ອິນໂດເນເຊຍ ພວມປະສົບກັບພາວະເງິນຝືດເປັນຄັ້ງທຳອິດໃນຮອບ 20 ກວ່າປີ ຍ້ອນລາຄາໄຟຟ້າ ແລະ ລາຄາອາຫານຫຼັກໆຫຼຸດລົງ ຊຶ່ງອາດຈະເປີດທາງໃຫ້ທະນາຄານກາງອິນໂດເນເຊຍ (BI) ຫຼຸດອັດຕາດອກເບ້ຍ ຖ້າຫາກເງິນຣູເປຍມີສະຖຽນລະພາບ.
ອົງການສະຖິຕິຂອງອິນໂດເນເຊຍ ເປີດເຜີຍໃນວັນທີ 3 ມີນາ ຜ່ານມາວ່າ: ດັດຊະນີລາຄາຜູ້ບໍລິໂພກ (CPI) ໃນເດືອນກຸມພາໄດ້ຫຼຸດລົງ 0,09% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ຊຶ່ງເປັນການຫຼຸດລົງຄັ້ງທໍາອິດນັບຕັ້ງແຕ່ເດືອນມີນາ 2000 ແລະ ຜິດໄປຈາກທີ່ນັກເສດຖະສາດໃນການສໍາຫຼວດຂອງBloomberg ຄາດຄະເນວ່າ: ໂຕເລກອັດຕາເງິນເຟີ້ເດືອນກຸມພາ ຂອງອິນໂດເນເຊຍຈະເພີ່ມຂຶ້ນ 0,04%.
ພາວະເງິນຝືດດັ່ງກ່າວມີສາເຫດມາຈາກລາຄາທີ່ຢູ່ອາໄສ, ນ້ຳປະປາ, ໄຟຟ້າ ແລະ ນ້ຳມັນເຊື້ອໄຟໃນຄົວເຮືອນປັບຫຼຸດລົງ. ລວມທັງລາຄາອາຫານຫຼັກເຊັ່ນ: ເຂົ້າ, ໝາກເລັ່ນ ແລະ ໝາກເຜັດແດງ ທີ່ສືບຕໍ່ຫຼຸດລົງຈາກເດືອນກ່ອນ.
ການຫຼຸດລົງຂອງ CPI ປະຈໍາປີໄດ້ເຮັດໃຫ້ອັດຕາເງິນເຟີ້ຫຼຸດລົງຕໍ່າກວ່າເປົ້າໝາຍຂອງທະນາຄານກາງອິນໂດເນເຊຍ ທີ່ລະດັບ 1,5%-3,5% ສໍາລັບປີ 2025.
ຢ່າງໃດກໍຕາມ, ອັດຕາເງິນເຟີ້ພື້ນຖານ ຊຶ່ງບໍ່ໄລວມລາຄາອາຫານ ແລະ ພະລັງງານທີ່ປ່ຽນແປງຍັງສືບຕໍ່ເພີ່ມຂຶ້ນເປັນ 2,48%, ໂດຍໄດ້ແຮງໜູນຈາກການເພີ່ມຂຶ້ນຂອງລາຄາສິນຄ້າບາງລາຍການເຊັ່ນ: ຄໍາຮູບປະພັນ ແລະ ນໍ້າມັນປຸງແຕ່ງອາຫານ.