ເສັ້ນທາງສາຍຫຼັກບຶງທາດຫຼວງ ໄລຍະນີ້ມີລົດບັນທຸກໜັກແລ່ນເຂົ້າ-ອອກຈໍານວນຫຼາຍ ເນື່ອງຈາກມີການພັດທະນາຂະຫຍາຍພື້ນທີ່ອອກ ເຮັດໃຫ້ມີບາງຈຸດ ທາງເປ່ເພ, ດິນໜ້າທາງມີການຍຸບ ແລະ ໂນນຂຶ້ນ ທັງມີຝຸ່ນລະອອງໄງ່ກຸ້ມ ຕາມການສັນຈອນຂອງລົດ ເຮັດໃຫ້ບົດບັງວິໄສທັດໃນການເບິ່ງເຫັນທ້ອງຖະໜົນຖະໜົນ ສ່ຽງເກີດອຸບັດເຫດສູງ ສະນັ້ນ ທາງໜ່ວຍງານພັດທະນາເຂດ ແມ່ນມີຈຸດຫຼີກເວັ້ນສໍາລັບລົດທີ່ຈະສັນຈອນ.
ກ່ອນໜ້ານີ້ບໍ່ດົນ ເສັ້ນທາງສາຍຫຼັກເຂດ ເຂດເສດຖະກິດບຶງທາດຫຼວງນະຄອນຫຼວງວຽງຈັນ ທີ່ຕັດຜ່ານຈາກຖະໜົນກຳແພງເມືອງຢູ່ໄຟແດງໂພນທັນ ຫາ ສາມແຍກໂນນຫວາຍ ໄດ້ມີການເປ່ເພ ເນື່ອງຈາກມີພາຫະນະລົດບັນທຸກໜັກ ທີ່ຮັບໃຊ້ວຽກງານກໍ່ສ້າງພັດທະນາໃນເຂດເສດຖະກິດພິເສດ ເຮັດໃຫ້ການສັນຈອນໄປມາພົບ ຄວາມຫຍຸ້ງຍາກ ແລະ ສ່ຽງຕໍ່ການເກີດອຸບັດເຫດ.
ມາໃນວັນທີ 17 ກຸມພາ 2025 ເຂດເສດຖະກິດພິເສດບຶງທາດຫຼວງ ໄດ້ອອກແຈ້ງການປິດເສັ້ນທາງໃຫຍ່ ເພື່ອສ້ອມແປງ ໂດຍຫ້າມພາຫະນະຕ່າງໆຜ່ານເຂດດັ່ງກ່າວ ເພື່ອເປັນການປ້ອງກັນບໍ່ໃຫ້ເກີດອຸບັດຕິເຫດ, ພ້ອມທັງຫຼີກລ່ຽງການລົບກວນໃນການສ້ອມແປງ. ໂດຍໄດ້ກຳນົດທາງເວັ້ນ ໃຫ້ລົດເບົາ ຜ່ານໄປທາງໜອງບຶງໃຫຍ່.
ດ້ານພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ກໍໄດ້ອອກແຈ້ງການໃນວັນທີ 19 ກຸມພາ 2025 ເຖິງປະຊາຊົນ, ອໍານາດການປົກຄອງບ້ານ, ຫ້ອງການ ຍທຂ ເມືອງ, ພະແນກຈະລາຈອນ ນະຄອນຫຼວງວຽງຈັນ; ເລື່ອງ: ປິດເສັ້ນທາງແຕ່ໄຟອໍານາດໂພນທັນ ຫາ ສາມແຍກບ້ານໂນນຫວາຍ (ກໍຄືເສັ້ນທາງສາຍຫຼັກເຂດເສດຖະກິດບຶງທາດຫຼວງ).
ໂດຍລະບຸວ່າ: ຕາມການລາຍງານ ຂອງຄະນະຄຸ້ມຄອງເຂດເສດຖະກິດພິເສດບຶງທາດຫຼວງ ໃຫ້ຮູ້ວ່າມີການເປ່ເພຂອງເສັ້ນທາງສາຍຫຼັກໃນເຂດເສດຖະກິດ ບຶງທາດຫຼວງ (ບໍລິເວນຕະຫຼາດລາວ) ເນື່ອງຈາກມີພາຫະນະລົດບັນທຸກຫນັກ ທີ່ຮັບໃຊ້ວຽກງານກໍ່ສ້າງໃນເຂດເສດຖະກິດພິເສດເອງ.
ເພື່ອປ້ອງກັນອັນຕະລາຍ ແລະ ຮັບປະກັນຄວາມປອດໄພຕໍ່ຊີວິດ ແລະ ຊັບສິນຂອງພໍ່ແມ່ປະຊາຊົນ, ທະຫານ, ຕໍາຫຼວດ ແລະ ທຸກຊັ້ນຄົນ. ພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຈຶ່ງມີຄວາມຈໍາເປັນ ໃນການປິດເສັ້ນທາງແຕ່ສີ່ແຍກໄຟອໍານາດໂພນທັນ ເຂົ້າເຂດເສດຖະກິດພິເສດ ຫາ ສາມແຍກບ້ານໂນນຫວາຍ ນັບແຕ່ວັນທີ 19 ກຸມພາ 2025 ຈົນກວ່າຄະນະຄຸ້ມຄອງເຂດເສດຖະກິດພິເສດບຶງທາດຫຼວງຈະໄດ້ສ້ອມແປງສໍາເລັດ, ເນື່ອງຈາກ ເສັ້ນທາງນີ້ເປັນເສັ້ນທາງສາຍຫຼັກ ທີ່ຂຶ້ນກັບເຂດເສດຖະກິດພິເສດບຶງທາດຫຼວງ.
ສໍາລັບຜູ້ທີ່ມີຄວາມຈໍາເປັນຈະຕ້ອງໄດ້ນໍາໃຊ້ເສັ້ນທາງ ໃນຊ່ວງດັ່ງກ່າວ ແມ່ນຕ້ອງໄດ້ປະຕິບັດຕາມປ້າຍເຕືອນ ປ້າຍແນະນໍາ ແລະ ການກໍານົດທິດທາງການຈະລາຈອນ ຍານພາຫະນະຢ່າງເຄັ່ງຄັດ ເພື່ອຄວາມປອດໄພ.
ຈາກການລົງຕິດຕາມ ຂອງທີມຂ່າວເສດຖະກິດ ການຄ້າໃນຕອນແລງວັນທີ 4 ມີນາ ກໍເຫັນວ່າ ໄດ້ມີການນຳເອົາດິນມາຖົມຈຸດທີ່ເປ່ເພ, ຕິດປ້າຍເຕືອນ ປ້າຍແນະນໍາ. ຢ່າງໃດກໍຕາມ ກໍເຫັນວ່າມີລົດເບົາລົດຈັກ ຂັບຜ່ານເສັ້ນທາງສາຍຫຼັກເຂດທີ່ປິດປັບປຸງຢູ່ ເຮັດໃຫ້ຜູ້ຂັບຂີ່ເກີດຄວາມຫຍຸ້ງຍາກ ທັງສ່ຽງຕໍ່ການເກີດອຸບັດເຫດ.
ດັ່ງນັ້ນ ຄວນຫລີກເວັ້ນການສັນຈອນຜ່ານເຂດການກໍ່ສ້າງ ເພື່ອເປັນການປ້ອງກັນບໍ່ໃຫ້ເກີດອຸບັດເຫດ, ພ້ອມທັງຫຼີກລ່ຽງການລົບກວນໃນການສ້ອມແປງ ເຮັດໃຫ້ການສ້ອມແປງສຳເລັດໂດຍໄວ.
ແມ່ຄ້າ ຂາຍອາຫານ ແລະ ເຄື່ອງດື່ມໃນເຂດເສດຖະກິດພິເສດບືງທາດຫຼວງ ໄດ້ໃຫ້ສໍາພາດກັບທີມຂ່າວເສດຖະກິດການຄ້າວ່າ: ໃນໄລຍະນີ້ການສັນຈອນແມ່ນຂ້ອນຂ້າງຫຼຸດລົງ ເນື່ອງຈາກສະພາບທາງເປ່ເພ ແລະ ຍັງມີຝຸ່ນລະອອງປິວໄປທົ່ວ ຍ້ອນມີລົດຂົນສົ່ງໜັກແລ່ນຜ່ານຢູ່ຕະຫຼອດເວລາ, ສໍາລັບ ການສັນຈອນຂອງພໍ່ແມ່ປະຊາຊົນກໍ່ເບົາບາງ ແຕ່ກໍມີຈໍານວນໜຶ່ງທີ່ເລືອກໃຊ້ເສັ້ນທາງນີ້ ເນື່ອງຈາກອາດມີສາເຫດຈາກສະຖານທີ່ເຮັດວຽກບໍ່ໄກ ປະຢັດເວລາ ຖ້າທຽບໃສ່ ການເວັ້ນໄປທາງອື່ນ.
ພະນັກງານຢູ່ໃນເຂດເສດຖະກິດບຶງທາດຫຼວງ ໃຫ້ສໍາພາດວ່າ ຕົນເອງແມ່ນໄດ້ທຽວທາງເປັນປະຈໍາ ແຕ່ໄລຍະນີ້ແມ່ນມີຄວາມຫຍຸ້ງຍາກພໍສົມຄວນ ຂໍໃຫ້ຜູ້ປະສົງຈະທຽວທາງດັ່ງກ່າວໃຫ້ເພີ່ມຄວາມລະວັງຫຼາຍຂຶ້ນ ໂດຍໃຫ້ປະຕິບັດຕາມປ້າຍແນະນໍາ ແລະ ປ້າຍຫ້າມທີ່ທາງເຈົ້າໜ້າທີ່ເພິ່ນກໍານົດໄວ້.