ວິສາຫະກິດອັງກໍ ຂອງກຳປູເຈຍລາຍງານວ່າ: ອຸທິຍານບູຮານຄະດີອັງກໍ ຫຼື ອັງກໍວັດ ໃນແຂວງສຽມຣຽບ ໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 279.604 ຄົນ ໃນລະຫວ່າງເດືອນມັງກອນ ຫາ ເດືອນກຸມພາ ຊຶ່ງເພີ່ມຂຶ້ນ 18,5% ເມື່ອທຽບປີຕໍ່ປີ ແລະ ມີລາຍຮັບຈາກການຂາຍປີ້ 13,16 ລ້ານໂດລາ ເພີ່ມຂຶ້ນ 17% ເມື່ອທຽບປີຕໍ່ປີ.
ທ່ານ ທອງ ເມງດາວິດ ອາຈານປະຈຳສະຖາບັນການຕ່າງປະເທດ ແລະ ນະໂຍບາຍສາທາລະນະຂອງມະຫາວິທະຍາໄລພູມິນພະນົມເປັນ ຄາດຄະເນວ່າ: ອຸທິຍານດັ່ງກ່າວຈະມີນັກທ່ອງທ່ຽວຕ່າງປະເທດມາທ່ຽວເພີ່ມຂຶ້ນໃນ 2025 ໂດຍສະເພາະນັກທ່ອງທ່ຽວຈາກຈີນ, ເນື່ອງຈາກປີນີ້ຖືກກຳນົດເປັນປີທ່ອງທ່ຽວກຳປູເຈຍ-ຈີນ ຄຽງຄູ່ກັບການຟື້ນຕົວຂອງເສດຖະກິດຈີນ ຈໍານວນຖ້ຽວບິນທີ່ເພີ່ມຂຶ້ນ ແລະ ຄວາມສົນໃຈຕໍ່ແຫຼ່ງທ່ອງທ່ຽວທາງວັດທະນະທຳ ແລະ ທຳມະຊາດຂອງກຳປູເຈຍ.
ໃນຂະນະດຽວກັນ, ສະໜາມບິນສາກົນສຽມຣາດ ທີ່ລົງທຶນໂດຍຈີນ ຊຶ່ງຖືວ່າເປັນປະຕູຕ້ອນຮັບນັກທ່ອງທ່ຽວຕ່າງປະເທດເຂົ້າມາທີ່ອັງກໍວັດ ຈະຊ່ວຍດຶງດູດນັກທ່ອງທ່ຽວຕ່າງປະເທດໃຫ້ມາຢ້ຽມຢາມອັງກໍວັດຫຼາຍຂຶ້ນ.
ອຸທິຍານດັ່ງກ່າວໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດທັງໝົດ 1,02 ລ້ານເທື່ອຄົນໃນປີ 2024, ໃນນັ້ນມີນັກທ່ອງທ່ຽວຈີນ 82.675 ຄົນ, ສ້າງລາຍຮັບຈາກການຂາຍປີ້ໄດ້ທັງໝົດ 47,8 ລ້ານໂດລາ.