ສານປະຊາຊົນສູງສຸດແຕ່ງຕັ້ງ ແລະ ສັບປ່ຽນບ່ອນປະຈໍາການພະນັກງານຫຼາຍຄົນ

0
424

ໃນວັນທີ 11 ມີນາ ນີ້ທີ່ ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດພິທີປະກາດການຈັດຕັ້ງ ສັບປ່ຽນບ່ອນປະຈໍາການ ຂອງຫົວໜ້າຫ້ອງການສານປະຊາຊົນສູງສຸດ, ແຕ່ງຕັ້ງຕໍາແໜ່ງບໍລິຫານ ແລະ ສັບຊ້ອນພາຍໃນສານປະຊາຊົນສູງສຸດ ຂຶ້ນ ພາຍໃຕ້ການເປັນປະທານຂອງທ່ານ ບຸນຂວາງ ທະວີສັກ ຮອງເລຂາຄະນະບໍລິຫານງານພັກ ຮອງປະທານສານປະຊາຊົນສູງສຸດ ຊຶ່ງມີຫົວໜ້າກົມ, ຄະນະສານ ແລະ ສະຖາບັນຄົ້ນຄວ້າ-ຝຶກອົບຮົມ, ຜູ້ພິພາກສາເຂົ້າຮ່ວມ.

May be an image of 7 people and text
ໃນພິທີໄດ້ຜ່ານ ຂໍ້ຕົກລົງ ຂອງປະທານສານສານປະຊາຊົນສູງສຸດ ວ່າດ້ວຍການ ແຕ່ງຕັ້ງ ແລະ ສັບປ່ຽນບ່ອນປະຈໍາການຂອງພະນັກງານສານປະຊາຊົນ ດັ່ງລຸ່ມນີ້: 1) ທ່ານ ແສງສຸວັນ ຈັນທະລຸນນະວົງ ຜູ້ພາກສາ ຊັ້ນສີ່ ຫົວໜ້າຄະນະສານຄອບຄົວ ເປັນຫົວໜ້າຄະນະສານແພ່ງ, 2) ທ່ານ ນາງ ທັນສະໄໝ ຊາມູນຕີ ຜູ້ພິພາກສາ ຊັ້ນສີ່ ແຕ່ງຕັ້ງ ເປັນຫົວໜ້າຫ້ອງການສານປະຊາຊົນສູງສຸດ,
3) ທ່ານ ຈິດຕາວັນ ວົງໄຊ ຜູ້ພິພາກສາ ຊັ້ນສີ່ ຮອງປະທານສານປະຊາຊົນນະຄອນຫຼວງວຽງຈັນ ມາປະຈໍາການຢູ່ຄະນະສານເດັກ ສານປະຊາຊົນສູງສຸດ,
4) ທ່ານ ທິບພະສອນ ລາດວົງໄຊ ຜູ້ພິພາກສາ ຊັ້ນສອງ ຫົວໜ້າຫ້ອງການ ເລື່ອນເປັນຜູ້ພິພາກສາຊັ້ນສາມ ສັບປ່ຽນບ່ອນປະຈໍາການ ໄປປະຈໍາການຢູ່ສານປະຊາຊົນພາກໃຕ້,
5) ທ່ານ ໄຊສົມພອນ ເພັດຊົມພູ ຜູ້ພິພາກສາ ຊັ້ນສີ່ ສັບຊ້ອນ ແຕ່ງຕັ້ງເປັນ ຮັກສາການຫົວໜ້າຄະນະສານຄອບຄົວ,
6) ທ່ານ ເພັດສົມພອນ ວົງພິລາ ຮອງຫົວໜ້າກົມກວດກາ ສານປະຊາຊົນສູງສຸດ ແຕ່ງຕັ້ງເປັນຮອງຫົວໜ້າຫ້ອງການສານປະຊາຊົນສູງສຸດ ແລະ
7) ທ່ານ ສາຍເພັດ ແກ້ວມະນີວົງ ວິຊາການ ຂຶ້ນເປັນຮອງຫົວໜ້າພະແນກ ຂອງກົມຈັດຕັ້ງ-ພະນັກງານ ສານປະຊາຊົນສູງສຸດ.

May be an image of 3 people and text
ທ່ານ ບຸນຂວາງ ທະວີສັກ ໄດ້ໂອ້ລົມໃນພິທີວ່າ: ການແຕ່ງຕັ້ງ ແລະ ສັບປ່ຽນບ່ອນປະຈໍາການ ຂອງພະນັກງານສານປະຊາຊົນ ແມ່ນສະແດງໃຫ້ເຫັນເຖິງຜົນງານການເຄື່ອນໄຫວວຽກງານ ຂອງພະນັກງານສານປະຊາຊົນທັງໝົດ ທີ່ຍາດມາໄດ້ຕະຫຼອດໄລຍະຜ່ານມາ, ພ້ອມທັງເປັນການສະແດງເຖິງຜົນສຳເລັດຂອງພະນັກງານ ໃນການປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍຈາກການຈັດຕັ້ງ ທີ່ໄດ້ມີຄວາມບຸກບືນ, ຜ່ານຜ່າ, ສຸມທຸກເຫື່ອແຮງ, ສະຕິປັນຍາ ປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ວຽກງານ ທີ່ການຈັດຕັ້ງ ພັກ-ລັດ ມອບໝາຍໃຫ້ດ້ວຍຜົນສຳເລັດຫຼາຍດ້ານ.

ພ້ອມດຽວກັນນີ້ ໃນຕໍ່ໜ້າຕ້ອງໄດ້ພ້ອມກັນເອົາໃຈໃສ່ຕື່ມ:
ສືບຕໍ່ນໍາພາປັບປຸງແບບແຜນວິທີນໍາພາຂອງຄະນະໜ່ວຍພັກ, ໂດຍສະເພາະ ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຕ້ອງຝຶກຝົນຫຼໍ່ຫຼອມຕົນເອງ ມີການແບ່ງງານ, ແບ່ງຄວາມຮັບຜິດຊອບພາຍໃນຄະນະໜ່ວຍພັກຢ່າງຈະແຈ້ງ, ຂາດຕົວ. ນໍາພາ-ຊີ້ນໍາຕາມແຜນການ, ຈຸດສຸມ, ຄາດໝາຍທີ່ກໍານົດໄວ້, ພ້ອມທັງມີການຕິດຕາມກວດກາ, ປະເມີນຜົນ, ມີການສະຫຼຸບ, ຖອດຖອນບົດຮຽນ, ສ່ອງແສງລາຍງານ, ເສີມຂະຫຍາຍຫົວຄິດປະດິດສ້າງຂອງບັນດາສະຫາຍສະມາຊິກພັກ ຕາມຫຼັກການສຽງສ່ວນໜ້ອຍຂຶ້ນກັບສຽງສ່ວນຫຼາຍ, ບຸກຄົນຂຶ້ນກັບການຈັດຕັ້ງເມື່ອຕົກລົງເປັນມະຕິແລ້ວ ຕ້ອງປະຕິບັດຕາມມະຕິຢ່າງເຂັ້ມງວດ;

May be an image of 4 people and text

ປະຕິບັດແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ, ຂໍ້ກຳນົດ, ກົດລະບຽບຂອງພັກ, ກົດໝາຍຂອງລັດ, ກວດກາການປະພຶດປະຕິບັດໜ້າທີ່ວຽກງານຂອງສະມາຊິກພັກ – ພະນັກງານສານປະຊາຊົນ ເປັນປົກກະຕິ ເພື່ອຄຸ້ມຄອງ, ປ້ອງກັນສະມາຊິກພັກ, ກໍຄືພະນັກງານຂອງສານປະຊາຊົນແຂວງ, ເຂດ ໃຫ້ມີຄວາມປອດໃສ,ເຂັ້ມແຂງ ແລະ ໜັກແໜ້ນ ແລະ ບໍ່ເສື່ອມຄຸນປ່ຽນທາດ;

ສືບຕໍ່ນໍາພາອົງການຈັດຕັ້ງມະຫາຊົນ, ນໍາພາ-ຊີ້ນໍາຄະນະຊາວໜຸ່ມ, ສະຫະພັນແມ່ຍິງ ແລະ ສະຫະພັນກໍາມະບານ ໃຫ້ເຄື່ອນໄຫວຕາມພາລະບົດບາດ, ໜ້າທີ່ ແລະ ຂໍ້ແຂ່ງຂັນຂອງແຕ່ລະອົງການວາງອອກໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຂະບວນການຟົດຟື້ນ ແລະ ມີຜົນສຳເລັດ.
(ຂ່າວ: ສປສສ)

LEAVE A REPLY

Please enter your comment!
Please enter your name here