃຫ້ເນັ້ນໜັກ 5 ມາດຕະການ ທີ່ປະເທດເຮົາມີທ່າແຮງ ຄື:
1.ມາດຕະການດ້ານກະສິກຳ:ສຸມໃສ່ຜະລິດເປັນສິນຄ້າໃຫ້ແຂງແຮງແລະ ຕິດພັນກັບການປຸງແຕ່ງ, ພ້ອມທັງ ສ້າງປັດໃຈຍູ້ໜູນການຜະລິດໃຫ້ເຂັ້ມແຂງ;
2.ມາດຕະການຜະລິດອຸດສາຫະກຳແລະການຄ້າ: ໃຫ້ຊຸກຍູ້ການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ເຂົ້າສູ່ລວງເລິກ, ສົ່ງເສີມການຜະລິດ-ປຸງແຕ່ງ ທີ່ປະເທດເຮົາມີທ່າແຮງ ເພື່ອທົດ ແທນການນຳເຂົ້າ;
3.ມາດຕະການດ້ານພະລັງງານແລະບໍ່ແຮ່: ສຸມໃສ່ຊຸກຍູ້ບັນດາໂຄງການໄຟຟ້າ ແລະ ບໍ່ແຮ່ ທີ່ພວມດຳເນີນການກໍ່ສ້າງ ໃຫ້ສຳເລັດຕາມແຜນ ແລະ ດຳເນີນການຜະລິດເຕັມຢ່າງເຕັມສ່ວນ;
4.ມາດຕະການດ້ານການທ່ອງທ່ຽວ: ສືບຕໍ່ປັບປຸງໂຄງລ່າງພື້ນຖານການທ່ອງທ່ຽວ ກໍ່ຄືສິ່ງອໍານວຍຄວາມສະດວກຕ່າງໆ, ລວມທັງ ການບໍລິການທ່ອງທ່ຽວ, ກິດຈະກຳທ່ອງທ່ຽວ, ຄວາມສະອາດ ແລະ ປອດໄພ, ພ້ອມທັງ ໂຄສະນາດຶງດູດການທ່ອງທ່ຽວ ໃຫ້ແຂງແຮງ ແລະ ໄດ້ຮັບຜົນດີ;
5.ມາດຕະການດ້ານອຳນວຍຄວາມສະດວກການຂົນສົ່ງສິນຄ້າແລະໂດຍສານ: ສຸມໃສ່ປັບປຸງ ແລະ ກໍ່ສ້າງເສັ້ນທາງ, ດ່ານ, ສະໜາມບິນ… ໃຫ້ສາມາດນຳໃຊ້ ແລະ ບໍລິການໄດ້ດີເປັນປົກກະຕິ, ສະດວກໃຫ້ແກ່ການລົງທຶນ, ຂົນສົ່ງສິນຄ້າ, ການທ່ອງທ່ຽວ, ພ້ອມທັງ ປັບປຸງການບໍລິການຂົນສົ່ງຜ່ານໂລຈິດສະຕິກ ຕາມທ່າບົກ ແລະ ຄ່ຽນຖ່າຍສິນຄ້າ ໃຫ້ມີຄວາມສະດວກ ແລະ ວ່ອງໄວ.