ກ່ອນໜ້ານີ້ ເອສະຣາ ເອັຟຊີ ສະໂມສອນທີ່ຢູ່ໃນວົງການບານເຕະລາວມາຢ່າງຍາວນານ ຕ້ອງໃຊ້ເວລາເຖິງ 13 ປີໃນການກ້າວສູ່ລີກສູງສຸດຂອງ ສປປ ລາວ ກ່ອນຈະສາມາດປົດລ໋ອກຄວາມແຊັມໄດ້ສໍາເລັດໃນ ເປບຊີ ລາວລີກ 1 ລະດູການ 2024/2025 ແລະ ຫຼ້າສຸດສາມາດຄວ້າແຊັມລາຍການທີ 2 ໃນປີ 2025 ກໍຄືການຄວ້າແຊັມບານເຕະ ຊິງຂັນ ພະນະທ່ານ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ປະຈຳປີ 2024/2025 ເຮັດໃຫ້ເປັນສະໂມສອນໃນລາວທີ່ສາມາດກວາດເງິນລາງວັນໄປຄອງຫຼາຍທີ່ສຸດຕໍ່ປີເຖິງ 650.000.000 ກີບ.
ກ່ອນໜ້ານີ້ ເອສະຣາ ເກັບໄຊຊະນະ ເປັນນັດທີ 12 ຈາກທັງຫມົດ 14 ນັດ ສ່ວນທີ່ເຫລືອ ສະເໜີ 2 ນັດເສຍ 0 ຍິງໄດ້ 56 ປະຕູ ເສຍ 13 ປະຕູ,ມີ 38 ຄະແນນ ແລະ ເອສະຣາ ຄວ້າແຊັມ ປະຫວັດສາດ ການແຂ່ງຂັນບານເຕະເປບຊີ ລາວລີກ 1 ລະດູການ 2024/2025 ເປັນສະໄຫມທຳອິດ ພາຍຫຼັງ ສ້າງຕັ້ງສະໂມສອນ ມາໄດ້ 22 ປີ ແລະ ນັບແຕ່ມື້ສົ່ງເຂົ້າຮ່ວມແຂ່ງຂັນລີກສູງສຸດໃນປີ 2012 ( 10 ກວ່າປີ ) ໂດຍ ເອສະຣາ ໄດ້ຮັບຂັນຊະນະເລີດ, ຫລຽນ ແລະ ເງິນລາງວັນ 450 ລ້ານກີິບ.
ຫຼ້າສຸດໃນທ້າຍອາທິດທີ່ຜ່ານມາ ວັນທີ 8 ມີນາ 2025 ເອສະຣາ ເອັຟຊີ ສາມາດເອົາຊະນະ ຊ້າງນ້ອຍ ເອັຟຊີ 2-1 ໃນການຕໍ່ເວລາພິເສດ ຫຼັງຈາກທີ່ສະເໝີກັນ 1-1 ໂດຍ ເອສະຣາ ໄດ້ປະຕູຈາກ ເບີ 8 ດາຫມົດ ທອງຄຳສະຫວັດ ນາທີ 45 ແລະ ເບີ 4 ອານັນຕະຊາ ສີພົງພັນ ນາທີ 97 ຂະນະທີ່ ຊ້າງນ້ອຍ ໄດ້ປະຕູຈາກ ເບີ 9 ກີ້ດາວອນ ສຸວັນນີ ນາທີ 77.
ຈາກຜົນດັ່ງກ່າວ ເຮັດໃຫ້ ເອສະຣາ ເອັຟຊີ ສ້າງປະຫວັດສາດຄວ້າ 2 ແຊັມຄື: ຄວ້າແຊັມເປບຊີ ລາວລີກ 1 ຄັ້ງທໍາອິດ ແລະ ຄວ້າແຊັມບານເຕະ ຊິງຂັນ ພະນະທ່ານ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ປະຈຳປີ 2024/2025 ເຮັດໃຫ້ລວມ 2 ລາຍການ ເອສະຣາ ເອັຟຊີ ກວາດເງິນລາງວັນໄປເຖິງ 650.000.000 ກີ ( ແບ່ງເປັນ ແຊັມເປບຊີ ລາວລີກ 1 ຈໍານວນ 450.000.000 ກີບ ແລະ ແຊັມບານເຕະ ຊິງຂັນ ພະນະທ່ານ ນາຍົກ ລັດຖະມົນຕີ ຈໍານວນ 200.000.000 ກີບ ) ທີ່ຜ່ານມາກໍມີຫຼາຍສະໂມສອນທີ່ເຄີຍຄວ້າແຊັມໄດ້ 2 ລາຍການແຕ່ທີ່ຜ່ານມາເງິນລາງວັນບໍ່ສູງເທົ່ານີ້ມາກ່ອນ ເພາະແຕ່ລະປີຈະມີການເພີ່ມເງິນລາງວັນຂຶ້ນເລື້ອຍໆ.
ຂ່າວ: Larh Creators ; ຮູບຈາກ: Lao League 1 ລາວລີກ 1