ສຳມະນາການຄຸ້ມຄອງ ການເກັບຊື້, ການປຸງແຕ່ງແລະ ການສົ່ງອອກມັນຕົ້ນ

11 Mar 2025

ຄລິກແຊຣ໌ 0 Facebook WhatsApp

ກອງປະຊຸມສໍາມະນາ ກ່ຽວກັບການຄຸ້ມຄອງ, ການເກັບຊື້, ການປຸງແຕ່ງ ແລະ ການສົ່ງອອກມັນຕົ້ນ ຈັດຂຶ້ນໃນວັນທີ 6 ມີນາ ຢູ່ ນະຄອນປາກເຊ ແຂວງຈໍາປາສັກ ໂດຍການເປັນປະທານຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ.
ເຂົ້າຮ່ວມມີທ່ານລັດຖະມົນຕີກະຊວງກະສິກໍາ ແລະ ປ່າ ໄມ້, ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານເຈົ້າແຂວງ ຈໍາປາສັກ, ຮອງລັດຖະມົນຕີກະຊວງທີ່ກ່ຽວຂ້ອງ, ຮອງເຈົ້າແຂວງຈໍາປາສັກ, ບັນດາທ່ານ ຫົວໜ້າ ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນ ແລະ ບັນດາພະແນກການທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ, ສະພາການຄ້າ ແລະ ອຸດສາຫະກຳ, ສະມາຄົມມັນຕົ້ນ, ນັກທຸລະກິດ – ຜູ້ປະກອບການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕາງໜ້າໃຫ້ລັດຖະບານ ກໍຄືຕາງໜ້າໃຫ້ແກ່ຄະນະອໍານວຍ ຄວາມສະດວກດ້ານການຄ້າ ແລະ ການຂົນສົ່ງຂັ້ນສູນກາງ ມີຄໍາເຫັນວ່າ: ກອງປະຊຸມໃນຄັ້ງນີ້ ສຸດທີ່ມີ ຄວາມໝາຍສໍາຄັນຫຼາຍ, ພວກເຮົາຈະໄດ້ຮັບຟັງການສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ການຄຸ້ມຄອງການຜະລິດມັນຕົ້ນ, ການເກັບຊື້, ການປຸງແຕ່ງ ຕະຫຼອດຮອດການສົ່ງອອກ ແລະ ມາດຕະການແກ້ໄຂ, ການຄຸ້ມຄອງໂຮງງານປຸງແຕ່ງມັນຕົ້ນ, ການຄົ້ນຄວ້າການຍົກສະມັດຕະພາບມັນຕົ້ນ, ການຄຸ້ມຄອງລາຄາ ແລະ ການສົ່ງອອກມັນຕົ້ນ ໃນໄລຍະຜ່ານມາ ແລະ ແຜນການຕໍ່ໜ້າ.


ຈາກນັ້ນ ພວກເຮົາຈະໄດ້ພ້ອມກັນຄົ້ນຄວ້າ ປະກອບຄໍາເຫັນປຶກສາຫາລືກັນ ກ່ຽວກັບ ບັນດາຫົວຂໍ້ດັ່ງກ່າວ ໂດຍສະເພາະການຜະລິດ, ການປຸງແຕ່ງ, ການສົ່ງອອກມັນຕົ້ນ ເຊິ່ງເຫັນໄດ້ວ່າ ນັບແຕ່ປີ 2021 ເປັນຕົ້ນມາ, ການຜະລິດມັນຕົ້ນແມ່ນມີການຂະຫຍາຍຕົວຢ່າງກວ້າງຂວາງ ແລະ ໄວວາ, ບັນດາໂຮງງານປຸງແຕ່ງແປ້ງມັນຕົ້ນ ກໍໄດ້ເພີ່ມຂຶ້ນ, ມູນຄ່າການສົ່ງອອກມັນຕົ້ນ ກໍມີການເພີ່ມຂຶ້ນສູງ ທັງໃນຮູບແບບແປ້ງມັນຕົ້ນ, ມັນຕົ້ນແຫ້ງ ແລະ ມັນຕົ້ນດິບ.
ທ່ານຮອງນາຍົກລັດຖະມົນຕີ ກ່າວຕື່ມອີກວ່າ: ໂດຍລວມແລ້ວ ສະພາບການຜະລິດ ແລະ ສົ່ງອອກ ມັນຕົ້ນ ມີທັງດ້ານດີທີ່ເປັນທ່າແຮງ ແລະ ມີທັງບັນຫາຂໍ້ຫຍຸ້ງຍາກທີ່ເປັນສິ່ງທ້າທາຍ ທີ່ພວກເຮົາຈະຕ້ອງໄດ້ຮ່ວມກັນຄົ້ນຄວ້າປຶກສາຫາລື ເພື່ອເສີມຂະຫຍາຍດ້ານດີທີ່ເປັນທ່າແຮງ ແລະ ແກ້ໄຂບັນຫາຂໍ້ຫຍຸ້ງຍາກທີ່ເປັນສິ່ງທ້າທາຍ ໃຫ້ຕົກໄປເທື່ອລະກ້າວ.

ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ກໍໄດ້ນໍາສະເໜີນະໂຍບາຍການຊຸກຍູ້, ສົ່ງເສີມການຜະລິດ, ປຸງແຕ່ງ ແລະ ການສົ່ງອອກມັນຕົ້ນ.
ພ້ອມນີ້ ທ່ານ ມະໄລທອງ ກົມມະສິດລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ກໍໄດ້ປະກອບຄໍາເຫັນກ່ຽວກັບການຄຸ້ມຄອງ ແລະ ພັດທະນາອຸດສາຫະກຳມັນຕົ້ນ;
ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈໍາປາສັກ ກໍໄດ້ລາຍງານກ່ຽວກັບການແກ້ໄຂບັນຫາຝຸ່ນລະອອງຈາກການຄ່ຽນຖ່າຍມັນຕົ້ນ; ການນໍາກົມທີ່ກ່ຽວຂ້ອງຂອງກະຊວງກະສິກຳ ແລະ ປ່າໄມ້ ໄດ້ລາຍງານກ່ຽວກັບການຄຸ້ມຄອງໂຮງງານແປ້ງ, ການສົ່ງອອກມັນຕົ້ນ ແລະ ການເຈລະຈາສົ່ງອອກມັນຕົ້ນ, ລະບົບຕິດຕາມການນໍາເຂົ້າ – ສົ່ງອອກ ສິນຄ້າກະສິກຳ.

ຈາກນັ້ນ, ພາກລັດ ແລະ ທຸລະກິດທີ່ກ່ຽວຂ້ອງທີ່ເຂົ້າຮ່ວມກອງປະຊຸມ ກໍໄດ້ປະກອບຄໍາເຫັນປຶກສາຫາລືການຄົ້ນຄວ້າກ່ຽວກັບແນວພັນ ແລະ ເຕັກນິກການປູກ ມັນຕົ້ນ ເພື່ອຄວາມຍືນຍົງ, ຄົ້ນຄວ້າການປ່ຽນແປງລາຄາມັນຕົ້ນລາວ ລະດູເກັບກ່ຽວປີ 2024. ນອກນັ້ນ, ຜູ້ປະກອບການ ກໍໄດ້ມີຄໍາເຫັນກ່ຽວກັບວຽກງານການປູກ, ການເກັບຊື້, ການປຸງແຕ່ງ ແລະ ການສົ່ງ ອອກມັນຕົ້ນ, ວຽກງານສົ່ງເສີມໂຮງງານແປ້ງມັນຕົ້ນ ພ້ອມທັງສະເໜີທິດທາງໃນການຫຼຸດຜ່ອນຂັ້ນຕອນໃນການສົ່ງອອກ ສິນຄ້າກະສິກຳ. ໃນວັນດຽວກັນ ກໍມີກອງປະຊຸມວິສາມັນຄະນະກໍາມະການອໍານວຍ ຄວາມ ສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ເພື່ອປຶກສາຫາລືແກ້ໄຂບັນຫາການສົ່ງອອກສິນຄ້າ ກະສິກຳ ຕື່ມອີກ
[ ຂ່າວ – ຮູບ: ທູນທອງໃຈ ]

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ