ພະແນກອຸດສາຫະກຳ ແລະການຄ້າ (ອຄ) ແຂວງສະ ຫວັນນະເຂດ ຈັດກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດ ວຽກງານອຸດສາຫະກຳ ແລະ ການຄ້າປະຈຳປີ 2024 ແລະ ທິດທາງແຜນການປະຈຳປີ 2025 ຂຶ້ນໃນຕອນບ່າຍວັນທີ 4 ມີນານີ້, ທີ່ຫ້ອງປະຊຸມພະ ແນກການດັ່ງກ່າວ ໂດຍການ ໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ໂພໄຊ ໄຂຄຳພິທູນ ຮອງ ເຈົ້າແຂວງສະຫວັນນະເຂດ, ມີທ່ານ ສີໂທ ທໍລະທາ ວ່າການ ຫົວໜ້າພະແນກ ອຄ ແຂວງ, ບັນດາພະແນກການ-ອົງການ ຕ່າງໆອ້ອມຂ້າງແຂວງ ພ້ອມ ດ້ວຍບັນດາທ່ານ ໃນຄະນະພະ ແນກ, ຄະນະຂະແໜງ, ຫົວ ຫ້ອງການ ອຄ 14 ເມືອງ ແລະ ນະຄອນ ແລະພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານຮອງເຈົ້າ ແຂວງສະຫວັນນະເຂດ ໄດ້ໃຫ້ ກຽດກ່າວມີຄຳເຫັນໂອ້ລົມເພື່ອ ເປັນທິດເຍືອງທາງຕໍ່ກັບການ ຈັດຕັ້ງປະຕິບັດວຽກງານອຸດ ສາຫະກຳ ແລະການຄ້າຂອງ ແຂວງໃຫ້ມີການພັດທະນາດີ ຂຶ້ນກວ່າເກົ່າ ໂດຍທ່ານໄດ້ເນັ້ນ ໃຫ້ຄະນະພັກ-ຄະນະນຳພະ ແນກ ອຄ ແຂວງ ເອົາໃຈໃສ່ສຶກ ສາອົບຮົມ ແລະສ້າງພະນັກ ງານເປັນມືອາຊີບໃຫ້ສາມາດ ບໍລິການອໍານວຍຄວາມສະ ດວກ, ວ່ອງໄວ, ຮູ້ນໍາໃຊ້ເຕັກນິກ ວິທະຍາສາດທີ່ທັນສະໄໝເຂົ້າໃນວຽກງານວິຊາສະເພາະ, ຕັ້ງ ໜ້າປັບປຸງສ້າງ, ສົ່ງເສີມ ແລະ ພັດທະນາອຸດສະຫະກຳໃຫ້ກາຍ ເປັນທັນສະໄໝ ຕິດພັນກັບການ ຮັກສາສິ່ງແວດລ້ອມຕາມທິດ ສີຂຽວ ແລະຍືນຍົງ, ຊຸກຍູ້ສົ່ງ ເສີມໃຫ້ເກີດມີການການຄ້າ ລົງທຶນທັງພາຍໃນ ແລະຕ່າງ ປະເທດຫຼາຍຂຶ້ນດ້ວຍຮູບການ ອໍານວຍຄວາມສະດວກ, ຫຼຸດ ຜ່ອນຂັ້ນຕອນໃນການປະກອບ ເອກະສານຂໍອະນຸຍາດການລົງ ທຶນ, ສົ່ງເສີມການຜະລິດພູມປັນ ຍາຊາວບ້ານໃຫ້ກາຍເປັນສິນ ຄ້າທີ່ມີເອກະລັກເປັນຊັບສິນ ທາງປັນຍາທີ່ໄດ້ຄຸນະພາບ- ມາດຕະຖານສາກົນສາມາດຈໍາ ໜ່າຍທັງພາຍໃນ ເພື່ອທົດແທນ ການນໍາເຂົ້າ ແລະສາມາດສົ່ງ ອອກເປັນສິນຄ້າຂອງແຂວງ ໄປຕ່າງປະເທດ, ຕັ້ງໜ້າຄຸ້ມຄອງ ແລະປົກປ້ອງຜູ້ຊົມໃຊ້, ຈາກນີ້ ກໍ່ເອົາໃຈໃສ່ຂະຫຍາຍຕາໜ່າງ ການຄ້າຕະຫຼາດສູ່ຊົນນະບົດ ພ້ອມທັງເຊື່ອມໂຍງກັບສາກົນ ຢ່າງເຂັ້ມແຂງ.

ວາລະຕໍ່ມາ, ທ່ານ ສີໂທ ທໍລະທາ ກໍ່ໄດ້ຂຶ້ນຜ່ານບົດສະ ຫຼຸບການຈັດຕັ້ງປະຕິບັດວຽກ ງານອຸດສາຫະກຳ ແລະການ ຄ້າປະຈຳປີ 2024 ແລະທິດ ທາງແຜນການໃນຕໍ່ໜ້າໂດຍ ສັງເຂບ. ປະຈຸບັນທົ່ວແຂວງ ມີ ໂຮງງານຜະລິດອຸດສາຫະກຳ ປຸງແຕ່ງ (ທີ່ຂຶ້ນກັບການຄຸ້ມ ຄອງຂອງຂະແໜງ ອຄ) ຈຳ ນວນ 772 ໂຮງງານ ໃນນັ້ນ: ໂຮງງານຂະໜາດໃຫຍ່ 84 ໂຮງງານ, ຂະໜາດກາງ 98 ໂຮງງານ, ຂະໜາດນ້ອຍ 254 ໂຮງງານ ແລະຫັດຖະກຳແບບ ຄອບຄົວ 336 ໂຮງງານ, ມີ ມູນຄ່າການລົງທຶນທັງໝົດ 7,145.95 ຕື້ກີບ ສາມາດສ້າງ ມູນຄ່າການຜະລິດອຸດສາຫະ ກຳປຸງແຕ່ງ ແລະຫັດຖະກຳ ໄດ້ 21,534.64 ຕື້ກີບ, ເທົ່າກັບ 125.30% ຂອງແຜນການ, ສາມາດປະກອບສ່ວນຕໍ່ GDP ຂອງແຂວງໄດ້ 17.65%; ໄດ້ ຊຸກຍູ້ການປັບປຸງຄຸນະພາບຂອງ ຜະລິດຕະພັນອຸດສາຫະກຳປຸງ ແຕ່ງ ເພື່ອຕອບສະໜອງແກ່ ການຊົມໃຊ້ພາຍໃນ ແລະສ້າງ ມູນຄ່າເພີ່ມ. ສາມາດສ້າງມູນ ຄ່າການຜະລິດ-ຈຳໜ່າຍ ພາຍ ໃນໄດ້ 2,060.15 ຕື້ກີບ, ໄດ້ ຊຸກຍູ້ຂະບວນການຜະລິດຂອງ ໂຮງງານອຸດສາຫະກຳ ເພື່ອສົ່ງ ອອກສາມາດສ້າງມູນຄ່າສົ່ງ ອອກຜະລິດຕະພັນອຸດສາຫະ ກຳປຸງແຕ່ງໄດ້ 990.80 ລ້ານ ໂດລາ ເຊິ່ງສິ່ງທີ່ພົ້ນເດັ່ນປະ ກອບມີ: ຜະລິດຕະພັນເຫຍື່ອ ເຈ້ຍມີມູນຄ່າສົ່ງອອກ 846.71 ລ້ານໂດລາ, ຜະລິດຕະພັນນ້ຳ ຕານ 60.88 ລ້ານໂດລາ, ຜະ ລິດຕະພັນຢາສູບ 21.60 ລ້ານ ໂດລາ, ຜະລິດຕະພັນແປ້ງມັນ ຕົ້ນ 29.32 ລ້ານໂດລາ, ສິນ ຄ້າອຸດສາຫະກຳປຸງແຕ່ງທີ່ສາ ມາດຜະລິດສະໜອງໄດ້ພຽງ ພໍຕໍ່ຄວາມຕ້ອງການ ແລະສາ ມາດສະເໜີສັັ່ງຢຸດຕິການນຳ ເຂົ້າ ມີ 4 ປະເພດ, 10 ລາຍ ການປະກອບມີ: ປະເພດເຄື່ອງ ບໍລິໂພກມີ 2 ລາຍການ(ນ້ຳ ດື່ມອະນາໄມ, ປະເພດເສັັ້ນ ເຝີ-ເສັ້ນເຂົ້າປຽກ); ປະເພດວັດ ສະດຸກໍ່ສ້າງ 3 ລາຍການ(ດິນ ຈີ່, ສັງກະສ, ດິນບ໊ອກ); ປະ ເພດການສຶກສາ 1 ລາຍການ (ປຶ້ມຂຽນ); ປະເພດເຄື່ອງໃຊ້ ຢາງປລາສະຕິກ 4 ລາຍການ (ກະຕຸກນ້ຳດື່ມ, ຖົງຢາງ, ເຊືອກ ຟາງ ແລະທໍ່ດູດ); ສິນຄ້າທີ່ສາ ມາດຜະລິດພາຍໃນ ເພື່ອຫຼຸດ ຜ່ອນການນຳເຂົ້າໄດ້ມີ 3 ປະ ເພດ 8 ລາຍການຄື: ປະເພດ ເຄື່ອງບໍລິໂພກ 1 ລາຍການ (ນ້ຳຕານຊາຍ) ສາມາດສະ ໜອງພາຍໃນໄດ້ 1,277.67 ໂຕນຕໍ່ເດືອນ; ປະເພດວັດສະ ດຸກໍ່ສ້າງ 5 ລາຍການ(ຊີມັງສາ ມາດສະໜອງໄດ້ 8,333.33 ໂຕນຕໍ່ເດືອນ, ເຫຼັກຮູບປະພັນ 2,777.67 ໂຕນຕໍ່ເດືອນ, ຕະປູ 1,600 ໂຕນຕໍ່ເດືອນ, ທໍ່ຢາງ pvc 107,820 ເສັັ້ນຕໍ່ເດືອນ ແລະເຫຼັກເສັັ້ນ 1,666.67 ໂຕນຕໍ່ເດືອນ); ປະເພດປຸຸ໋ຍເຄມີ ແລະປຸຸ໋ຍຊີວະພາບ 2 ລາຍການ (ປຸຸ໋ຍເຄມີ ສາມາດສະໜອງ ໄດ້ 439.33 ໂຕນຕໍ່ເດືອນ, ປຸຸ໋ຍ ຊີວະພາບ 500 ໂຕນຕໍ່ເດືອນ) ຄຽງຄູ່ກັນນີ້, ກໍ່ໄດ້ເອົາໃຈໃສ່ ຕິດຕາມສະພາບການເໜັງຕີງ ຂອງລາຄາສິນຄ້າ ໂດຍສະ ເພາະສິນຄ້າຍຸດທະສາດ ແລະສິນຄ້າທີ່ກະທົບໄວຕໍ່ຊີວິດການເປັນຢູ່ທີ່ຂະແໜງ ອຄ ຄຸ້ມຄອງ ໂດຍໄດ້ລົງເກັບກຳຂໍ້້ມູນລາ ຄາສິນຄ້າ, ການຕິດປ້າຍລາຄາ ສິນຄ້າຢູ່ຕາມທ້ອງຕະຫຼາດ, ບັນ ດາຮ້ານຄ້າຂາຍຍ່ອຍໃນເທສະ ບານ ແລະເມືອງຕ່າງໆຢ່າງ ເປັນປົກກະຕິ;

ໃນປີ 2024 ທົ່ວແຂວງມີມູນຄ່າການນຳ ເຂົ້າ-ສົ່ງອອກສິນຄ້າບັນລຸໄດ້ 3,638.34 ລ້ານໂດລາ, ເທົ່າ ກັບ 101.27% ຂອງແຜນ ການ ປີໃນນັ້້ນ: ມູນຄ່າການສົ່ງອອກ ປະຕິບັດໄດ້ 2,110.94 ລ້ານ ໂດລາ, ເທົ່າກັບ 98.19% ແລະ ມູນຄ່າການນຳເຂົ້າປະຕິບັດ ໄດ້ 1,527.40 ລ້ານໂດລາ, ເທົ່າກັບ 105.86% ຂອງແຜນ ການປີ; ເມື່ອສົມທຽບມູນຄ່າ ການສົ່ງອອກ ແລະນຳເຂົ້າສິນ ຄ້າເຫັນວ່າແຂວງສະຫວັນ ນະເຂດຍັງສືບຕໍ່ເປັນແຂວງໄດ້ ດຸນການຄ້າມູນຄ່າ 583.53 ລ້ານໂດລາ, ເທົ່າກັບ 82.54% ຂອງແຜນການປີ, ສ່ວນວຽກ ງານອື່ນໆ ທີ່ຢູ່ໃນຄວາມຮັບຜິດ ຊອບຂອງຂະແໜງອຸດສາຫະ ກຳ-ການຄ້າ ກໍ່ໄດ້ຮັບການຈັດ ຕັ້ງປະຕິບັດຕາມແຜນການທີ່ ວາງໄວ້.
ກອງປະຊຸມຍັງໄດ້ຮັບຟັງ ການປະກອບຄຳຄິດຄຳເຫັນ ຕາມຫົວຂໍ້ຕ່າງໆເປັນຕົ້ນ: ວຽກງານການຄຸ້ມຄອງ, ການ ດຸ່ນດ່ຽງ ແລະດັດສົມລາຄາສິນ ຄ້າຕາມຂໍ້ຕົກລົງເລກທີ 2874/ຈຂ, ວຽກງານອຳນວຍຄວາມ ສະດວກທາງດ້ານການຄ້າ ແລະ ການຂົນສົ່ງ, ການປະຕິບັດ ມາດຕະການຄວາມສອດຄ່ອງຂອງການນຳເຂົ້າສິນຄ້າ ແລະ ການດັດສົມຫົວໜ່ວຍວິສາຫະ ກິດນຳເຂົ້າສິນຄ້າ, ການປັບ ປຸງ ການບໍລິການແຈ້ງທະບຽນວິ ສາຫະກິດຕາມກົດໝາຍວ່າ ດ້ວຍວິສາຫະກິດ (ສະບັບປັບ ປຸງ), ການສ້າງຄວາມເຂັ້ມ ແຂງໃຫ້ຫົວໜ່ວຍຈຸນລະວິສາ ຫະກິດຂະໜາດນ້ອຍ ແລະກາງ (ຈນກ) ແລະການເຂົ້າຫາ ແຫຼ່ງທຶນສົ່ງເສີມ ຈນກ, ການ ສົ່ງເສີມສິນຄ້າໜຶ່ງເມືອງໜຶ່ງ ຜະລິດຕະພັນ (ODOP)ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ./.