ໃນເດືອນມີນາ ລັດຖະບານ ໄດ້ກຳນົດ 14 ວຽກຈຸດສຸມ ໂດຍເນັ້ນສົ່ງເສີມການຜະລິດພາຍໃນ ທີ່ເຮົາມີທ່າແຮງ ເພື່ອສົ່ງອອກໃຫ້ແຂງແຮງກວ່າເກົ່າ, ສືບຕໍ່ແກ້ໄຂບັນຫາພາຫະນະນຳເຂົ້າບໍ່ຖືກຕ້ອງ, ສືບຕໍ່ນໍາໃຊ້ມາດຕະການຈໍາກັດການນໍາເຂົ້າຍານພາຫະນະທາງບົກ ທີ່ມີມູນຄ່າ 50.000 ໂດລາຂຶ້ນໄປ.
ໃນຕອນບ່າຍວັນທີ 28 ກຸມພາ2025,ທີ່ສຳນັກງານນາຍົກ ລັດຖະມົນຕີ, ທ່ານ ສອນໄຊ ສິດພະໄຊ, ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ,ໂຄສົກລັດຖະບານໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກຸມພາ 2025ໃຫ້ຮູ້ວ່າ: ກອງປະຊຸມໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 27 ແລະ ອັດລົງໃນຕອນເຊົ້າ ວັນທີ 28 ກຸມພາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງບັນດາແຂວງ ແລະ ນະຄອນຫຼວງ ວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການ ລາຍງານສະພາບພົ້ນເດັ່ນ ປະຈຳເດືອນກຸມພາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນມີນາ 2025.
ສຳລັບວຽກຈຸດສຸມຂອງລັດຖະບານໃນເດືອນມີນາ 2025, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດສອງວາລະແຫ່ງຊາດຕິດພັນກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ສັງຄົມ ໃຫ້ປະສົບຜົນສໍາເລັດ ແລະ ເປັນຮູບປະທໍາ, ໃນນັ້ນ ໄດ້ເນັ້ນວຽກງານຈຸດສຸມຕົວຈິງຈຳນວນໜຶ່ງ ດັ່ງນີ້:
1). ສືບຕໍ່ຈັດຕັ້ງປະຕິບັດ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ;
2). ສືບຕໍ່ຈັດຕັ້ງຜັນຂະຫຍາຍ ຜົນຂອງກອງປະຊຸມຄົບຄະນະວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໂດຍສະເພາະ ການປັບປຸງກົງຈັກການຈັດຕັ້ງ, ການປັບປຸງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ, ກົດໝາຍວ່າດ້ວຍລັດຖະກອນ ໃຫ້ສຳເລັດທັນກຳນົດເວລາ;
3). ສືບຕໍ່ສຸມໃສ່ກະກຽມການສະຫຼອງວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວຄົບຮອບ70ປີ, ໃຫ້ມີເນື້ອໃນ ຄວາມໝາຍ ແລະ ເປັນຂະບວນການຟົດຟື້ນແຕ່ບົນພື້ນຖານຈິດໃຈປະຢັດມັດທະຍັດ.
4). ສືບຕໍ່ໂຄສະນາເຜີຍແຜ່ ລະບຽບການໃນການຄຸ້ມຄອງບັນຊີເງິນຝາກເງິນຕາຕ່າງປະເທດ ຢູ່ ສປປ ລາວ ໃຫ້ຫຼາຍ ກວ່າເກົ່າ ເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ສັງຄົມ, ອະທິບາຍໃຫ້ຊັດເຈນ, ສົ່ງເສີມການນຳໃຊ້ເງິນກີບ, ຫຼຸດຜ່ອນການແລກປ່ຽນເງິນຕາຕ່າງປະເທດຊະຊາຍ ແລະ ເຮັດໃຫ້ການນຳໃຊ້ເງິນຕາຕ່າງປະເທດ ມີຄວາມເປັນລະບຽບຮຽບຮ້ອຍຫຼາຍຂື້ນ.
5). ສືບຕໍ່ເອົາໃຈໃສ່ສົ່ງເສີມການຜະລິດພາຍໃນ ທີ່ເຮົາມີທ່າແຮງ ເພື່ອສົ່ງອອກໃຫ້ແຂງແຮງກວ່າເກົ່າ,ເພີ່ມມາດຕະການປ້ອງກັນການນໍາເຂົ້າສິນຄ້າເຖື່ອນ, ຈຳກັດການນຳເຂົ້າສິນຄ້າຟູມເຟືອຍ, ສິນຄ້າທີ່ມີທາດເຫຼົ້າ; ຊຸກຍູ້ສົ່ງເສີມການຜະລິດກະສິກໍາເປັນສິນຄ້າດ້ວຍການສົ່ງເສີມທາງດ້ານເຕັກນິກວິຊາການ, ທຶນຮອນ ລວມທັງສິ່ງອຳນວຍຄວາມສະດວກໃນການຂົນສົ່ງ, ການເຂົ້າເຖິງຕະຫຼາດ ແລະ ການຊຸກຍູ້ການນຳໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ເຂົ້າໃນການຜະລິດເປັນສິນຄ້າ ໃຫ້ຫຼາຍຂຶ້ນ.
6). ສືບຕໍ່ເຈລະຈາດ້ານສຸຂະນາໄມ ພືດ ແລະ ສັດ ກັບປະເທດຄູ່ຄ້າ ໃຫ້ໄດ້ຫຼາຍປະເພດສິນຄ້າຕື່ມ; ຊຸກຍູ້ການຜະລິດບັນດາສິນຄ້າທີ່ໄດ້ມີສັນຍາແລ້ວເພື່ອສົ່ງອອກໃຫ້ໄດ້ຫຼາຍຂຶ້ນ.
7). ສືບຕໍ່ສຸມໃສ່ການຄຸ້ມຄອງໂຄງການບໍ່ແຮ່ໃຫ້ເຂັ້ມງວດກວ່າເກົ່າ ໂດຍລັດຖະບານ ຈະອອກຄຳສັ່ງເພີ່ມຕື່ມອີກ.
8). ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດ ບັນດາຈຸດສຸມຂອງຄະນະສະເພາະກິດ 19/ກມສພ ຕາມການຊີ້ນຳຂອງກົມການເມືອງສູນກາງພັກ ໂດຍສະເພາະສຸມໃສ່ 4 ວຽກໃຫຍ່ ເຊັ່ນ: (1)ສ້າງສະພາບແວດລ້ອມ ໃນການດຶງດູດນັກລົງທຶນ; (2) ຊຸກຍູ້ການຜະລິດພາຍໃນໃຫ້ເຂັ້ມແຂງ ແລະ ຈໍາກັດການນໍາເຂົ້າສິນຄ້າທີ່ຜະລິດໄດ້ຢູ່ພາຍໃນ, ພ້ອມທັງສົ່ງເສີມການຜະລິດເປັນສິນຄ້າ ເພື່ອສົ່ງອອກ; ແກ້ໄຂບັນຫາສິນຄ້າເຖື່ອນ;(3) ຈັດຕັ້ງການໂຄສະນາເຜີຍແຜ່ເຫດຜົນແລະຄວາມຈຳເປັນໃນການປັບປຸງໂຄງສ້າງລາຄາໄຟຟ້າໃໝ່ໃຫ້ສັງຄົມເຂົ້າໃຈຢ່າງທົ່ວເຖິງແລະນໍາໃຊ້ໄຟຟ້າຢ່າງປະຢັດ ແລະ (4)ສືບຕໍ່ແກ້ໄຂອັດຕາເງິນເຟີ້ ແລະ ອັດຕາແລກປ່ຽນ ຕາມທິດສ້າງໃຫ້ເງິນກີບແຂງຄ່າຂຶ້ນເທື່ອລະກ້າວເພື່ອສົ່ງເສີມໃຫ້ສັງຄົມນໍາໃຊ້ເງິນກີບ.
9). ສືບຕໍ່ສຸມໃສ່ເກັບລາຍຮັບຈາກຖານລາຍຮັບທີ່ມີແລ້ວ ໃຫ້ໄດ້ຄົບຖ້ວນ ແລະ ເກັບຈາກຖານລາຍຮັບໃໝ່ ແຕ່ຕົ້ນປີ ສູ້ຊົນໃຫ້ເປັນປີທຳອິດທີ່ມີລາຍຮັບເກີນດູນ ເປັນຕົ້ນສຸມໃສ່ການເກັບລາຍຮັບຕາມຖານທີ່ມີແລ້ວໃຫ້ຄົບຖ້ວນດ້ວຍການຫັນໄປສູ່ລະບົບການເກັບລາຍຮັບແບບທັນສະໄໝ;
10). ສືບຕໍ່ສຸມໃສ່ເກັບກູ້ໜີ້ສິນຈາກ 4 ບໍລິສັດໃຫຍ່ ດ້ວຍຫຼາຍວິທີ ແລະ ມາດຕະການລະອຽດ;
11). ສຸມໃສ່ຊຸກຍູ້ບັນດາໂຄງການກໍ່ສ້າງເສັ້ນທາງ ເປັນຕົ້ນ ທາງດ່ວນວຽງຈັນ-ຮ່າໂນ້ຍ, ທາງດ່ວນວຽງຈັນ-ບໍເຕັນ ຊ່ວງທີ 4, ໂຄງການເສັ້ນທາງເລກທີ 12, ລວມທັງສຸມໃສ່ປັບປຸງເສັ້ນທາງເຂົ້າສູ່ສະຖານທີ່ທ່ອງທ່ຽວ. ພ້ອມກັນນັ້ນ ກໍໃຫ້ຮີບຮ້ອນຄົ້ນ ຄວ້າໄວ ການເກັບລາຍຮັບຈາກການຂົນສົ່ງ ເພື່ອມາສ້ອມແປງເສັ້ນທາງຕ່າງໆ.
12). ສືບຕໍ່ແກ້ໄຂບັນຫາພາຫະນະນຳເຂົ້າບໍ່ຖືກຕ້ອງ ຢູ່ບັນດາແຂວງທົ່ວປະເທດ ຢ່າງເດັດຂາດ ແລະ ສືບຕໍ່ປະຕິບັດຕາມແຈ້ງການ ສະບັບເລກທີ 221/ຫສນຍ, ລົງວັນທີ 11 ກຸມພາ 2025 ເພື່ອສືບຕໍ່ນໍາໃຊ້ມາດຕະການຈໍາກັດການນໍາເຂົ້າ ຍານພາຫະນະທາງບົກ (ລົດຈິບ, ລົດເກັງ) ທີ່ມີມູນຄ່າ 50.000 ໂດລາ ຂຶ້ນໄປ.
13). ສືບຕໍ່ຕິດຕາມເຝົ້າລະວັງ, ປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດ ຕາມລະດູການ ທີ່ຈະກະທົບຕໍ່ສຸຂະພາບ, ຊີວິດການເປັນຢູ່ຂອງປະຊາຊົນ;
14). ສືບຕໍ່ສຸມໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຜົນກອງປະຊຸມ ຄັ້ງທີ 47 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລາວ-ຫວຽດນາມ ແລະ ຜົນຂອງກອງປະຊຸມສຸດຍອດລັດຖະບານໂລກ ທີ່ປະເທດອາເມຣັດອາຣັບແລະ ສືບຕໍ່ກະກຽມໃຫ້ແກ່ການນຳຂັ້ນສູງ ຂອງພັກ-ລັດ ທີ່ຈະເດີນທາງໄປເຄື່ອນໄຫວວຽກງານຢູ່ຕ່າງປະເທດ.