ເຈົ້າເມືອງບົວລະພາຄົນໃໝ່ ເຂົ້າຮັບໜ້າທີ່ຢ່າງເປັນທາງການ

0
208

ໃນຕອນເຊົ້າຂອງວັນທີ 7 ມີນາ 2025 ຢູ່ທີ່ສະໂມສອນເມືອງບົວລະພາ ແຂວງຄໍາມ່ວນ ໄດ້ຈັດພິທີມອບ-ຮັບໜ້າທີ່ວຽກງານລະຫວ່າງ ທ່ານ ບຸນກວ້າງ ແກ້ວບຸນຍົງ ກຳມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງບົວລະພາ (ຜູ້ເກົ່າ) ແລະ ທ່ານ ຄຳສິງ ນົນທະສອນ ເລຂາພັກເມືອງ, ເຈົ້າເມືອງບົວລະພາ (ຜູ້ໃໝ່) ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກເເຂວງ, ເຈົ້າແຂວງໆຄຳມ່ວນ ມີບັນດາທ່ານໃນຄະນະພັກ, ຄະນະນໍາຂັ້ນແຂວງ, ຂັ້ນເມືອງ ແລະ ຂະແໜງການອ້ອມຂ້າງເມືອງ ເຂົ້າຮ່ວມ.

May be an image of 2 people and text
ໃນພິທີຄັ້ງນີ້ ທ່ານ ບຸນກວ້າງ ແກ້ວບຸນຍົງ ໄດ້ຂຶ້ນຜ່ານບົດສະຫຼູບຂອງການນຳພາ-ຊີ້ນຳ ໃນການຈັດຕັ້ງປະຕິບັດວຽກງານ ແລະ ແຜນພັດທະນາເສດຖະກິດສັງ-ຄົມ ໃນໄລຍະຜ່ານມາເຊິ່ງໄດ້ມີຜົນສຳເລັດໃນຫຼາຍດ້ານ. ຈາກນັ້ນ ທ່ານ ສົມໃຈ ພານີຈັນ ກຳມະການປະຈຳພັກເເຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ກໍ່ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງໆຄຳມ່ວນ ວ່າດ້ວຍການຍົກຍ້າຍເຈົ້າເມືອງບົວລະພາ ໄປຮັບໜ້າທີ່ໃໝ່ ເປັນຮອງປະທານແນວລາວສ້າງຊາດແຂວງຄໍາມ່ວນ, ຜ່ານມະຕິຕົກລົງຂອງຄະນະປະຈຳພັກເເຂວງວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາຄະນະບໍລິຫານງານພັກເມືອງບົວລະພາ ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງເຈົ້າເມືອງບົວລະພາ ໂດຍແມ່ນທ່ານ ພັອ ຄໍາສິງ ນົນທະສອນ ຮອງເລຂາຄະນະພັກ, ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ ເປັນເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງບົວລະພາ ຜູ້ໃໝ່.

May be an image of 1 person, dais and text

ໃນໂອກາດດັ່ງກ່າວ ຍັງໄດ້ປະກາດແຕ່ງຕັ້ງພະນັກງານນຳພາຄຸ້ມຄອງຂັ້ນເມືອງເຊິ່ງປະກອບມີ 3 ພາກສ່ວນຄື: ແຕ່ງຕັ້ງ ຮອງຫົວໜ້າຫ້ອງການ ຊັບພະຍາກອນທຳມາຊາດ ແລະ ສີ່ງ ແວດລ້ອມເມືອງ, ຮອງຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງ ແລະ ຮອງອຳນວຍການໂຮງໝໍຊຸມຊົນເມືອງບົວລະພາຕື່ມອີກ.

May be an image of 3 people, dais and text that says 'พิชิ ปะกาภามจัดตึ๊ง และ มอบ-รับบบ้าที มอบ-รีบ บบัที่ ละบาวาง เจ้าเมืงงบิอละพา ผู้เก๋่า และ ผู้ใบาม่ บิอละพา, อีบทิา 7 มิมา 2025'

 

LEAVE A REPLY

Please enter your comment!
Please enter your name here