ປັດຈຸບັນ, ພະນັກງານ-ລັດຖະກອນຫຼາຍຄົນ ທີ່ມີເງື່ອນໄຂໄດ້ຫັນມາປູກ ຝັງ – ລ້ຽງສັດ ເພື່ອພັດທະນາຊີວິດການເປັນຢູ່ຄອບຄົວໃຫ້ດີຂຶ້ນ.
ທ່ານ ຄຳແພງ ບຸນທອງສີ ເປັນອາຈານອາສາສະໝັກ ປະຈຳວິທະຍາໄລການເງິນພາກເໜືອ ເປັນອີກບຸກຄົນໜຶ່ງທີ່ຊອກຫາທຸກວິທີທາງ ເພື່ອນຳໃຊ້ເວລາຫວ່າງຈາກການສິດສອນ ຊອກຫາລາຍຮັບເພີ່ມ ໂດຍຖືເອົາການລ້ຽງໄກ່ພັນໄຂ່ ມາຮອດປີນີ້ເປັນປີທີ 6.
ທ່ານ ຄຳແພງ ບຸນທອງສີ ໃຫ້ສຳພາດວ່າ: ກ່ອນປະກອບກິດຈະການລ້ຽງໄກ່ພັນໄຂ່ ຍ້ອນລູກຊາຍເປັນຜູ້ມັກບໍລິໂພກໄຂ່ ຈຶ່ງມີແນວຄິດລ້ຽງໄກ່ພັນໄຂຂຶ້ນ. ເບື້ອງຕົ້ນໄດ້ລ້ຽງພຽງແຕ່ 150 ໂຕຢູ່ພື້ນທີ່ພາຍໃນຄອບຄົວ ໂດຍມີການສຶກສາວິທີການລ້ຽງຮ່ວມກັບໝູ່ທີ່ລ້ຽງມາກ່ອນ.
ພາຍຫຼັງເຫັນວ່າໄດ້ຮັບຜົນດີ ແລະ ສາມາດສ້າງລາຍຮັບໄດ້ຫຼາຍຂຶ້ນ ຈຶ່ງຕົກລົງຂະຫຍາຍພື້ນທີ່ ໂດຍນຳໃຊ້ເນື້ອທີ່ນາຂອງພໍ່ປູ່-ແມ່ຍ່າ ຢູ່ບ້ານໂພລາດ ເມືອງຈອມເພັດ, ເລີ່ມຕົ້ນໄດ້ປຸກເຮືອນໄກ່ 1 ຫຼັງ ແລະນຳໄກ່ພັນໄຂ່ເຂົ້າມາລ້ຽງ ຈຳນວນ 1.000 ໂຕ. ພາຍຫຼັງໄດ້ຮັບຜົນດີ ເຫັນໄດ້ຈາກການສະໜອງໃຫ້ລູກຄ້າ ບໍ່ທັນພຽງພໍ ຈຶ່ງຂະຫຍາຍອີກ 1 ຫຼັງ, ທັງຊື້ໄກ່ເຂົ້າອີກ 1.000 ໂຕ ແລະຂະຫຍາຍຕື່ມເປັນຊຸດທີ່ 3 ມາຮອດປັດຈຸບັນມີເຮືອນໄກ່ 3 ຫຼັງ, ມີໄກ່ພັນໄຂ່ 3.500 ໂຕ, ສາມາດເກັບໄຂ່ສົ່ງລູກຄ້າ 50-60 ແຕະຕໍ່ວັນ; ສຳລັບການຈຳໜ່າຍ ແມ່ນໄດ້ໄປສົ່ງຕາມຮ້ານອາຫານ ທີ່ສັງຈອງປະຈຳ ແລະ ປະຊາຊົນເຂດອ້ອມຮອບ.
ທ່ານ ຄຳແພງ ບຸນທອງສີ ໃຫ້ສຳພາດຕື່ມວ່າ: ແຜນການຕໍ່ໜ້າ ຈະສືບຕໍ່ຂະຫຍາຍເຮືອນລ້ຽງໄກ່ ແລະນຳໄກ່ພັນໄຂ່ເຂົ້າມາລ້ຽງໃຫ້ໄດ້ 6.000 ໂຕ ເພື່ອສະໜອງໃຫ້ກັບລູກຄ້າປະຈຳ ແລະ ຕະຫຼາດທົ່ວໄປ ເນື່ອງຈາກການສະໜອງໄຂ່ທີ່ຜະລິດແຕ່ລະຊຸດ ແມ່ນບໍ່ທັນພຽງພໍກັບຄວາມຕ້ອງການ.
ຈາກການປະກອບກິດຈະການລ້ຽງໄກ່ພັນໄຂ່ ໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນຫຼາຍ.