ໄຟໜ້າລົດເປັນສ່ວນປະກອບທີ່ສໍາຄັນຍິ່ງສໍາລັບການຂັບຂີ່ໃນເວລາກາງຄືນ ປັດຈຸບັນມີໄຟໜ້າຫຼາກຫຼາຍປະເພດໃຫ້ເລືອກ ໂດຍແບ່ງຫຼັກໆ ອອກເປັນໄຟໜ້າສີຂາວ ແລະ ສີເຫຼືອງ ເຊິ່ງແຕ່ລະສີຕ່າງກໍ່ມີຂໍ້ດີ ແລະ ຂໍເສຍຕ່າງກັນອອກໄປ.
ໄຟໜ້າສີເຫຼືອງ (Halogen)
ໄຟໜ້າສີເຫຼືອງ ເປັນໄຟໜ້າແບບດັງເດີມ ທີ່ໃຊ້ກັນຟ່າງຍາວນານ ມີຂໍ້ດີສາມາດທຸລຸທະລວງໝອກ ແລະ ຝົນໄດ້ດີກວ່າ ເນື່ອງຈາກແສງສີເຫຼືອງມີຄວາມຍາວ ຄືນທີ່ສາມາດທະລຸທະລວງ ອະນຸພາກຂອງໝອກ ແລະ ຝົນ ໄດ້ດີກວ່າແສງສີຂາວ ເຮັດໃຫ້ເບີ່ງເຫັນເສັ້ນທາງໄດ້ຊັດເຈນ ໃນສະພາບອາກາດທີ່ບໍ່ເອື້ອອໍານວຍ.
ນອກຈາກນີ້ແສງສີເຫຼືອງຍັງມີຄວາມນຸ້ມນວນ ຕໍ່ສາຍຕາຫຼາຍກວ່າແສງສີຂາວ ເຮັດໃຫ້ບໍ່ເມື່ອຍລ້າສາຍຕາ ເມື່ອຂັບຂີ່ເວລາກາງຄືນ ເປັນເວລາດົນ ໄຟໜ້າສີເຫຼືອງ ມີຂໍ້ເສຍໃຫ້ຄວາມສະຫວ່າງໜ້ອຍກວ່າໄຟສີຂາວ ເຮັດໃຫ້ເບີ່ງເຫັນລາຍລະອຽດຂອງວັດຖຸບໍ່ຊັເຈນເທົ່າທີ່ຄວນ.
ໄຟສີຂາວ (LED / HID)
ໄຟໜ້າສີຂາວ ເປັນໄຟໜ້າ ທີ່ໄດ້ຮັບຄວາມນິຍົມຫຼາຍຂຶ້ນ ໃນປັດຈຸບັນ ເນື່ອງຈາກໄດ້ຮັບຄວາມສະຫວ່າງຫຼາຍກວ່າ ໄຟໜ້າສີເຫຼືອງ ເຮັດໃຫ້ເບີ່ງເຫັນລາຍລະອຽດຂອງວັດຖຸຫຼາຍຂຶ້ນໂດຍສະເພາະປ້າຍຈາລະຈອນ ແລະ ເສັ້ນແບ່ງເລນ
ນອກນີ້ໄຟໜ້າສີຂາວຍັງມີການອອກແບບທີ່ສວຍງາມ ແລະ ທັນສະໄໝ ເຮັດໃຫ້ລົດເບີ່ງໂດດເດັ່ນຍິ່ງຂຶ້ນ ແນວໃດກໍ່ຕາມ ໄຟໜ້າສີຂາວຍັງມີຂໍ້ເສຍ ບໍ່ສາມາດທະລຸທະລວງ ໝອກ ແລະ ຝົນໄດ້ດີເທົ່າໄຟໜ້າສີ້ເຫຼືອງ ເນື່ອງຈາກແສງສີຂາວມີຄວາມຍາວຄື້ນທີ່ສັ້ນກວ່າ ເຮັດໃຫ້ຖືກອະນຸພາກຂອງໝອກ ແລະ ຝົນດູດຊັບໄດ້ງ່າຍກວ່າ ອີກທັງຍັງມີຄວາມກ້າ ກວ່າແສງສີເຫຼືອງ ເຮັດໃຫ້ຜູ້ຂັບຂີ່ສວນທາງມາ ອາດຮູ້ສືກແສບຕາ.