ຂົວອູ່ ຂ້າມນ້ຳມ່າ ຈຸດບ້ານແຜ້ ຕໍ່ໄປຈະສວຍງາມຂະໜາດໃດ

13 Mar 2025

ຄລິກແຊຣ໌ 0 Facebook WhatsApp

ໃນວັນທີ 11 ມີນາ 2025 ແຂວງຫົວພັນໄດ້ຈັດພິທີເປີດໂຄງການກໍ່ສ້າງຂົວອູ່ຂ້າມນ້ຳມ່າ ຢູ່ບ້ານແຜ້ ເມືອງແອດ  ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄຳແພງ ໄຊສົມແພງ ເຈົ້າແຂວງຫົວພັນ, ມີບັນດາການນຳແຂວງ, ເມືອງ ແລະ ຕາງໜ້າບໍລິສັດຮັບເໝົາກໍ່ສ້າງ-ເຈົ້າຂອງໂຄງການ, ຕະຫລອດຮອດອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນບ້ານແຜ້ ເຂົ້າຮ່ວມ.

May be an image of 10 people and text
ຂົວອູ່ຂ້າມນ້ຳມ່າ ທີ່ຈະສ້າງມີລວງຍາວ 162 ແມັດ, ກວ້າງ 2,4 ແມັດ, ກໍ່ສ້າງດ້ວຍເຫລັກເປັນສ່ວນໃຫຍ່, ທັງສອງຟາກມີເສົາເບຕົງເສີມເຫລັກເພື່ອຈ່ອງສາຍຂົວ, ລວມມູນຄ່າທັງໝົດ 9 ຕື້ກວ່າກີບ, ເປັນທຶນຂອງລັດຖະບານ ສປປ ລາວ ໂດຍແມ່ນ ບໍລິສັດກຸ່ມບຸນທະວີຊັບ ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງໂດຍເລີ່ມຕົ້ນກໍ່ສ້າງນັບແຕ່ມື້ເປີດໂຄງການເປັນຕົ້ນໄປ ເຊິ່ງຈະໃຊ້ເວລາໃນການກໍ່ສ້າງ 8 ເດືອນຈຶ່ງຈະສຳເລັດ.

May be an image of 5 people and text

ທັງນີ້, ກໍເພື່ອທົດແທນຂົວໄມ້ໄຜ່ ທີ່ປະຊາຊົນໄດ້ກໍ່ສ້າງໃນທຸກໆປີ, ເພື່ອເຮັດໃຫ້ພໍ່ແມ່ປະຊາຊົນ, ນ້ອງນັກຮຽນພາຍໃນບ້ານແຜ້ ແລະ ບ້ານໃກ້ຄຽງ ໄດ້ເດີນທາງໄປ-ມາ ມີຄວາມສະດວກສະບາຍຂຶ້ນກວ່າເກົ່າ.

May be an image of 1 person and text that says 'ส้าๆยิออู่ล้ามนี้ำม่า บ้าบแผ้, เมืองแอด แลวงห่อพับ ท๊: 11/03/2025 /2025 บเมร่สางโดย: B5 ด ทุ่มบุมทะวิลุ้บ วิลุ้บ จำวัด UNTHAV SUB GROUP JNTHAVYSUBGROUPCO,LTD CO.,LTD ถ่าภาบภ็ส้าง: 46.688.000 ทับ ะเอลาภจบภ่ส้าๆ:'

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ