ອັດຕາເງິນເຟີ້ ເດືອນກຸມພາ ປີ 2025 ເພີ່ມຂຶ້ນ 12,7%

0
51

ອັດຕາເງິນເຟີ້ເດືອນກຸມພາ ປີ 2025 ເພີ່ມຂຶ້ນ 12,7% ໝວດສິນຄ້າທີ່ມີອັດຕາເງິນເຟີ້ສູງກວ່າໝູ່ແມ່ນ ໝວດຮັກສາສຸຂະພາບ ແລະ ຢາ, ຖັດລົງມາແມ່ນໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫູງຕົ້ມ.

ອີງຕາມບົດລາຍງານດັດຊະນີລາຄາ ປະຈໍາເດືອນ ກຸມພາ 2025 ຂອງສູນສະຖິຕິແຫ່ງຊາດ ກະຊວງແຜນການແລະການລົງທຶນ ອັດຕາເງິນເຟີ້ ເດືອນກຸມພາ 2025 ສືບຕໍ່ເໜັງຕີງເພີ່ມຂຶ້ນໃນຈັງຫວະທີ່ຊ້າລົງຈາກເດືອນຜ່ານມາ, ໂດຍອັດຕາເງິນເຟີ້ ຢູ່ໃນລະດັບ 12,7% (ເດືອນມັງກອນ 2025 ແມ່ນ 15,5%) ເຊິ່ງທຸກໝວດສິນຄ້າແມ່ນເໜັງຕີງເພີ່ມຂຶ້ນໃນຈັງຫວະທີ່ຊ້າລົງ.
ໝວດສິນຄ້າທີມີອັດຕາເງິນເຟີ້ສູງກວ່າໝູ່ແມ່ນ ໝວດຮັກສາສຸຂະພາບ ແລະ ຢາ ເຊິ່ງມີອັດຕາເງິນເຟີ້ຢູ່ໃນລະດັບ 22,7%; ໃນນີ້ລາຄາຢາເພີ່ມຂຶ້ນ23,6%
ຖັດລົງມາແມ່ນໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫູງຕົ້ມ ເພີ່ມຂຶ້ນ21,8%;
ໝວດການສຶກສາ ເພີ່ມຂຶ້ນ20,7%;
ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ20,3% ແລະ ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ19%.
ເມື່ອສົມທຽບລະດັບການປ່ຽນແປງລາຄາ ເດືອນຕໍ່ເດືອນ ເຫັນວ່າ ຢູ່ໃນລະດັບ ຫຼຸດລົງ -0,3%. ໃນນັ້ນ, ໝວດສິນຄ້າທີ່ເໜັງຕີງ ຫຼຸດລົງ ມີໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ຫຼຸດລົງ -1% ; ໝວດຄົມມະນາຄົມ ແລະ ການຂົນສົ່ງ ຫຼຸດລົງ -0,1%.


ສາເຫດທີ່ສົ່ງຜົນເຮັດໃຫ້ອັດຕາເງິນເຟີ້ເດືອນກຸມພາ 2025 ເໜັງຕີງເພີ່ມຂຶ້ນໃນຈັ່ງຫວະທີ່ຊ້າລົງ ຕົ້ນຕໍແມ່ນ ຍ້ອນສະພາບອັດຕາແລກປ່ຽນສືບຕໍ່ມີສະຖຽງລະພາບດີຂຶ້ນ ບວກກັບສະພາບການຜະລິດກະສິກໍາ ໂດຍສະເພາະພືດຜັກຍັງຢູ່ໃນໄລຍະທີ່ສາມາດຜະລິດ ແລະ ສະໜອງໄດ້ຫຼາຍຂຶ້ນ.
ຫາກມາເບິ່ງສະພາບອັດຕາເງິນເຟີ້ສິນຄ້າພາຍໃນ ແລະ ສິນຄ້ານໍາເຂົ້າ ເຫັນວ່າອັດຕາເງິນເຟີ້ສິນຄ້າພາຍໃນ ແມ່ນຄິດໄລ່ຈາກ 230 ລາຍການ ກວມເອົາ 47,4% ຂອງລາຍການ ສິນຄ້າທັງໝົດ ແລະ ກວມເອົານໍ້າຫນັກ 69,3%. ໂດຍອັດຕາເງິນເຟີ້ສິນຄ້າພາຍໃນ ເດືອນກຸມພາ 2025 ຢູ່ໃນ ລະດັບ 13,5%.
ສໍາລັບອັດຕາເງິນເຟີ້ສິນຄ້ານໍາເຂົ້າ ແມ່ນຄິດໄລ່ຈາກ 255 ລາຍການ ກວມເອົາ 52,6% ຂອງລາຍການ ສິນຄ້າທັງໝົດ ແລະ ກວມເອົານໍ້າໜັກ 30,7%. ໂດຍອັດຕາເງິນເຟີ້ສິນຄ້ານໍາເຂົ້າ ເດືອນກຸມພາ 2025 ຢູ່ໃນລະດັບ11,2%.

LEAVE A REPLY

Please enter your comment!
Please enter your name here