ອົງການສົ່ງເສີມການຄ້າຍີ່ປຸ່ນ ປະຈຳລາວ JETRO Vientiane (Mr. KIKUCHI Yasushi General Director) ເຊິ່ງເປັນອົງການຂຶ້ນກັບ ກະຊວງ ເສດຖະກິດ, ການຄ້າ ແລະ ອຸດສາຫະກຳຍີ່ປຸ່ນ ທີ່ສົ່ງເສີມການຄ້າ ແລະ ການລົງທຶນ ລະຫວ່າງ ສປປ ລາວ ແລະ ປະເທດຍີ່ປຸ່ນ. ໄດ້ຈັດພິທີສະເຫຼີມສະຫຼອງການສ້າງຕັ້ງ ຄົບຮອບ 10 ປີ ທີ່ໂຮງແຮມລາວພລາຊາ ໃນຕອນແລງຂອງ ວັນທີ 13 ມີນາ 2025.
ໃນພິທີດັ່ງກ່າວ ເຂົ້າຮ່ວມໂດຍທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ, ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ, ທ່ານ ຄິດຈິ ຫົວໜ້າຫ້ອງການອົງການສົ່ງເສີມການຄ້າຍີ່ປຸ່ນ ປະຈຳລາວ JETRO Vientiane, ທ່ານ ກະໂຕກະ ຊຸຊຸມຸ KATAOKA Susumu ຮອງປະທານອົງການ JETRO ໂຕກຽວຍີ່ປຸ່ນ ແລະ ຕາງໜ້າຈາກສາພາການຄ້າ ແລະ ອຸດສາຫະກຳຍີ່ປຸ່ນ ປະຈຳລາວ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ພາກເອກະຊົນ ເປັນຈຳນວນຫຼາຍ.
ໃນພິທີດັ່ງກ່າວ ທ່ານ ເພັດ ພົມພິພັກ, ລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ ກໍໄດ້ມອບຫຼຽນກາມິດຕະພາບ ໃຫ້ແກ່ ອົງການ JETRO ປະຈໍາລາວ ຕໍ່ຜົນງານໃນການປະກອບສ່ວນເຂົ້າໃນວຽກງານສົ່ງເສີມການລົງທຶນຈາກປະເທດຍີ່ປຸ່ນ ເຂົ້າມາ ສປປ ລາວ ຕະຫຼອດໄລຍະເວລາ 10 ປີ ຜ່ານມາ. ນອກນີ້, ອົງການ JETRO ແລະ ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ເຊັນລົງນາມໃນບົດບັນທຶກການຮ່ວມມື ຫຼື MOC (Memorandum of Cooperation) ໂດຍມີຈຸດປະສົງເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ສາຍພົວພັນດ້ານການຮ່ວມມືຂອງສອງຝ່າຍ.
ການສ້າງຕັ້ງອົງການສົ່ງເສີມການຄ້າຍີ່ປຸ່ນ ປະຈຳລາວ ໄດ້ຖືກກຳນົດຂຶ້ນ ເນື່ອງຈາກ ໄດ້ຮັບການຂໍຮ້ອງຈາກ ທ່ານ ທອງສິງ ທຳມະວົງ, ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນເດືອນ ສິງຫາ 2012, ຕໍ່ມາ ກໍມີການເຊັນລົງນາມບົດບັນທຶກຄວາມເຂົ້າໃຈການຮ່ວມມື (MOC) ລະຫວ່າງ ທ່ານ ISHIGE Hiroyuki, ປະທານ ອົງການສົ່ງເສີມການຄ້າຍີ່ປຸ່ນ ແລະ ທ່ານ ອາລຸນແກ້ວ ກິດຕິຄຸນ, ຮອງລັດຖະມົນຕີ ກະຊວງ ການຕ່າງປະເທດ ພາຍໃຕ້ການເປັນສັກຂີພະຍານ ໂດຍ ທ່ານ ABE Shinzo, ອະດີດນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ ແລະ ທ່ານ ທອງສິງ ທຳມະວົງ, ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ຫຼັງຈາກນັ້ນ, ອົງການສົ່ງເສີມການຄ້າຍີ່ປຸ່ນ ປະຈຳລາວ ໄດ້ຖືກສ້າງຕັ້ງຂຶ້ນ ໃນວັນທີ 28 ເມສາ 2014 ພາຍໃຕ້ພື້ນຖານຄວາມຮັບຮູ້ທີ່ວ່າ ເປັນອົງການທີ່ສາມາດບັນລຸພາລະບົດບາດອັນໃຫຍ່ຫຼວງ ໃນ ສປປ ລາວ ໄດ້ ໂດຍອີງໃສ່ການກຳນົດທີ່ຕັ້ງທາງຍຸດທະສາດຂອງ ສປປ ລາວ ໃນຖານະເປັນ “ຈຸດເຊື່ອມຕໍ່ທີ່ສຳຄັນໃນການຂົນສົ່ງທາງບົກ ລະຫວ່າງ ບັນດາປະເທດສະມາຊິກອະນຸພາກພື້ນແມ່ນ້ຳຂອງ”, ການເຂົ້າເປັນສະມາຊິກອົງການການຄ້າໂລກ (WTO) ໃນປີ 2013 ແລະ ການສ້າງຕັ້ງປະຊາຄົມເສດຖະກິດອາຊຽນ (AEC) ໃນປີ 2015.
ທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວບາງຕອນວ່າ: ຕາງໜ້າໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ພ້ອມກັບບັນດາທ່ານ ມື້ນີ້ມາເຂົ້າຮ່ວມ ສະເຫຼີມສະຫຼອງ ແລະ
ສະແດງຄວາມຍິນດີຊົມເຊີຍ ຄົບຮອບ 10 ປີ ແຫ່ງໝາກຜົນສຳເລັດ ກໍຄື ການສ້າງຕັ້ງ ສຳນັກງານຜູ້
ຕາງໜ້າອົງການ JETRO ປະຈຳ ສປປ ລາວ ປະກອບສ່ວນເຂົ້າໃນ ການພັດທະນາສາຍພົວພັນ
ເສດຖະກິດ ລະຫວ່າງ ລາວ-ຍີ່ປຸ່ນ ນັບມື້ເຕີບໃຫຍ່ຂະຫຍາຍຕົວ ແໜ້ນແຟ້ນ ຍິ່ງຂື້ນ. ຕະຫຼອດໄລຍະ 10 ປີ ຜ່ານມາ ສໍານັກງານ JETRO ທີ່ນະຄອນຫຼວງວຽງຈັນ ໄດ້ທຸ້ມເທຄວາມພະຍາຍາມ ຈັດຕັ້ງປະຕິບັດໜ້າທີ່ຄວາມຮັບຜິດຊອບ ໃນການສົ່ງເສີມການຄ້າ, ການລົງທຶນຂອງບັນດາວິສາຫະກິດຍິປຸ່ນ ເຂົ້າມາລາວ ເຊິ່ງສາມາດບັນລຸໝາກຜົນອັນພົ້ນເດັ່ນ ເປັນຕົ້ນ ໄດ້ອຳນວຍຄວາມສະດວກໃຫ້ບໍລິສັດຍີ່ປຸ່ນ ເຂົ້າມາຢ້ຽມຢາມລາວເກືອບ ສິບພັນຫົວໜ່ວຍ, ໄດ້ນຳພາຄະນະນັກທຸລະກິດຍີ່ປຸ່ນ ມາສຶກສາສະພາບການລົງທຶນຢູ່ລາວຫຼາຍຄັ້ງ, ໄດ້ປະກອບສ່ວນໃນການຈັດກອງປະຊຸມ, ສຳມະນາ ແລະ ຈັດງານວາງສະແດງຕ່າງໆ, ຈັດງານພົບປະທຸລະກິດ ລາວ-ຍີ່ປຸ່ນ ແລະ ໄດ້ມີການເຊັນການຮ່ວມມືກັບ 07 ພາກສ່ວນຂອງລາວ ເຊິ່ງໃນມື້ນີ້ ກໍຈະໄດ້ເຊັນຮ່ວມກັບ ກະຊວງອຸດສາຫະກຳ ແລະ ການຄ້າ ເປັນພາກສ່ວນທີ 08. ໃນປີ 2025 ເປັນປີສຳຄັນແຫ່ງສາຍພົວພັນການທູດ ລະຫວ່າງ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ ສອງລັດຖະບານ ໄດ້ເປັນເອກະພາບຍົກລະດັບ ການພົວພັນຮ່ວມມືຍຸດທະສາດຮອບດ້ານ, ການ
ຈັດໃຫ້ມີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຈັດກອງປະຊຸມ, ການເຂົ້າຮ່ວມງານ ແລະ ພິທີສຳຄັນຕ່າງໆ ຢູ່ຍີ່ປຸ່ນ ແລະ ລາວ, ໜຶ່ງໃນນັ້ນແມ່ນ ສປປ ລາວ ເຂົ້າຮ່ວມງານວາງສະແດງໂລກ 2025 ຢູ່ໂອຊາກາ.
ວຽກງານຕົ້ນຕໍ ຂອງ ອົງການສົ່ງເສີມການຄ້າຍີ່ປຸ່ນ ປະຈຳລາວ ມີດັ່ງນີ້:
1.ວຽກງານສັງລວມຂໍ້ມູນຂ່າວສານ ໃຫ້ແກ່ ບັນດາບໍລິສັດຍີ່ປຸ່ນ
ພວກເຮົາໄດ້ສະໜອງຂໍ້ມູນຂ່າວສານທີ່ກ່ຽວຂ້ອງກັບສະຖານະການທາງການເມືອງ-ເສດຖະກິດ ແລະ ສະພາບແວດລ້ອມການລົງທຶນ ຂອງ ສປປ ລາວ ໃຫ້ແກ່ ບັນດາບໍລິສັດຍີ່ປຸ່ນ ທີ່ສົນໃຈ ສປປ ລາວ. ໃນໄລຍະ 10 ປີຜ່ານມາ, ອົງການສົ່ງເສີມການຄ້າຍີ່ປຸ່ນ ປະຈຳນະຄອນຫຼວງວຽງຈັນ ໄດ້ສະໜອງຂໍ້ມູນຂ່າວສານໃຫ້ແກ່ ບໍລິສັດຍີ່ປຸ່ນປະມານ 10,000 ບໍລິສັດ (9,955 ບໍລິສັດ) ໂດຍຜ່ານການຢ້ຽມຢາມອົງການຂອງພວກເຮົາ ແລະ ອື່ນໆ.
2. ວຽກງານເຊັນລົງນາມບົດບັນທຶກຄວາມເຂົ້າໃຈ
ພວກເຮົາໄດ້ເຊັນລົງນາມບົດບັນທຶກການຮ່ວມມື ກັບ 7 ອົງການຈັດຕັ້ງ ທີ່ກ່ຽວຂ້ອງ ເພື່ອສົ່ງເສີມການຄ້າ ແລະ ການລົງທຶນ ລະຫວ່າງ ສປປ ລາວ ແລະ ປະເທດຍີ່ປຸ່ນ.
• ກົມສົ່ງເສີມການລົງທຶນ ກະຊວງ ແຜນການ ແລະ ການລົງທຶນ
• ເຂດເສດຖະກິດພິເສດ ສະຫວັນ-ເຊໂນ (Savan Park)
• ເຂດເສດຖະກິດນິຄົມອຸດສາຫະກຳ ແລະ ການຄ້າ ວຽງຈັນໂນນທອງ (VITA Park)
• ເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ
• ເຂດເສດຖະກິດພິເສດ ແບບກວມລວມໄຊເສດຖາ
• ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ (Vientiane Logistics Park)
• ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ (LJI)
3. ການຈັດຕັ້ງປະຕິບັດພາລະກິດສົ່ງເສີມການລົງທຶນ
ພວກເຮົາໄດ້ຈັດຕັ້ງປະຕິບັດພາລະກິດສົ່ງເສີມການລົງທຶນຈຳນວນ 15 ຄັ້ງ ໂດຍມີ ບໍລິສັດຍີ່ປຸ່ນເຂົ້າຮ່ວມ 206 ບໍລິສັດ ຈຸດປະສົງແມ່ນເພື່ອໃຫ້ບໍລິສັດຍີ່ປຸ່ນທີ່ສົນໃຈຢາກລົງທຶນ ໄດ້ເຫັນສະພາບແວດລ້ອມທາງທຸລະກິດໃນ ສປປ ລາວ ໂດຍກົງ ແລະ ແລກປ່ຽນຄຳເຫັນກັບພາກລັດ ແລະ ນັກທຸລະກິດລາວ ເຊິ່ງປະກອບມີ ຂະແໜງການຕ່າງໆ ເປັນຕົ້ນ ກະສິກຳ, ການບໍລິການ, ການຜະລິດ, ການຂົນສົ່ງ ແລະ ໃນປີ 2024 ມີ ຂະແໜງກະສິກຳ, ການຜະລິດ ແລະ ການຫລຸດຜ່ອນອາຍແກັສກາກບອນ. ພວກເຮົາຍັງໄດ້ຕ້ອນຮັບບັນດາສະມາຊິກສະພາການຄ້າ ແລະ ອຸດສາຫະກຳຍີ່ປຸ່ນ ປະຈຳປະເທດໄທ ທີ່ເຂົ້າມາສຶກສາຂໍ້ມູນການລົງທຶນໃນ ສປປ ລາວ ແລະ ຄະນະນັກລົງທຶນຍີ່ປຸ່ນ ພາຍໃຕ້ພາລະກິດດ້ານເສດຖະກິດ ຈາກແຕ່ລະອົງການປົກຄອງທ້ອງຖິ່ນໃນປະເທດຍີ່ປຸ່ນ ເປັນຕົ້ນ ແຂວງ Nara, ແຂວງ Wakayama ແລະ ແຂວງ Aichi.
4. ການເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບເສດຖະກິດ ແລະ ສະພາບແວດລ້ອມທາງທຸລະກິດ ຂອງ ສປປ ລາວ
ປັດຈຸບັນ, ຂໍ້ມູນຂ່າວສານກ່ຽວກັບເສດຖະກິດ ແລະ ສະພາບແວດລ້ອມທາງທຸລະກິດ ຂອງ ສປປ ລາວ ທີ່ໄດ້ຖືກເຜີຍແຜ່ລົງໃນຂ່າວເທິງເວັບໄຊ ມີຈຳນວນ 240 ເທື່ອ ແລະ ມີການໂພສລົງໃນສື່ພາຍນອກ (ເວັບໄຊ NNA ແລະ Toyo Keizai) ອີກ ຫຼາຍກວ່າ 201 ເທື່ອ. ນອກນີ້, ພວກເຮົາຍັງໄດ້ຈັດງານສຳມະນາເພື່ອສະໜອງຂໍ້ມູນຂ່າວສານ ທັງແບບອອນໄລນ໌ ແລະ ອອຟໄລນ໌ອີກ 100 ເທື່ອ. ແລະ ສຳລັບສະມາຊິກຂອງສະພາການຄ້າ ແລະ ອຸດສາຫະກຳຍີ່ປຸ່ນ ປະຈຳລາວ ຈະມີການສະໜອງຂໍ້ມູນຂ່າວສານຫຼາຍກວ່າ 730 ເທື່ອ ໂດຍການສົ່ງຜ່ານທາງບັນຊີລາຍຊື່ອີເມວ ຕ່າງຫາກ.
5. ການຈັດງານວາງສະແດງສິນຄ້າຍີ່ປຸ່ນ ໃນ ສປປ ລາວ
ພວກເຮົາໄດ້ຈັດງານວາງສະແດງສິນຄ້າຍີ່ປຸ່ນ ແລະ ຈັບຄູ່ທຸລະກິດ ເພື່ອແນະນໍາສິນຄ້າ ແລະ ຜະລິດຕະພັນອາຫານຍີ່ປຸ່ນ ທີ່ຍັງບໍ່ທັນມີຢູ່ໃນຕະຫຼາດລາວ, ປັດຈຸບັນ ບໍລິສັດຍີ່ປຸ່ນທີ່ເຂົ້າຮ່ວມວາງສະແດງ ແລະ ການເຈລະຈາທຸລະກິດ ກັບ ຜູ້ຊື້ ໃນ ສປປ ລາວ ທັງໝົດມີ 108 ບໍລິສັດ. ປັດຈຸບັນ, ພວກເຮົາໄດ້ຈັດກອງປະຊຸມທາງທຸລະກິດໄປແລ້ວ 19 ເທື່ອ ທັງແບບອອນໄລນ໌ ແລະ ອອຟໄລນ໌ ໂດຍກວມເອົາຫຼາຍຂະແໜງການ ເປັນຕົ້ນ ອາຫານ, ເຄື່ອງໃຊ້ປະຈຳວັນ, ກະສິກຳ, ການແພດ, ການຮັກສາສຸຂະພາບ ແລະ ຜະລິດຕະພັນສີຂຽວ-ຄວາມເປັນກາງທາງກາກບອນ ແລະ ໄດ້ຈັດຕັ້ງການເຈລະຈາທຸລະກິດ 387 ຄູ່. ໝາກຜົນຂອງການເຈລະຈາທຸລະກິດເຫຼົ່ານັ້ນ, ໄດ້ເຮັດໃຫ້ຜູ້ຊົມໃຊ້ມີໂອກາດເຫັນຜະລິດຕະພັນ ແລະ ການບໍລິການຂອງຍີ່ປຸ່ນ ໃນ ສປປ ລາວ ຫຼາຍຂຶ້ນ ໃນປັດຈຸບັນ.
6. ສື່ສິ່ງພິມ
• ພວກເຮົາຈັດທຳປຶ້ມຄູ່ມືແນະນຳການລົງທຶນໃນ ສປປ ລາວ ທຸກໆປີ ເຊິ່ງກວມເອົາກົດໝາຍ, ລະບຽບການ, ລະບົບພາສີ-ອາກອນ ແລະ ລະບົບບັນຊີ ຂອງ ສປປ ລາວ.
ນອກນີ້, ພວກເຮົາຍັງໄດ້ສ້າງປຶ້ມຊື່ “ລາວ 100 – ນັກທຸລະກິດໃນລາວ” ທີ່ມີເຫຼັ້ມດຽວໃນໂລກ ເພື່ອແນະນໍາບໍລິສັດລາວທີ່ມີບົດບາດໃນ ສປປ ລາວ ໃຫ້ບໍລິສັດຍີ່ປຸ່ນໄດ້ຮູ້ຈັກ. ສື່ນີ້ຈະຊ່ວຍໃຫ້ບໍລິສັດຍີ່ປຸ່ນພິຈາລະນາວ່າ ໃນສປປ ລາວ ມີບໍລິສັດໃດແດ່ ແລະ ສາມາດຮ່ວມມືເປັນຫຸ້ນສ່ວນກັບບໍລິສັດໃດແດ່. ທັງໝົດມີ 3 ເຫຼັ້ມ ຄື: ພາກທີໜຶ່ງ, ພາກທີສອງ ແລະ ພາກກະສິກຳ.
ພ້ອມນັ້ນ, ເມື່ອບໍ່ດົນມານີ້, ພວກເຮົາໄດ້ສ້າງປຶ້ມຄູ່ມືແນະນຳຮ້ານອາຫານ ແລະ ຮ້ານຄ້າ ເພື່ອແນະນໍາຕະຫຼາດອາຫານ ແລະຜະລິດຕະພັນຍີ່ປຸ່ນໃນ ສປປ ລາວ ເຊິ່ງກຳລັງມີການຂະຫຍາຍຕົວຢ່າງວ່ອງໄວໃນ ສປປ ລາວ.
7. ການຊ່ວຍເຫຼືອດ້ານຫັດຖະກໍາ
ນັບແຕ່ ສ້າງຕັ້ງອົງການປີ 2014 ຫາ 2019, ພວກເຮົາຍັງໄດ້ປະກອບສ່ວນເຂົ້າໃນການສົ່ງເສີມອຸດສາຫະກໍາຫັດຖະກໍາລາວ. ພວກເຮົາໄດ້ສົ່ງຜູ້ຊ່ຽວຊານຫຼາຍທ່ານມາໃຫ້ຄຳແນະນຳດ້ານເຕັກນິກ, ຈັດສຳມະນາເຜີຍແຜ່ຂໍ້ມູນຂ່າວສານ, ຈັດຝຶກອົບຮົມໃນປະເທດຍີ່ປຸ່ນ ແລະ ວາງສະແດງຜະລິດຕະພັນໃນງານວາງສະແດງຂອງຂວັນ. ພວກເຮົາຍັງໄດ້ມີສ່ວນຮ່ວມໃນການຕັ້ງຮ້ານຂາຍສິນຄ້າແນະນຳ ຢູ່ສະໜາມບິນ Haneda, ສະໜາມບິນ Narita ແລະ ສະໜາມບິນ Kansai ເພື່ອສົ່ງເສີມການຂາຍເຄື່ອງຫັດຖະກຳ ຂອງ ສປປ ລາວ ໃນປະເທດຍີ່ປຸ່ນ. ນອກນີ້, ພວກເຮົາຍັງໄດ້ຈັດທຳແຜ່ນພັບຕ່າງໆ ເປັນຕົ້ນ “ໂຄງການອອກແບບລາວ-ຍີ່ປຸ່ນ” ແລະ “ໂຄງການວັດສະດຸຈາກລາວ” ເພື່ອສ້າງຄວາມຮັບຮູ້ກ່ຽວກັບຫັດຖະກໍາຂອງລາວ ໃນຕະຫຼາດຍີ່ປຸ່ນ.
8. ການຍົກລະດັບຄວາມຮູ້ປະສົບການຂອງເຈົ້າໜ້າທີ່ພາກລັດ
•ເພື່ອໃຫ້ເຈົ້າໜ້າທີ່ພາກລັດມີໂອກາດຮຽນຮູ້ກ່ຽວກັບເສດຖະສາດການພັດທະນາ, ພວກເຮົາຈຶ່ງໄດ້ເປີດໂອກາດໃຫ້ມີການຝຶກອົບຮົມ ຜ່ານໂຄງການ IDEAS Overseas Fellows ທີ່ສະຖາບັນພັດທະນາເສດຖະກິດໃນອາຊີ (IDE-JETRO) ເຊິ່ງທຸກໆປີ ມີເຈົ້າໜ້າທີ່ຈາກ ກະຊວງ ອຸດສາຫະກຳ ແລະ ການຄ້າ, ກະຊວງ ແຜນການ ແລະ ການລົງທຶນ, ທະນາຄານ ແຫ່ງ ສປປ ລາວ ແລະ ພາກສ່ວນອື່ນໆ ເຂົ້າຮ່ວມການຝຶກອົບຮົມແບບທາງອອນໄລນ໌ ແລະ ໃນປະເທດຍີ່ປຸ່ນ.
•ພວກເຮົາຈັດສໍາມະນາສົ່ງເສີມການລົງທຶນໃນ ສປປ ລາວ ທຸກໆປີ ໂດຍຮ່ວມມືກັບ Asean Japan Center.
•ໃນເວລາທີ່ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄປຢ້ຽມຢາມຍີ່ປຸ່ນ ໃນປີ 2023, ພວກເຮົາໄດ້ຈັດງານສຳມະນາການລົງທຶນ ທີ່ສຳນັກງານໃຫຍ່ຂອງອົງການ JETRO. ນອກນີ້, ໃນເດືອນມັງກອນ ປີນີ້, ເນື່ອງໃນໂອກາດຄົບຮອບ 70 ປີ ແຫ່ງ ການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຍີ່ປຸ່ນ-ລາວ, ພວກເຮົາກໍໄດ້ຈັດກອງປະຊຸມພົບປະນັກທຸລະກິດຂັ້ນສູງແບບໂຕະມົນ ລາວ-ຍີ່ປຸ່ນ ເຊິ່ງໄດ້ຮັບກຽດເປັນປະທານໂດຍ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ເປັນກຽດເຂົ້າຮ່ວມໂດຍ ບັນດາຜູ້ແທນຂັ້ນສູງ ແລະ ຜູ້ບໍລິຫານຂັ້ນສູງຂອງ ວິສາຫະກິດ ລາວ ແລະ ຍີ່ປຸ່ນ.
9. ກິດຈະກໍາຂອງສະພາການຄ້າ ແລະ ອຸດສາຫະກໍາຍີ່ປຸ່ນ ປະຈຳລາວ
ນັບແຕ່ ສ້າງຕັ້ງອົງການສົ່ງເສີມການຄ້າຍີ່ປຸ່ນ ປະຈຳລາວ, ພວກເຮົາຍັງໄດ້ຮັບໜ້າທີ່ເປັນກອງເລຂາຂອງສະພາການຄ້າ ແລະ ອຸດສາຫະກຳຍີ່ປຸ່ນ ປະຈຳລາວ. ພວກເຮົາໄດ້ຈັດ ແລະ ບັນທຶກ ກອງປະຊຸມຄະນະບໍລິຫານງານ ປະຈໍາເດືອນ, ຈັດງານສໍາມະນາໃນກອງປະຊຸມຕາມປົກກະຕິ ແລະ ກອງປະຊຸມປຶກສາຫາລື ລະຫວ່າງ ພາກລັດ-ເອກະຊົນ ຮ່ວມກັບ ສະຖານ ທູດຍີ່ປຸ່ນ ປະຈໍາລາວ, ອົງການ JICA ປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງ ເພື່ອລາຍງານພາກລັດຮັບຮູ້ບັນຫາຄົງຄ້າງກ່ຽວກັບການປັບປຸງສະພາບແວດລ້ອມທາງທຸລະກິດ ທີ່ບໍລິສັດຍີ່ປຸ່ນພົບຄວາມຫຍຸ້ງຍາກໃນການດຳເນີນທຸລະກິດ ໃນ ສປປ ລາວ.