ຖ້າເປັນຈິງ ດາໝົດ ຈະກາຍເປັນນັກເຕະລາວຄົນທໍາອິດໄດ້ຫຼິ້ນໃນລີກສູງສຸດຫວຽດນາມ

12 Mar 2025

ຄລິກແຊຣ໌ 0 Facebook WhatsApp

ຂ່າວລືໃນວົງການບານເຕະລາວເມື່ອ ທີມຈາກ ຫວຽດນາມ ຕົກລົງດືງ ດາໝົດ ນັກເຕະທີມຊາດລາວ ໄປຮ່ວມທີມ ແລະ ແນ່ນອນຈະເຮັດໃຫ້ ດາໝົດ ທອງຄຳສະຫວັດ ກຽມກາຍເປັນນັກເຕະບານຈາກລາວຄົນທຳອິດ ໄດ້ລົງຫລິ້ນໃນລີກສູງສຸດຂອງຫວຽດນາມ

ຂ່າວດັງໃນມື້ນີ້ວັນທີ 13 ມີນາ 2025 ເມື່ອມີຫຼາຍສື່ໃນຫວຽດນາມ ນຳສະເໜີຂ່າວ ສະໂມສອນບານເຕະ ແທັງຮວາ (Thanh Hoa FC) ທີມໃນລີກສູງສຸດຂອງຫວຽດນາມ (V-League) ຢືນຢືນບັນລຸຂໍ້ຕົກລົງກັບ ດາໝົດ ທອງຄຳສະຫວັດ ກອງກາງທີມຊາດລາວ ອາຍຸ 20 ປີ ຂອງສະໂມສອນເອສຣາ ແຊັມລີກສູງສຸດຂອງລາວ ແລະ ຊະນະເລີດຂັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ລະດູການນີ້.
ສໍາລັບ ດາໝົດ ຖືວ່າເປັນນັກເຕະລາວ ທີ່ມີເຊື້ອສາຍຫວຽດນາມ ເພາະມີມີປູຍ່າ ແລະ ພີ່ນ້ອງອາໄສຢູ່ ກວາງບິ່ງ ທາງພາກກາງຂອງຫວຽດນາມ ໃກ້ກັບແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດຂອງ ສປປ ລາວ ເພາະແອັດກະເຄີຍໄປບາດ ດາໝົດ ທອງຄໍາສະຫວັດ ທີ່ແຂວງຈໍາປາສັກ ມາແລ້ວ ຄອບຄົວລາວກະຢາກອອກຫວຽດນາມ ຕອນທີ່ແອັດໄດ້ລົມນໍາ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ