ການປູກໝາກເຜັດຂີ້ໜູ

07 Mar 2025

ຄລິກແຊຣ໌ 0 Facebook WhatsApp

ເປັນໝາກເຜັດ ທີ່ສາມາດປູກໄດ້້ເກືອບທຸກສະພາບດິນ ແຕ່ດິນທີ່ເໝາະສົມທີ່ສຸດຄື ດິນຮ່ວນປົນຊາຍ ທີ່ມີການລະບາຍນໍ້າດີ ສາມາດເປັນກົດດ່າງ 6.0-6.8 ປູກໄດ້ຕະຫຼອດປີ ສາມາດນຳໄປປະກອບໃນການປຸງແຕ່ງອາຫານແບບສົດ ຫຼື ເຮັດເປັນແຫ້ງສາມາດເກັບຮັກສາໄວ້ໄລຍະຍາວກໍໄດ້.

ไม่มีคำอธิบายรูปภาพ

▶ ການເພາະເບ້ຍໝາກເຜັດຂີ້ໜູ:

  1. ໃຫ້ກຽມດິນລະອຽດພ້ອມປຸ໋ຍຄອກ ຫຼື ປຸ໋ຍໝັກໃນອັດຕາ 2/1 ແລະ ໃສ່ດິນປະສົມດັ່ງກ່າວລົງໄປໃນຖາດພາສຕິກເພາະເບ້ຍ ຂະໜາດໃດກໍໄດ້ ຫຼື ຈະເພາະໃສ່ເບົ້າ ແລະ ຂຸດເປັນໜານຫວ່ານ ຫຼື ຢອດແກ່ນກໍໄດ້.
  2. ຫຼັງຈາກນັ້ນກໍເອົາດິນປົກແລ້ວຫົດນໍ້າປົກກະຕິ ເຊົ້າ-ແລງ (ປ້ອງກັນແມງໄມ້ມາເຄ່ຍກິນແກ່ນໝາກເຜັດໂດຍການໂຮຍປູນຂາວອ້ອມໜານ ຫຼື ເຂດເພາະເບ້ຍໄດ້)
  3. ຫຼັງຈາກເພາະໄດ້ 7-10 ມື້ຕົ້ນອ່ອນໝາກເຜັດກໍຈະເລີ່ມປົ່ງ ຈາກນັ້ນຫົດນໍ້າປົກກະຕິຈົນກວ່າຕົ້ນເບ້ຍໝາກເຜັດຈະມີອາຍຸ 25-30 ມື້ແລ້ວຈຶ່ງຍ້າຍລົງປູກດິນ ຫຼື ກະຖັງ.

▶ ການປູກໃນໜານ ຫຼື ພາຊະນະ:

ไม่มีคำอธิบายรูปภาพ

  1. ຖ້າປູກໃນໜານຄວນກຽມດິນ ໂດຍເອົາປຸ໋ຍຄອກປະສົມດິນລະອຽດ ເຊິ່ງດິນຕ້ອງໄຖ ຫຼື ສັບລະອຽດ ແລະ ຂຸດໃຫ້ເລິກປະມານ 15-20 ເຊັນ.
  2. ໃນການປູກໃນກະຖັງ ຫຼື ພາຊະນະອື່ນໆ ກໍໃຫ້ປະສົມດິນກ່ອນເຊັ່ນກັນ ໂດຍອັດຕາ 2/1.

ຫຼັງຈາກປູກການເບິ່ງແຍງບົວລະບັດແມ່ນໃຫ້ຫົດນໍ້າຢ່າງສະໝໍ່າສະເໝີ ໃນຊ່ວງການຕິດຜົນຜະລິດຕ້ອງລະມັດລະວັງຢ່າໃຫ້ຕົ້ນຂາດນໍ້າຢ່າງເດັດຂາດ. ສ່ວນການເກັບກ່ຽວຫຼັງຈາກປູກລົງໜ້າດິນ 60 ມື້ໝາກເຜັດຂີ້ໜູຈະເລີ່ມທະຍອຍອອກໝາກ ສາມາດເກັບຜົນຜະລິດໄດ້ ແລະ ຜົນຈະອອກໄດ້ດົນປະມານ 2-3 ເດືອນ, ຄວນໝັ່ນເກັບໝ່ວຍເລີ່ມແກ່ອອກໄປບໍລິໂພກ ແລະ ອາດຈະຕັດແຕ່ງກິ່ງຫງ່າ, ຕັດຕົ້ນທີ່ໂຊມ ຫຼື ເປັນພະຍາດຖິ້ມ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ