Lee Bong-Ju ເຈົ້າຂອງຫຼຽນເງິນ ໂອແລມປິກເກມ ສໍາເລັດການຮ່ວມງານ ວຽງຈັນ ຮາຟ ມາຣາທອນ 2025

0
66

ທ່ານ ລີບອງຈູ (Lee Bong-Ju) ນັກກິລາແລ່ນທົນຊາວ ສ ເກົາຫລີ ເຈົ້າຂອງຫລຽນເງິນໂອແລມປິກເກມ ປີ 1996 ໄດ້ສໍາເລັດການຮ່ວມງານແລ່ນ ວຽງຈັນ ຮາຟ ມາຣາທອນ 2025 ໃນຕອນເຊົ້າຂອງວັນທີ 9 ມີນາ 2025 ເພື່ອຊ່ວຍໂຄສະນາປະຊາສຳພັນ ສປປ ລາວ ແລະ ສົ່ງເສີມການອອກກຳລັງກາຍ ເພື່ອສຸຂະພາບ ມິດຕະພາບ ແລະ ສະໜັບສະໜູນກກີລາລາວ.

ເນື່ອງໃນໂອກາດດັ່ງກາດມາຢ້ຽມຍາມ ສປປ ລາວ ທ່ານ ລີບອງຈູ (Lee Bong-Ju) ນັກກິລາແລ່ນທົນຊາວ ສ ເກົາຫລີ ເຈົ້າຂອງຫລຽນເງິນໂອແລມປິກເກມ ປີ 1996 ໂດຍໃຫ້ກຽດຕ້ອນຮັບໂດຍ ທ່ານ ລິຄິດ ອິນທະວົງ ຮອງປະທານ ແລະ ເລຂາທິການ ສະຫະພັນກິລາ ບີລຽດ-ສະນຸກເກີ້ ແຫ່ງຊາດລາວ ພ້ອມດ້ວຍຄະນະ ພ້ອມທັງໄດ້ເຂົ້າຮ່ວມງານ ວຽງຈັນ ຮາຟ ມາຣາທອນ 2025 ໃນຕອນເຊົ້າຂອງວັນທີ 9 ມີນາ 2025 ໂດຍທ່ານໃຫ້ສໍາພາດວ່າ: ການມາຮ່ວມງານຄັ້ງນີ້ແມ່ນຊ່ວຍໂຄສະນາປະຊາສຳພັນ ສປປ ລາວ ແລະ ສົ່ງເສີມການອອກກຳລັງກາຍ ເພື່ອສຸຂະພາບ ມິດຕະພາບ ແລະ ສະໜັບສະໜູນກກີລາລາວ. ນອກນັ້ນ, ກໍຍັງມີແຜນສ້າງໂຄງການເພື່ອມາສອນ ແລະ ເພີ່ມທັກສະໃຫ້ກັບນັກແລ່ນໃນລາວ ໃນອະນາຄົດ ເພາະການມາຮ່ວມງານຄັ້ງນີ້ປະທັບໃຈຫຼາຍ ແລະ ຄົນລາວໃຫ້ຄວາມສົນໃຈຫຼາຍໃນກີລາແລ່ນມາຣາທອນ ລວມເຖິງຄົນລາວກໍມີມິດຕະພາບທີ່ດີນີ້
ສໍາລັບ ທ່ານ ລີບອງຈູ (Lee Bong-Ju) ເກີດວັນທີ 8 ພະຈິກ 1970 ປັດຈຸບັນ ອາຍຸ 54 ປີ ເປັນໜຶ່ງໃນນັກແລ່ນມາຣາທອນທີ່ມີຊື່ສຽງທີ່ສຸດຂອງສາທາລະນະລັດເກົາຫລີ, ເປັນຜູ້ນໍາໜ້າໃນການແຂ່ງຂັນມາຣາທອນຂອງປະເທດຕະຫລອດຊຸມປີ 1990 ຫາຕົ້ນປີ 2000 ຜົນງານທີ່ພົ້ນເດັ່ນຜ່ານມາ:

✅ ໄດ້ຫລຽນເງິນ ໂອແລມປິກເກມ ປີ 1996 ທີ່ແອັດລັນຕ້າ 🇺🇸 ສະຫະລັດອາເມຣິກາ ສະຖິຕິ 2 ຊົ່ວໂມງ 12 ນາທີ 39 ວິນາທີ.
✅ ຫລຽນຄຳ ເອຊຽນເກມ ປີ 1998 ທີ່ບາງກອກ 🇹🇭 ປະເທດໄທ ສະຖິຕິ 2:12:32.
✅ ຊະນະເລີດ ໂຕກຽວ ມາຣາທອນ ນາໆຊາດ ປີ 2000 🇯🇵 ທີ່ຍີ່ປຸ່ນ ສະຖິຕິ 2:07:20.
✅ ຊະນະເລີດ ບັອສຕັນ ມາຣາທອນ ປີ 2001 🇺🇸 ທີ່ສະຫະລັດອາເມຣິກາ ສະຖິຕິ 2:09:43 ກາຍເປັນຊາວເກົາຫລີຄົນທຳອິດໄດ້ແຊ້ມລາຍການນີ້.
✅ ຫລຽນຄຳ ເອຊຽນເກມ ປີ 2002 ທີ່ປູຊານ 🇰🇷 ສາທາລະນະລັດເກົາຫລີ ສະຖິຕິ 2:14:07.
✅ ຊະນະເລີດ ເຊອຸນ ມາຣາທອນ ນາໆຊາດ ປີ 2009 🇰🇷 ທີ່ສາທາລະນະລັດເກົາຫລີສະຖິຕິ 2:15:30.

ນອກຈາກນີ້ ປີ 1992: ສ້າງສະຖິຕິແຫ່ງຊາດເກົາຫລີ ໃນການແຂ່ງຂັນ ໂຕກຽວ ຮາຟ ມາຣາທອນ ສາກົນ ດ້ວຍເວລາ 1:01:04, ປີ 1998: ສ້າງສະຖິຕິໃໝ່ຂອງເກົາຫລີໃນການແຂ່ງຂັນແລ່ນມາຣາທອນ ຣັອດເຕີດຳ ທີ່ເນເທີແລນ (ໂຮນລັງ) ດ້ວຍເວລາ 2:07:44.
ຕະຫຼອດອາຊີບການແລ່ນຂອງ Lee Bong-Ju ໄດ້ສໍາເລັດການແລ່ນມາຣາທອນທັງຫມົດ 41 ລາຍການ, ໄດ້ລາງວັນຊະນະເລີດ 11 ລາຍການ ຮອງແຊ້ມ 6 ລາຍການ, ຫລັງຈາກຢຸດອາຊີບທາງການໃນປີ 2009 Lee Bong-Ju ຍັງຄົງເຄື່ອນໄຫວສ້າງແຮງບັນດານໃຈໃນຂົງເຂດຕ່າງໆ ໂດຍສະເພາະໃນວົງການກີລາ ໄດ້ເຮັດກິດຈະກໍາສົ່ງເສີມກີລາ, ສື່ມວນຊົນ ແລະ ວຽກງານການກຸສົນ, ກາຍເປັນບຸກຄົນຕົວແບບທີ່ມີຊື່ສຽງ ແລະ ເປັນທີ່ຮັກແພງຂອງສັງຄົມ.

LEAVE A REPLY

Please enter your comment!
Please enter your name here