ຫວຽດນາມ ຕັ້ງເປົ້າກາຍເປັນປະເທດພັດທະນາ ແລະ ລາຍຮັບສູງໃນປີ 2024

0
48

ລັດຖະບານຫວຽດນາມ ໄດ້ຕັ້ງເປົ້າໝາຍສູ້ຊົນຮອດປີ 2030 ເປັນປະເທດພວມພັດທະນາ, ມີອຸດສາຫະກຳທັນສະໄໝ, ລາຍຮັບປານກາງສູງ, ຮອດປີ 2045 ກາຍເປັນປະເທດພັດທະນາ, ລາຍຮັບສູງ.

ເມື່ອບໍ່ດົນມານີ້ ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມລັດຖະບານກັບບັນດາທ້ອງຖິ່ນ ໃນການປະຕິບັດຂໍ້ສະຫຼຸບຂອງສູນກາງ, ບັນດາມະຕິຂອງສະພາແຫ່ງຊາດ, ລັດຖະບານກ່ຽວກັບການເຕີບໂຕເສດຖະກິດ. ກອງປະຊຸມໄດ້ເຊື່ອມຕໍ່ທາງໄກກັບຈຸດເຊື່ອມຕໍ່ສົດ 63 ທ້ອງຖິ່ນ.

อาจเป็นรูปภาพของ โรงกลั่นน้ำมัน

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຊີ້ແຈ້ງວ່າ: ບັນດາເປົ້າໝາຍພັດທະນາທີ່ ຫວຽດນາມ ວາງອອກໃນໄລຍະທີ່ຈະມາເຖິງແມ່ນ ການເຕີບໂຕ 8% ຂຶ້ນໄປໃນປີ 2025 ແລະ ເຕີບໂຕ 2 ຕົວເລກໃນຊຸມປີຕໍ່ໄປ; ມຸ່ງໂປເຖິງ 2 ເປົ້າໝາຍຍຸດທະສາດ 100 ປີ.

ສູ້ຊົນຮອດປີ 2030 ຫວຽດນາມ ແມ່ນປະເທດພວມພັດທະນາ, ມີອຸດສາຫະກຳທັນສະໄໝ, ລາຍຮັບປານກາງສູງ, ຮອດປີ 2045 ກາຍເປັນປະເທດພັດທະນາ, ລາຍຮັບສູງ.

ຖ້າຢາກໃຫ້ທົ່ວປະເທດເຕີບໂຕກ່ວາ 8%, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນກໍ່ຕ້ອງເຕີບໂຕກ່ວາ 8%. ໄປຄຽງຄູ່ກັບການເຕີບໂຕໄວ ແຕ່ຍັງຕ້ອງມີ ຄວາມຍືນຍົງ, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຮັບປະກັນຊີວິດສັງຄົມ, ຄວາມຍຸດຕິທຳ ຄວາມກ້າວໜ້າສັງຄົມ, ບໍ່ໃຫ້ໃຜຖືກປະໄວ້ຢູ່ເບື້ອງຫຼັງ ແລະ ຕ້ອງຮັບປະກັນສິ່ງແວດລ້ອມ, ທ່ານ ຟ້າມມິງຈິງ ກ່າວ.

อาจเป็นรูปภาพของ ทะเลสาบ

ທ່ານ ນາຍົກລັດຖະມົນຕີໄດ້ຊີ້ໃຫ້ເຫັນບັນດາໜ້າທີ່, ມາດຕະການຈຸດສຸມຕ້ອງຜັນຂະຫຍາຍໃນທັນທີ ໃນເດືອນກຸມພາ ແລະ ໄຕມາດທີ 1, ລວມມີ: ສູ້ຊົນລະດັບການເຕີບໂຕ GDP ບັນລຸ 8% ຂຶ້ນໄປ;  GDP ສະເລ່ຍຕໍ່ຫົວຄົນກວ່າ 5000 ໂດລາ; ລະດັບເພີ່ມ ສະເລ່ຍ CPI ປະມານ 4,5-5%.

ສືບຕໍ່ສ້າງລະບອບລະບຽບການໃຫ້ສົມບູນແບບ; ຮັບປະກັນກົງຈັກການຈັດຕັ້ງກະທັດລັດ, ມີປະສິດທິພາບ, ປະສິດທິຜົນ; ຍູ້ແຮງການປະຕິຮູບບໍລິຫານ, ການເຫັນເປັນດີຈີຕອນ; ສຸມໃສ່ເຮັດໃໝ່ບັນດາກຳລັງໜູນເຕີບໂຕແບບເກົ່າ ແລະ ຊຸກຍູ້ບັນດາກຳລັງເຕີບໂຕໃໝ່; ຍູ້ແຮງການປ່ອຍເງິນລົງທຶນພາກລັດ; ຍູ້ແຮງການປ້ອງກັນຕ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້, ການຟູມເຟືອຍ; ເພີ່ມທະວີການພົວພັນຕ່າງປະເທດ, ເຊື່ອມຕົວເຂົ້າກັບສາກົນ.

LEAVE A REPLY

Please enter your comment!
Please enter your name here