ການແຂ່ງຂັນກີລາປິ່ງປ່ອງ ສະໂມສອນ 2025 ເປີດສາກຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 7 ມີນາ 2025 ທີ່ສະໂມສອນ ປິ່ງປ່ອງລວມດາວ, ສູນການຄ້າ ວຽງຈັນ ເຊັນເຕີ ຊັ້ນ 4 ໂດຍມີການຊີງເງິນລາງວັນລວມ 25 ລ້ານກີບ.
ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ອະດິດລັດຖະມົນຕີ ກະຊ່ວງສຶກສາທິການ ແລະ ກິລາ, ປະທານ ສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ ປະທານຈັດງານແຂ່ງຂັນໄດ້ໃຫ້ກຽດເປີດການແຂ່ງຂັນຢ່າງເປັນທາງການ, ທ່ານ ເສີນ ປະທານສະພາການຄ້າລາວຈີນ, ທ່ານ ຫຼືມົ້ງຊົງ ປະທ່ານບໍລິສັດ ທ່ອງທ່ຽວກິລາ ແລະ ນາງ ສີພະຈັນ ນັນທະວົງສາງ ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍການນໍາກະຊວງສຶກສາທິການ ແລະ ກິລາ ຄະນະບໍລິຫານງານສະຫະພັນກິລາບີ່ງປ່ອງແຫ່ງຊາດ, ນະຄອນ ນະຄອນຫລວງ ບັນດາທ່ານທີໃຫ້ການສະໜັບສະໜູນ, ແຂກທີ່ມີກຽດ, ທ່ານຍິງ-ທ່ານຊາຍ ກໍ່ໄດ້ໃຫ້ກຽດ ເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດດັ່ງກ່າວ ທ່ານ ນາງ ສົມໃຈ ວົງສາ ເລຂາທິການ ສະຫະພັນກີລາປິ່ງປ່ອງແຫ່ງຊາດລາວ ກ່າວວ່າ: ການຈັດງານແຂ່ງຂັນໃນຄັ້ງນີ້, ນອກຈາກຈະເປັນການທົດສອບຄວາມພ້ອມ ຊອງບຸກຄະລາກອນ ຝ່າຍຕ່າງໆ ຂອງສະຫະພັນປິ່ງປ່ອງແຫ່ງຊາລາວໃນການຮັບເປັນເຈົ້າພາບຈັດການແຂ່ງຂັນລະດັບໂລກ ສອງລາຍການໃນເດືອນສິງຫານີ້ແລ້ວ, ກໍ່ເພື່ອຍົກລະດັບຄວາມຮູ້ ຄວາມສາມາດ ຂອງບຸກຄະລາກອນຝ່າຍຕ່າງໆ ຂອງສະຫະພັນປິ່ງປ່ອງແຫ່ງຊາດລາວໃຫ້ດີຂຶ້ນກວ່າເດີມແລ້ວຍັງເປັນການເຜີຍແຜ່ການຫຼິ້ນກິລາປິ່ງປ່ອງ ປວງຊົນໃຫ້ຟົດຟື້ນ ແລະຫຼາຍຂຶ້ນ ແລະຍັງເປັນການກະຕຸ້ນເສດຖະກິດ ແລະ ສົ່ງເສີມການທ່ອງທ່ຽວລາວ ເຮົາອີກດ້ວຍ.
ການແຂ່ງຂັນຄັ້ງນີ້ໄດ້ຮັບການສະໜັບສະໜູນຈາກຫຼາຍພາກສ່ວນ ໂດຍສະເພາະແມ່ນ ບໍລິສັດ ວຽງຈັນຈະເລີນ ທ່ອງທ່ຽວກິລາຈຳກັດ ຊຶ່ງເປັນຜູ້ມີສ່ວນຮ່ວມ ກັບສະຫະພັນປິ່ງປ່ອງແຫ່ງຊາດລາວໃນການສ້າງຕັ້ງສະໂມສອນປິ່ງປ່ອງ ລວມດາວ ໃນສູນການຄ້າ ວຽງຈັນເຊັນເຕີແຫ່ງນີ້ ແລະຍັງເປັນຜູ້ສະໜອງງົບປະມານຫຼັກໃນການຈັດງານແຂ່ງຂັນໃນຄັ້ງນີ້, ສ່ວນອຸປະກອນຈັດການແຂ່ງຂັນຈາກບໍລິສັດ ເຫີເປຍ ຍິນເຫີ ອຸປະກອນກິລາປິ່ງປ່ອງ ແລະ ບໍລິສັດ ອຸປະກອນກິລາ ຫົງຊວງສີ 729.
ສໍາລັບ ຜູ້ເຂົ້າຮ່ວມທັງພາຍໃນ ແລະ ຕ່າງປະເທດ ຈຳນວນ ປະມານ 100 ຄົນເຂົ້າຮ່ວມຄື:
1.ສະໂມສອນ ປິ່ງປ່ອງ ດາລາວອນ ໄອເຕັກຊັ້ນ 4 ຈໍານວນ 25 ຄົນ
2.ສະໂມສອນ ວາກາ ແຂວງ ຈໍາປາສັກ ຈໍານວນ 22 ຄົນ
3.ສະໂມສອນ ປິ່ງປ່ອງ SV ຈໍານວນ 9 ຄົນ
4.ສະໂມສອນ ປິ່ງປ່ອງ ໂຮງຮຽນພອນສະຫັວນກິລາ ສີເກີດ 9 ຄົນ
5.ສະໂມສອນ ປິ່ງປ່ອງ ແຂວງ ຫຼວງພະບາງ 6 ຄົນ
6.ສະໂມສອນ ປິ່ງປ່ອງ ສະຫວ່າງ ຈໍານວນ 2 ຄົນ
7.ສະໂມສອນ ປິ່ງປ່ອງ ໜອງດ້ວງ ຈຳນວນ 4 ຄົນ ແລະສະໂມສອນປິ່ງປ່ອງ ມະຫາວິທະຍາໄລແຫ່ງຊາດ
ນອກນັ້ນ, ຍັງມີຜູ້ເຂົ້າຮ່ວມຈາກອົງກອນ, ຈາກບໍລິສັດ ແລະຜູ້ຄົນທົ່ວໄປໃນລາວຄືຈາກ: ມາຈາກ ສປ ຈີນ 5 ທ່ານ, ໄທ 1 ທ່ານ, ຈາກປະເທດຣັດເຊຍ 1 ທ່ານ, ຈາກປະເທດເກົາຫຼີ 1 ທ່ານ ແລະ ຈາກປະເທດຢີປຸ່ນ 1 ທ່ານ ແລະ ພິເສດໃນມື້ນີ້ ກໍ່ແມ່ນໄດ້ມີຄູອາຈານ ແລະນ້ອງໆນັກຮຽນ ມສ ເພຍວັດ ຊຶ່ງແມ່ນເປົ້າໝາຍ ຫຼັກໃນການສ້າງນັກກິລາລຸ້ນສືຍທອດໃນອານາຄົດ
ສ່ວນລາຍການແຂ່ງຂັນ ການແຂ່ງຂັນໃນຄັ້ງນີ້ຈະໄດ້ດໍາເນີນການທັງໝົດ 2ປະເພດຄື: ປະເພດດ່ຽວ ແລະຄູ່ປະສົມ, 5 ລາຍການດ່ຽວຍິງ ແລະດ່ຽວຊາຍ (ອາຍຸບໍ່ເກີນ 11ປີ, 13 ປີ, 15 ປີ, 19, ທົ່ວໄປ, 45 ປີຂື້ນໄປ ) ແລະ ລາຍການຄູ່ ລວມທັງໝົດມີ: 12 ລາຍການ.
ຮູບ-ຂ່າວຈາກ: Larh Creators