ພິທີປະກາດແຕ່ງຕັ້ງ ປະທານສານ ປະຊາຊົນ ແຂວງຫຼວງພະບາງ ແລະຮອງປະທານສານປະຊາຊົນ ເຂດ I ແຂວງຫຼວງພະບາງ ໄດ້ຈັດຂື້ນ ໃນວັນທີ 12 ມິນາ 2025 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໂດຍເປັນປະທານຂອງ ທ່ານ ນາງ ວຽງທອງ ສີພັນດອນ ປະທາສານປະຊາຊົນສູງສຸດ, ມີປະທານສະພາປະຊາຊົນແຂວງ, ພ້ອມດ້ວຍຜູ້ຕາງໜ້າພະແນກການອ້ອມຂ້າງແຂວງ ແລະພະນັກງານຂົງເຂດອົງການຕຸລາການ ເຂົ້າຮ່ວມ.

ພິທີ ຕາງໜ້າກົມ ຈາກສານປະຊາຊົນສູງສຸດ ໄດ້ຜ່ານຂໍ້ຕົກລົງຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການແຕ່ງຕັ້ງ ທ່ານ ນາງ ສຸກສະຫວັນ ພົມສະຫວັນ ຜູ້ພິພາກສາຊັ້ນ 4, ຮັກສາການປະທານສານປະຊາຊົນແຂວງ ຫຼວງພະບາງ ເປັນປະທານສານປະຊາຊົນ ແຂວງຫຼວງພະບາງ ຢ່າງເປັນທາງການ, ທັງໄດ້ຜ່ານຂໍ້ຕົກລົງຂອງ ຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການແຕ່ງຕັ້ງ ທ່ານ ສີວຽງຊອງ ອິນສີຊຽງໃໝ່ ຜູ້ພິພາກສາຊັ້ນ 2, ຫົວໜ້າຄະນະສານອາຍາ ສານປະຊາຊົນເຂດ 1 ແຂວງຫຼວງພະບາງ ແລະທ່ານ ທອງພອນ ມະນີພອນ ຜູ້ພິພາກສາຊັ້ນ 2 ຫົວໜ້າຄະນະສານຄອບຄົວ ສານປະຊາຊົນ ເຂດ 2 ແຂວງຫຼວງພະບາງ ເປັນຮອງປະທານສານປະຊາຊົນ ເຂດ 1 ແຂວງຫຼວງພະບາງ. ຈາກນັ້ນ ທ່ານ ນາງ ວຽງທອງ ສີພັນດອນ ໄດ້ໃຫ້ກຽດມອບຂໍ້ຕົກລົງ ໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງຢ່າງສົມກຽດ ທັງມີຄຳເຫັນໂອ້ລົມ ຕື່ມອີກ.

ຂ່າວ-ພາບ: ເພັດສາຄອນ ສີມມະວົງ