ກະຊວງແຮງງານ ປະກາດການຈັດຕັ້ງໃໝ່ 2 ຕຳແໜ່ງ

07 Mar 2025

ຄລິກແຊຣ໌ 0 Facebook WhatsApp

ກະຊວງແຮງງານ ແລະສະຫວັດດີການສັງຄົມໄດ້ມີ ພິທີແລະ ຍົກຍ້າຍໄປຮັບໜ້າທີ່ໃໝ່ ພາຍໃນກະຊວງ ,ໃຫ້ກຽດເປັນປະທານ ຂອງ ທ່ານ ນາງໃບຄຳ ຂັດທິຍະ ເລຂາຄະນະພັກກະຊວງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ), ມີກຳມະການຄະນະປະຈຳພັກ, ຮອງ ລັດຖະມົນຕີຄະນະພັກກະຊວງ, ຮອງລັດຖະມົນຕີ, ມີບັນດາ ທ່ານຫົວໜ້າກົມ ຫົວໜ້າອົງການ, ສະຖາບັນ, ໂຄງການເກັບກູ້ລະເບີດແຫ່ງຊາດ, ທ່ານ ຫົວໜ້າກົມຄຸ້ມຄອງພະນັກງານ ຈາກຄະນະຈັດຕັ້ງສູນກາງພັກ ບັນດາທ່ານ ຄະນະຮອງຫົວໜ້າກົມ, ຮອງຫົວໜ້າອົງການ, ຮອງຫົວໜ້າສະຖາບັນະ, ພ້ອມພະນັກງານຫລັງແຫຼງເຂົ້າຮວ່ມ.
ເພື່ອເປັນການປະຕິບັດຕາມດຳລັດນາຍົກລັດຖະມົນຕີ ເລກທີ 158/ນຍ, ນະຄອນຫຼວງວຽງຈັນ, ວັນທີ 5 ກຸມພາ 2025 ວ່າດ້ວຍການແຕ່ງຕັ້ງ ເປັນຫົວໜ້າອົງການປະກັນສັງຄົມແຫ່ງຊາດຜູ້ໃໜ່ ແຕ່ງຕັ້ງ ທ່ານ ໂຈມແຍງ ແພງທອງສະຫວັດເປັນຫົວໜ້າອົງການປະກັນສັງຄົມແຫ່ງຊາດລັດຖະບານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ຂໍ້ຕົກລົງກະຊວງຮສສ ສະບັບເລກທີ 0768, ລົງວັນທີ 5 ມີນາ 2025 ແຕ່ງຕັ້ງ ທ່ານ ວິໄລ ນັນທະສອນ ໄປເປັນ ຮັກສາການຫົວຫນ້າກົມນະໂຍບາຍຕໍ່ຜູ້ມີຜົນງານ, ພິການ ແລະ ອາຍຸສູງ.

May be an image of 2 people and text that says 'బిహి แต่ดตั้งพะมักงจมบำ พะมัภ ลั้มติอพ้า ทวย กอท่า จั้บ ดภาม 29១ រាះ ที่ រាពឧ'
ໂອກາດໃນພິທີດັ່ງກ່າວ, ທ່ານ ນາງໃບຄຳ ຂັດທິຍະ ໄດ້ຕາງໜ້າສູນກາງພັກ, ລັດຖະບານ, ພະນັກງານທົ່ວຂະແໜງ ຮສສ ຂໍສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ຜົນງານຂອງສະຫາຍ ທີ່ຖືກແຕ່ງຕັ້ງ ແລະ ຍົກຍ້າຍ ໄປຮັບໜ້າທີ່ໃໝ່ . ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໄໝ່ ຊຶ່ງເປັນໜ້າທີ່ ທີ່ໜັກໜ່ວງ ແລະ ມີກຽດ ອັນສູງສົ່ງ ແລະ ສືບຕໍ່ເປັນວຽກງານປົກກະຕິຂອງອົງການຈັດຕັ້ງທີ່ໄດ້ສືບຕໍ່ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ໂດຍຜ່ານຂະບວນການທາບທາມ ຄົ້ນຄ້ວາ, ຄັດເລືອກ ແລະ ການປະເມີນຜົນສຳເລັດຈາກການປະຕິບັດໜ້າທີ່ວຽກງານຕົວຈິງ ພ້ອມທັງການເຫັນດີເປັນເອກະພາບໃນສາຍຕັ້ງ-ສາຍຂວາງ ຈິ່ງໄດ້ຮັບການສະເໜີແຕ່ງຕັ້ງຕາມທິດນຳຂອງພັກ-ລັດ, ແຕ່ເຖີງຢ່າງໃດກໍ່ຕາມ ບັນດາສະຫາຍ ທີ່ໄດ້ຍົກຍ້າຍແຕ່ງຕັ້ງຮັບໜ້າທີ່ໃໝ່ໃນຄັ້ງນີ້, ຈົ່ງໄດ້ພ້ອມກັນເອົາໃຈໃສ່ຍົກສູງຄວາມຮັບຜິດຊອບ ສືບຕໍ່ສືກສາຮໍ່າຮຽນຝຶກຝົນຫຼໍ່ຫຼອມຕົນເອງ, ກໍາແໜ້ນທາງດ້ານເມືອງແນວຄິດ ລະບຽບກົດໝາຍຂອງພັກ-ລັດ, ເອົາໃຈໃສ່ເພີ່ມທະວີເຕົ້າໂຮມຄວາມສາມັກຄີພາຍໃນ, ພາຍນອກຢ່າງແໜ້ນແຟ້ນ, ມີຄວາມອຸ່ນອ່ຽງທຸ່ນທ່ຽງ ເຮັດຫຼ້ອນໃນທຸກໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍ ພ້ອມກັນສືບຕໍ່ພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ມີບາດກ້າວອັນໃໝ່ ສາມາດບັນລຸຕາມຄາດໝາຍທີ່ວາງໄວ້.

(ຂ່າວສານຮສສ)

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ