ອຸດົມໄຊລົງເສົາເອກເລີ່ມພັດທະນາຕຶກບໍລິການປີ່ນປົວໂຮງໝໍແຂວງ

12 Mar 2025

ຄລິກແຊຣ໌ 0 Facebook WhatsApp

ວັນທີ 11 ມີນາ 2025 ທີ່ໂຮງໝໍແຂວງອຸດົມໄຊ ໄດ້ຈັດພິທີ ລົງເສົາເອກໂຄງການກໍ່ສ້າງ ແລະ ພັດທະນາຕຶກບໍລິການປີ່ນປົວໂຮງໝໍແຂວງ ຂຶ້ນ ໂດຍມີ ທ່ານບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ, ທ່ານ ຄໍາມະນີ ໄຊດວງຕາ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 4, ທ່ານ ຫຸມພັນ ອິນທະມຸງຄຸນ ຫົວໜ້າພະແນກສາທາລະນະສຸກແຂວງ, ມີອາດີດການນຳ, ບໍລິສັດ ອາຍາລອນດິຣ ຈຳກັດຜູ້ດຽວ ແລະ ແຂກເຊິນຈາກພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.

May be an image of 9 people and text
ໃນພິທີໄດ້ຮັບຟັງການລາຍງານການກະກຽມວຽກງານຂອງໂຄງການ, ເຊິ່ງໂຄງການດັ່ງກ່າວ ແມ່ນການຮ່ວມມືລະຫວ່າງພະແນກສາທາລະນະສຸກແຂວງອຸດົມໄຊ ກັບບໍລິສັດ ອາຍາລອນດິຣ ຈໍາກັດຜູ້ດຽວ ທີ່ໄດ້ມີການລົງນາມເຊັນສັນຍາຮ່ວມກັນຕາມເອກະສານເລກທີ 1518/ຮໝຂ ລົງວັນທີ 20 ທັນວາ 2024 ໃນຫົວຂໍ້ການສ້າງ ແລະ ພັດທະນາຕຶກບໍລິການທັນສະໄໝຢູ່ໂຮງໝໍແຂວງອຸດົມໄຊ. ຈາກນັ້ນ, ທ່ານ ເຈົ້າແຂວງອຸດົມໄຊ ໄດ້ຍົກໃຫ້ເຫັນບັນຫາຫຼາຍດ້ານ ໃນການພັດທະນາໂຮງໝໍ ແລະ ເນັ້ນໜັກ ໃຫ້ຄະນະພັກ, ຄະນະນໍາຂອງໂຮງໝໍ ກຽມຄວາມພ້ອມຫຼາຍດ້ານໃນປັດຈຸບັນ ແລະ ໃນຕໍ່ໜ້າ.

May be an image of 9 people and text

ມີດ້ານພື້ນຖານໂຄງລ່າງ, ອຸປະກອນການແພດ ທີ່ດີແລ້ວ ຈະຕ້ອງພັດທະນາຍົກລະດັບບຸກຄະລະກອນທາງການແພດ ໃຫ້ມີຄວາມຮູ້ຄວາມສາມາດ, ມີລະບົບການບໍລິຫານຄຸ້ມຄອງທີ່ດີ ປະກອບເຂົ້າຢູ່ໃນຕຶກບໍລິການ ທີ່ທັນສະໄໝທີ່ຈະເກີດຂຶ້ນ, ເຮັດໃຫ້ແຂວງອຸດົມໄຊ ມີໃບໜ້າອັນໃໝ່ ທີ່ພົ້ນເດັ່ນດ້ານວຽກງານ ປິ່ນປົວ ໃຫ້ກາຍເປັນໂຮງໝໍພາກທີ່ທັນສະໄໝ ເພື່ອຮອງຮັບການບໍລິການປິ່ນປົວ ໃຫ້ປະຊາຊົນພາຍໃນແຂວງ ແລະ ແຂວງໃກ້ຄຽງໃຫ້ມີຄຸນນະພາບ ກ້າວໄປສູ່ໂຮງໝໍເພິ່ງຕົນເອງໃນອະນາຄົດ. ຈາກນັ້ນ, ໄດ້ພ້ອມກັນລົງເສົາເອກ ເພື່ອເປັນສິລິມຸງຄູນໃຫ້ແກ່ໂຄງການດັ່ງກ່າວຕື່ມອິກ.

May be an image of 1 person, dais and text

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ