ບໍລິສັດ ຈໍາປາຫອມການຄ້າ ຂາອອກ-ຂາເຂົ້າ ໄດ້ມີພິທີຈັດສົ່ງ ເຂົ້າລາວຈໍານວນ 500 ໂຕນໄປປະເທດ ເບວຢ້ຽມ(ແບນຊິກ)ຢ່າງເປັນທາງການແລ້ວ ໃນວັນທີ 8 ມີນາ 2025 ເຊິ່ງເປັນເຂົ້າງວດທໍາອິດ ໃນຈໍານວນ 6 ພັນໂຕນ ທີ່ໄດ້ລົງນາມຮ່ວມກັນໃນທ້າຍປີຜ່ານມາ.
ທ່ານ ນາງ ບຸນຮຽງ ພົມມີໄຊ ປະທານບໍລິສັດ ຈໍາປາຫອມການຄ້າ ຂາອອກ-ຂາເຂົ້າ ໄດ້ກ່າວວ່າ: ການສົ່ງເຂົ້າແບຣນ “ຈຳປາຫອມ” ເຂົ້າລາວ ຂອງພວກເຮົາໄປປະເທດເບວຢ້ຽມ ໂດຍມີເປົ້າໝາຍໃນການສົ່ງອອກເປັນຈຳນວນ 6.000ໂຕນ ເຊິ່ງຈະເລີ່ມການຈັດສົ່ງເປັນງວດ ໃຫ້ຄົບຕາມຈໍານວນ.
ສໍາລັບ ການຈັດສົ່ງເຂົ້າ 500 ໂຕນຄັ້ງນີ້ຖືວ່າເປັນບາດກ້າວໜຶ່ງຂອງການຍົກລະດັບ ແລະ ພັດທະນາ ການຜະລິດເຂົ້າໃຫ້ມີຄວາມທັນສະໄໝ ສາມາດຕອບສະໜອງໄດ້ທັງຄຸນນະພາບ ແລະ ປະລິມານໃຫ້ພຽງພໍ ເຊິ່ງ ບໍລິສັດ ຈຳປາຫອມການຄ້າ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ຈະບໍ່ຢຸດທີ່ຈະພັດທະນາຜະລິດຕະພັນ “ເຂົ້າລາວ” ກໍຄື ເຂົ້າຈຳປາຫອມ ໃຫ້ພັດທະນາເລື້ອຍໆໄປ
ທ່ານກ່າວວ່າ: ການສົ່ງເສີມປູກເຂົ້າຄຸນນະພາບ ແມ່ນເປັນຄວາມຕັ້ງໃຈຂອງຂ້າພະເຈົ້າ ທີ່ໄດ້ທຸ້ມເທທຶນຮອນ ໃນການປັບປຸງ ຍົກລະດັບ ເຄື່ອງມືການຜະລິດ, ແນວພັນ, ແນະນໍາເຕັກນິກໃຫ້ກຸ່ມຊາວນາ ແລະ ຍິ່ງຕະຫຼາດຕ່າງປະເທດມີຄວາມຕ້ອງການ ແມ່ນຍິ່ງເຮັດໃຫ້ ການຜະລິດເຂົ້າມີຄວາມເຂັ້ມແຂງ ແລະ ຈະຜະລິດໃຫ້ດີທີ່ສຸດ. ການຈັດສົ່ງເຂົ້າໄປຄັ້ງນີ້ຈະເປັນການຕອກຢໍ້າຜົນສໍາເລັດ ໃນການ ສົ່ງເສີມ ແລະ ປັບປຸງຂະບວນການຜະລິດເຂົ້າລາວເຮົາໃຫ້ທັນສະໄໝເທື່ອລະກ້າວ ແລະ ຮອງຮັບຕະຫຼາດທີ່ເພີ່ມຂຶ້ນ ທັງເປັນການສ້າງຄວາມເຂັ້ມແຂງໃຫ້ບໍລິສັດ ຂ້າພະເຈົ້າຈະພະຍາຍາມ ບຸກບືນສູ້ຊົນ ເຮັດໃຫ້ການຜະລິດມີຄຸນນະພາບດີຂຶ້ນ ປະລິມານໃຫ້ຫຼາຍຂຶ້ນ ຂ້າພະເຈົ້າຈະຂະຫຍາຍເຄື່ອງມືການຜະລິດ, ລະບົບສ້າງເກັບສິນຄ້າ ໃຫ້ກ້າວໄປສູ່ ມາດຕະຖານ ສາກົນເທື່ອລະກ້າວ ແລະ ຂະຫຍາຍຖານລູກຄ້າຕ່າງປະເທດຕື່ມອີກ.
ສໍາລັບ ການຈັດສົ່ງຄັ້ງນີ້ເກີດຈາກ ບໍລິສັດ ຈຳປາຫອມ ການຄ້າ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ໄດ້ເຊັນສັນຍາ MOU ການຊື້-ຂາຍ ເຂົ້າ ສົ່ງອອກປະເທດເບວຢ້ຽມ (ແບນຊິກ) ເປັນຄັ້ງທີ III ຮ່ວມກັບ ບໍລິສັດ BENEO-REMY ຈຳກັດ ໃນວັນທີ 15 ພະຈິກ 2024 ທີ່ທະນາຄານພັດທະນາລາວ ເຂົ້າຮ່ວມຂອງທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມຊັບສິນທາງປັນຍາ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ນາງ ບຸນຮຽງ ພົມມີໄຊ ຮອງປະທານສະມາຄົມທຸລະກິດກະສິກໍາລາວ ຜູ້ຊີ້ນໍາວຽກປູກເຂົ້າ, ທັງເປັນຮອງປະທານສະພາການຄ້າເມືອງໄຊທານີ, ປະທານບໍລິສັດຈໍາປາຫອມການຄ້າ ຂາອອກ ຂາເຂົ້າ, ທ່ານ Jan van Den Akker ຜູ້ຈັດການຝ່າຍຈັດຊື້ບໍລິສັດ BEONEO REMY ພ້ອມດ້ວຍຜູ້ຕ່າງໜ້າຈາກທະນາຄານພັດທະນາລາວ, ສະມາຄົມຜູ້ຜະລິດ ແລະ ປຸງແຕ່ງກະສິກໍາລາວເຂົ້າຮ່ວມ.
ທ່ານ Jan van Den Akker ກ່າວວ່າ: ເຂົ້າທີ່ປູກຢູ່ປະເທດລາວມີຄຸນນະພາບດີຫຼາຍ ຂ້າພະເຈົ້າດີໃຈຫຼາຍທີ່ໄດ້ມາປະເທດລາວ ແລະ ໄດ້ມາເຊັນສັນຍາຊື້ເຂົ້າ ເພື່ອນໍາໄປປຸງແຕ່ງ, ແປຮູບເປັນສ່ວນປະກອບຂອງອາຫານ ເຊິ່ງບໍລິສັດແມ່ນເປັນກຸ່ມຂອງບໍລິສັດ ເນສເລ້ ແລະ ມີຄວາມມຸ້ງຫວັງວ່າຈະເຫັນສິນຄ້າລາວ ມີຂາຍໃນຊຸບເປີມາກເກັດໃນຫຼາຍໆປະເທດ.
ບໍລິສັດ ຈຳປາຫອມການຄ້າ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ເປັນຜູ້ນໍາໜ້າໃນການສົ່ງເສີມ ແລະ ຜະລິດເຂົ້າລາວ ກາຈໍາປາຫອມ ທີ່ມີຄຸນນະພາບ, ໄດ້ຮັບກາໝາຍໂອດ໊ອບແຫ່ງຊາດ ໃນໄລຍະຜ່ານມາສົ່ງເຂົ້າໄປຂາຍຢູ່ ປະເທດເບວຢ້ຽມ, ຝຣັ່ງ, ສະຫະລັດອາເມລິກາ.