ທ່ານນາຍົກລັດຖະມົນຕີລົງເຄື່ອນໄຫວຊຸກຍູ້ການຜະລິດຢູ່ເມືອງທ່າແຕງ

0
19

ໃນວັນທີ 9 ມີນາ 2025, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ເມືອງທ່າແຕງ ແຂວງເຊກອງ ແນໃສ່ຊຸກຍູ້ການຜະລິດເປັນສິນຄ້າຂອງທ້ອງຖິ່ນ ໂດຍການຕ້ອນຮັບຂອງ ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ພ້ອມດ້ວຍຄະນະນໍາແຂວງ, ເມືອງ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ເຂົ້າຮ່ວມ.

May be an image of 9 people, foundry and oil refinery
ໃນການເຄື່ອນໄຫວເຮັດວຽກຄັ້ງນີ້, ທ່ານ ສອນໄຊ ສີພັນດອນ ໄດ້ເຄື່ອນໄຫວຢ້ຽມຢາມບໍລິສັດ ອິນແປງ ການຄ້າ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ກໍຄື ໂຮງງານເຊກອງວາຍ ແລະ ບໍລິສັດ ປຸງແຕ່ງແປ້ງມັນຕົົ້ນ ຄູນມີໄຊ ຈໍາກັດຜູ້ດຽວ ໂດຍໜ້າໂຮງງານເຊກອງວາຍ ໄດ້ລາຍງານໃຫ້ຊາບວ່າ: ໂຮງງານ ໄດ້ເລີ່ມຄົ້ນຄິດການຜະລິດ ວາຍ ມາແຕ່ປີ 2005, ມາຮອດປີ 2008 ຈຶ່ງໄດ້ສ້າງຕັ້ງໂຮງງານຜະລິດຂຶ້ນເປັນທາງການ ເຊິ່ງສາມາດຜະລິດ ແລະ ປຸງແຕ່ງ ໄດ້ 4 ຢ່າງ ຄື: ວາຍໝາກຂາກປ້ອມ, ວາຍໝາກຈັນ, ວາຍໝາກນ໋ອດ, ວາຍໝາກກ້ວຍ ແລະ ໄດ້ຮັບຮອງເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP) ຂອງເມືອງທ່າແຕງ, ມາຮອດປະຈຸບັນ ໄດ້ມີການຜະລິດເພີ່ມອີກ 2 ຢ່າງຄື: ວາຍກາເຟ ແລະ ວາຍໝາກຂາມປ້ອມຄັດພິເສດ.

May be an image of 9 people, drink, hospital and text
ສ່ວນໂຮງງານປຸງແຕ່ງແປ້ງມັນຕົ້ນ ຄູນມີໄຊ ຈໍາກັດຜູ້ດຽວ ກໍໄດ້ໃຫ້ຮູ້ວ່າ: ທາງໂຮງງານເປັນຜູ້ຜະລິດ ແລະ ສົ່ງອອກຜະລິດຕະພັນແປ້ງມັນຕົ້ນທີ່ຫລາຍທີ່ສຸດໃນແຂວງເຊກອງ ເຊິ່ງວັດຖຸດິບ ແມ່ນໄດ້ຮັບຊື້ຈາກຜົນຜະລິດຂອງພໍ່ແມ່ປະຊາຊົນພາຍໃນເມືອງທ່າແຕງ ກໍຄື ແຂວງເຊກອງ ທີ່ຜະລິດ ແລະ ສະໜອງໃຫ້ ນັບມື້ນັບຫລາຍຂຶ້ນໃນແຕ່ລະປີ ໂດຍທາງໂຮງງານ ໄດ້ຜະລິດເປັນແປ້ງສົ່ງຂາຍພາຍໃນ ແລະ ສົ່ງອອກຕ່າງປະເທດ ແລະ ໃນປີ 2024 ຜ່ານມາ ສາມາດຜະລິດແປ້ງມັນຕົ້ນ ໄດ້ທັງໝົດ 152.000 ໂຕນຄິດເປັນມູນຄ່າ 263 ຕື້ກີບ.

May be an image of 6 people and text
ໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ທິດຊີ້ນໍາ ຕໍ່ໂຮງງານເຊກອງວາຍ ໃຫ້ເລັ່ງໃສ່ການພັດທະນາພື້ນຖານໂຄງລ່າງ ໂດຍສະເພາະ ເສັ້ນທາງເຂົ້າໂຮງງານ, ຊຸດປ້ອງກັນຂອງພະນັກງານທີ່ດຳເນີນການຜະລິດ, ການປັບປຸງສະຖານທີ່, ຂອດການບໍລິການ ແລະ ການຄັດເລືອກເອົາໝາກໄມ້ຊະນິດຕ່າງໆມາຜະລິດເປັນວາຍ ຕ້ອງໃຫ້ໄດ້ຄຸນນະພາບ ເພື່ອເຮັດໃຫ້ຜະລິດຕະພັນ ເປັນທີ່ນິຍົມ ແລະ ສືບຕໍ່ຂະຫຍາຍຕົວຍິ່ງຂຶ້ນ. ສ່ວຍບໍລິສັດ ໂຮງງານປຸງແຕ່ງແປ້ງມັນກັນລາຄາ, ການຊອກຕະຫລາດຮອງຮັບ, ໃຫ້ຄົນຄວ້າສ້າງພະລັງງານໄຟຟ້າແສງຕາເວັນ.

May be an image of 7 people

ທັງນີ້, ກໍເພື່ອແກ້ໄຂຄວາມທຸກຍາກຂອຕົ້ນ ແມ່ນໃຫ້ເອົາໃຈໃສ່ຊຸກຍູ້ ແລະ ຈັດສັນເນື້ອທີ່ການຜະລິດມັນຕົ້ນຂອງປະຊາຊົນ ລວມເຖິງການສະໜອງແນວພັນ, ການຄໍ້າປະງປະຊາຊົນ ໃຫ້ໄດ້ຕາມເປົ້າໝາຍແຜນການທີ່ວາງໄວ້, ຄຽງຄູ່ກັນນີ້ແມ່ນໃຫ້ອະນຸລັກຮັກສາປ່າໄມ້, ບໍ່ໃຫ້ບຸກລຸກເຂດປ່າປ້ອງກັນ, ປ່າສະຫງວນ ເພື່ອປະຕິບັດຕາມທິດສີຂຽວ ຂອງລັດຖະບານ ກໍຄື ການຮັກສາປ່າໄມ້ ໃຫ້ໄດ້ກວມເຖິງ 70% ຂອງພື້ນທີ່ໃນທົ່ວປະເທດ. ພ້ອມນີ້, ການນໍາແຂວງເຊກອງ, ການນໍາເມືອງ ກໍໃຫ້ເອົາໃຈໃສ່ຂອດການລົງທຶນ ໃຫ້ປະຕິບັດໄປຕາມທິດຊີ້ນຳຂອງກົມການເມືອງສູນກາງພັກ ແລະ ລັດຖະບານ ເພື່ອຄຸ້ມຄອງການລົງທຶນໃຫ້ເຂົ້າສູ່ລະບຽບກົດໝາຍຢ່າງເຂັ້ມງວດ, ພ້ອມທັງເອົາໃຈໃສ່ດຶງດູດ ແລະ ຍາດແຍ່ງເອົາການລົງທຶນໃຫ້ຫລາຍຂຶ້ນ.

ຂ່າວ: ອັດສະວິນ

LEAVE A REPLY

Please enter your comment!
Please enter your name here