ໝາກເດືອຍ ເປັນພືດທີ່ມີທາດອາຫານຫຼາຍຊະນິດ ເຊິ່ງຄົນລາວເຮົາມັກຈະນຳມາຕົ້ມແກະກິນໃນມັນ ແຕ່ປະຈຸບັນແມ່ນປູກເພື່ອສົ່ງອອກ, ການປູກໝາກເດືອຍ ປົກກະຕິກຈະປູກໃນຊ່ວງລະດູຝົນ ເພື່ອໃຫ້ນ້ຳຝົນຊ່ວຍໃນການຈະເລີນເຕີບໂຕ.
■ ການກຽມແກ່ນພັນ:
- ນຳແກ່ນໝາກເດືອຍໄປແຊ່ນ້ຳ ຄັດເອົາແກ່ນທີ່ຟູນໍ້າຖິ້ມ (ເພາະໝາກທີ່ຟູນໍ້າສະແດງວ່າເປັນໝາກບໍ່ສົມບູນ ຫຼື ເປັນແມງ)
- ໃຊ້ມີດຕັດເລັບ ຕັດປາຍດ້ານແຫຼມຂອງແກ່ນທີ່ຈົມພໍໃຫ້ເປືອກນອກເປີດໃຫ້ຍອດອ່ອນແທງອອກມາໄດ້ງ່າຍ.
- ນຳແກ່ນທີ່ຕັດປາຍດ້ານແຫຼມອອກແລ້ວ ໄປແຊ່ສານໄຄໂຕຊານ ຫຼື ທາດເສີມ ປະໄວ້ປະມານ 6-12 ຊົ່ວໂມງ ເພື່ອໃຫ້ແກ່ນໄດ້ສະສົມອາຫານໄວ້ກ່ອນງອກ ຊ່ວຍໃຫ້ຕົ້ນຈະເລີນເຕີບໂຕໄດ້ຢ່າງສົມບູນແຂງແຮງ ແລະ ຊ່ວຍກຳຈັດເຊື້ອໂລກທີ່ປົນເປື້ອນມາກັບແກ່ນໄດ້.
- ເມື່ອຄົບກຳນົດເວລາ ຫໍ່ແກ່ນດ້ວຍຜ້າປຽກໄວ້ປະມານ 12-24 ຊົ່ວໂມງ ເມື່ອມີຮາກອອກມາໃຫ້ນຳໄປປູກຕໍ່ໄດ້ເລີຍ.
■ ການກຽມດິນ:
- ໄຖພວນດິນ ຕາກດິນປະໄວ້ຢ່າງໜ້ອຍ 10-15 ມື້ ເພື່ອກຳຈັດສັດຕູພືດ ເພື່ອຂ້າເຊື້ອໂລກ ແລະ ກຳຈັດຮາກຂອງສັດຕູພືດ.
- ຫວ່ານປຸ໋ຍຄອກ ໃຫ້ທົ່ວດິນ ແລ້ວໄຖພວນທັງໝົດດິນອີກຄັ້ງເພື່ອໃຫ້ສ່ວນປະສົມທັງໝົດເຂົ້າກັນ.
- ຄຸມໜ້າດິນດ້ວຍເຟືອງແຫ້ງໃຫ້ໜາ
- ບົ່ມດິນໂດຍການຫົດນ້ຳ ປະສົມກັບນໍ້າປຸ໋ຍຊີວະພາບທຸກໆ 5-7 ມື້ ຕິດຕໍ່ກັນເປັນເວລາ 1 ເດືອນ.
ວິທີການປູກ: ການປູກໝາກເດືອຍ ແມ່ນສາມາດປູກໄດ້ 2 ວິທີຄື:
ການຫວ່ານ: ສາມາດ ຫວ່ານແກ່ນໝາກເດືອຍໄປຕາມໜ້າດິນໄດ້ເລີຍ (ແຕ່ການຄວບຄຸມໄລຍະຫ່າງເປັນໄປໄດ້ຍາກ)
ການປູກເປັນຂຸມ: ຢອດແກ່ນໝາກເດືອຍລົງຂຸມດິນຂຸມລະປະມານ 5-6 ແກ່ນ ແຕ່ລະຈຸດຫ່າງກັນປະມານ 75 ຊັງຕີແມັດ. ຫຼັງຈາກທີ່ແກ່ນອອກງອກແລ້ວປະມານ 1 ເດືອນ ຈຶ່ງຖອນຕົ້ມໝາກເດືອຍອອກໃຫ້ເຫຼືອພຽງຂຸມລະ 3-4 ຕົ້ນ.
ການເບິ່ງແຍງຫຼັງການປູກ: ການຫົດນໍ້າ ຫຼັງຈາກຍອດແກ່ນແລ້ວ ຈະປ່ອຍໃຫ້ແກ່ນງອກ ແລະ ເຕີບໂຕຕາມທຳມະຊາດ ໂດຍອາໄສພຽງນ້ຳຝົນຕາມລະດູການ. ສ່ວນການໃສ່ປຸ໋ຍ ຫຼັງຈາກຖອນຕົ້ນ ແລ້ວປະມານ 1 ເດືອນ (ເດືອນທີ່ສອງຫຼັງຈາກການຢອດແກ່ນ) ກຳຈັດສັດຕູພືດ ແລ້ວໃສ່ປຸ໋ຍເຄມີສູດ 12-12-24 ຫຼືສູດ 15-15-15.
■ ວິທີເກັບກ່ຽວ:
ຫຼັງຈາກທີ່ດອກເລີ່ມອອກປະມານ ໝາກເດືອຍກໍຈະເລີ່ມຕິດໝາກ ແລະ ຈະເລີ່ມແກ່ພ້ອມໃຫ້ຜົນລະລິດໄດ້ໃນອີກປະມານ 3 ເດືອນຫຼັງຈາກນັ້ນ. ເຊິ່ງສັງເກດຈາກລຳຕົ້ນ ແລະ ໃບເຫຼືອງ ແລະ ເລີ່ມແຫ້ງແລ້ວ. ໃຊ້ມີດ ຫຼື ກ່ຽວ ຕັດລຳຕົ້ນ ແລະ ແບກມາກອງລວມກັນເປັນຊັ້ນ ແລະ ຕາກໃຫ້ແຫ້ງເປັນເວລາ 2-3 ມື້ ກ່ອນຈະແຍກໝາກເດືອຍອອກຈາກຕົ້ນ.