ເປີດນຳໃຊ້ລະບົບຕິດຕາມບໍລິຫານກະແສເງິນຕາຕ່າງປະເທດ

0
58

ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ເປີດນຳໃຊ້ລະບົບຕິດຕາມບໍລິຫານ ກະແສເງິນຕາຕ່າງປະເທດ ຫລື CMS ຢ່າງເປັນທາງການ ໃນວັນທີ 3 ມີນາ 2025 ໂດຍມີ ທ່ານ ອາລຸນ ບຸນຍົງ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ພ້ອມດ້ວຍຄະນະອຳນວຍການ ທະນາຄານທຸລະກິດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.


ທ່ານ ວັດທະນາ ຊານຸບານ ຮອງຫົວໜ້າກົມຄຸ້ມຄອງເງິນຕາຕ່າງປະເທດ (ທຫລ ) ກ່າວວ່າ: ລະບົບ CMS ທີ່ພັດທະນາໃໝ່ນີ້ ແມ່ນລະບົບຂອງ ທຫລ 100%, ແມ່ນລະບົບທີ່ໄດ້ຜ່ານການທົດລອງ ຕາມການປະຕິບັດຂໍ້ກຳນົດທາງດ້ານທຸລະກິດ ແລະ ຂໍ້ກຳນົດທາງດ້ານເຕັກນິກ ເພື່ອຮັບປະກັນດ້ານຄວາມປອດໄພ, ຄວາມພ້ອມໃຊ້ງານ ແລະ ຄວາມໜ້າເຊື່ອຖືຂອງລະບົບ ຕາມມາດຕະຖານ ISO27001. ທັງນີ້, ແນໃສ່ຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ເຂົ້າສູ່ລະບົບ ແລະ ມີປະສິດທິພາບ, ປະສິດທິຜົນດີຂຶ້ນ.

ລະບົບ CMS ເປັນລະບົບທີ່ສ້າງຂຶ້ນຈາກຄວາມມຸ່ງຫວັງຂອງທະນາຄານ ແຫ່ງ ສປປ ລາວ ເພື່ອພັດທະນາລະບົບເອເລັກໂຕຣນິກໃຫ້ທັນສະໄໝ, ສະດວກວ່ອງໄວ ເພື່ອຕິດຕາມກະແສເງິນຕາຕ່າງປະ ເທດ ຕິດພັນກັບການຄ້າ-ການລົງທຶນ ລະ ຫວ່າງປະເທດ ເຊິ່ງມີຄວາມສໍາຄັນຫລາຍທີ່ນໍາເອົາລະບົບນີ້ມານໍາໃຊ້ ເນື່ອງຈາກຜ່ານມາ ປະເທດເຮົາໄດ້ຮັບຜົນກະທົບຢ່າງໝັກຈາກສະພາບເສດຖະກິດ, ການເງິນ, ໄພເງິນເຟີ້ ແລະ ອື່ນໆ ທີ່ເກີດຂຶ້ນໃນທົ່ວໂລກ.

ການພັດທະນາ ແລະ ເປີດນຳໃຊ້ລະບົບບໍລິການກະແສເງິນຕາຕ່າງປະເທດ ນີ້ຂຶ້ນເພື່ອອໍານວຍຄວາມສະດວກ ໃຫ້ແກ່ຜູ້ປະກອບການ ແລະ ບັນດາຜູ້ຄຸ້ມຄອງ ແລະ ຜູ້ຕິດຕາມກະແສເງິນຕາ ໃຫ້ສາມາດຕິດຕາມຢ່າງທັນກັບສະພາບການ ຂອງໂລກ.
ລະບົບຕິດຕາມບໍລິຫານກະແສເງິນຕາຕ່າງປະເທດ ຫຼື CMS ເປັນລະບົບທີ່ມີຄວາມປອດໄພສູງ ເນື່ອງຈາກເປັນລະບົບ 3 ເທັຍ ໂດຍຈະມີການແຍກລະດັບການເຂົ້າເຖິງຂໍ້ມູນຢ່າງຊັດເຈນ ແລະ ກໍານົດສິດຂອງການເຂົ້າເຖິງລະບົບທີ່ແຕກຕ່າງກັນຂອງຜູ້ນໍາໃຊ້ ມີລະບົບຖານດາຕາເຊັນເຕີ ໃນການເກັບ ກໍາຂໍ້ມູນ ເຊິ່ງຮັບປະກັນທີ່ສຸດໃນການເຂົ້າເຖິງລະບົບສະເພາະຂອງຜູ້ນໍາໃຊ້ ແລະ ມີລະບົບປ້ອງກັນ ບໍ່ໃຫ້ບຸກຄົນທີ່ສາມສາມາດເຂົ້າເຖິງ, ຖືຄວາມປອດໄພຂອງລະບົບຂໍ້ມູນເປັນອັນດັບສຳຄັນທີ່ສຸດ ຂອງຜູ້ຊົມໃຊ້, ລະບົບດັ່ງກ່າວນີ້ ບໍ່ເຄີຍມີມາກ່ອນ ເພາະເປັນລະບົບເຊື່ອມເຂົ້າກັບຖານຂໍ້ມູນຂອງບັນດາຂະແໜງການກະຊວງການເງິນ, ຂະແໜງການຄ້າ, ການລົງທຶນ ເຊິ່ງໃນຕໍ່ໜ້າຈະຂະຫຍາຍໄປສູ່ກະຊວງຕ່າງໆຕື່ມອີກ.

LEAVE A REPLY

Please enter your comment!
Please enter your name here