ເມືອງຈອມເພັດ ສຳເລັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງ ຄັ້ງທີ VIII

0
216

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງຈອມເພັດ ແຂວງຫຼວງພະບາງ ຄັ້ງທີ VIII ໄດ້ສຳເລັດໃນຕອນເຊົ້າຂອງວັນທີ 7 ມີນາ 2025 ນີ້ ພາຍຫຼັງດໍາເນີນເປັນເວລາໜຶ່ງວັນເຄີ່ງ, ຢູ່ສະໂມສອນໃຫຍ່ຂອງເມືອງ; ກອງປະຊຸມໃຫຍ່ ໄດ້ພ້ອມກັນຄົ້ນຄວ້າຢ່າງເລິກເຊິ່ງ ແລະໄດ້ຮັບຮອງເອົາຢ່າງເປັນເອກະພາບ ຕໍ່ເນື້ອໃນລາຍງານການເມືອງ ຂອງຄະນະບໍລິຫານງານພັກເມືອງ ຄັ້ງທີ VII ເຊີ່ງໄດ້ສະຫຼຸບຕີລາຄາໝາກຜົນ ແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກເມືອງ ກໍຄືມະຕິ VIII ຂອງອົງຄະນະພັກແຂວງ ແລະມະຕິ XI ຂອງພັກ ເປັນຕົ້ນ ບັນດາຜົນສໍາເລັດ ຂອງທຸກຂົງເຂດວຽກງານ ໃນ 5 ປີຜ່ານມາ ອັນໄດ້ສ້າງພື້ນຖານ ແລະທ່ວງທ່າອັນໃໝ່ ໃຫ້ເມືອງຈອມເພັດ ສືບຕໍ່ພັດທະນາຖືກຕ້ອງຕາມທິດທາງ ແລະຈຸດໝາຍທີ່ວາງໄວ້.

May be an image of 4 people, dais and text

ພ້ອມກັນນັ້ນ ໄດ້ມີການປະກອບຄໍາເຫັນ ກ່ຽວກັບຂໍ້ຄົງຄ້າງ ໃນການນໍາພາ-ຊີ້ນໍາ ຂອງຄະນະບໍລິຫານງານພັກເມືອງ ກໍຄືຄະນະພັກແຕ່ລະຂັ້ນ, ຊຶ່ງເປັນສາເຫດ ເຮັດໃຫ້ການຈັດຕັ້ງປະຕິບັດໜ້າທີ່ວຽກງານບາງດ້ານ ບໍ່ບັນລຸຕາມລະດັບຄາດໝາຍ ທີ່ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ອົງຄະນະພັກເມືອງວາງອອກ, ເຊິ່ງໄດ້ສະແດງອອກ ໃນດ້ານອ່ອນ-ຂໍ້ຄົງຄ້າງ; ທີ່ໄດ້ເລັ່ງທວງໃຫ້ມີມາດຕະການທີ່ເໝາະສົມ ເພື່ອດໍາເນີນການແກ້ໄຂ ຂໍ້ຄົງຄ້າງຜ່ານມາຢ່າງຈິງຈັງ ແນໃສ່ສ້າງການຫັນປ່ຽນ ຢ່າງແຂງແຮງ ແລະເລິກເຊິ່ງ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ມີຜົນສໍາເລັດ.

 

ກອງປະຊຸມໃຫຍ່ ໄດ້ຮັບຮອງເອົາ ຂໍ້ສະຫຼຸບ 4 ປະການ ເຊິ່ງເປັນບົດຮຽນທີ່ຖອດຖອນໄດ້ ຈາກພຶດຕິກໍາ ແຫ່ງການນໍາພາຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງ VII ຂອງອົງຄະນະພັກເມືອງ ແລະຜົນງານ 37 ປີ ແຫ່ງການປ່ຽນແປງໃໝ່ ຢູ່ເມືອງຈອມເພັດ. ພ້ອມກັນນັ້ນ ກໍໄດ້ກໍານົດເອົາ ທິດທາງລວມ ແລະ 8 ຄາດໝາຍສູ້ຊົນຕົ້ນຕໍ ແຕ່ປີ 2025-2029. ພ້ອມດຽວກັນນັ້ນ ຜູ້ແທນກອງປະຊຸມໃຫຍ່ ໄດ້ພ້ອມກັນໃຊ້ສິດ ປະຊາທິປະໄຕ ຂອງຕົນປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງ ຊຸດທີ VIII ຈຳນວນ 27 ສະຫາຍ, ຍິງ 05 ສະຫາຍ, ທັງປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ແລະສຳຮອງ ຕາງໜ້າອົງຄະນະພັກເມືອງ ໄປຮ່ວມກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ຄັ້ງທີ IX, ຜ່ານການປ່ອນບັດ ແລະດໍາເນີນກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນກັນຢ່າງສົມບູນ ເລືອກເອົາຄະນະປະຈຳພັກເມືອງ 9 ສະຫາຍ, ຍິງ 2 ສະຫາຍ.

May be an image of 4 people and text

ໃນນັ້ນ ໄດ້ເລືອກເອົາ , ສະຫາຍ ນາງ ສົມສະໜອນ ຄຳສຸກສະຫວັດ ແລະສະຫາຍ ສອນເພັດ ພົງສຸທິ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ, ທັງເລືອກເອົາ ສະຫາຍ ສົມເພັດ ສຸຂະເສີມ ເປັນປະທານກວດກາພັກເມືອງ, ສະຫາຍ ບຸນເລີດ ບົວລະພັນ ແລະສະຫາຍ ຈັນດີ ບຸນຍະສອນ ເປັນຮອງປະທານກວດກາພັກເມືອງ.

May be an image of 1 person

ຕອນທ້າຍສະຫາຍ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ໄດ້ຕີລາຄາສູງ ຕໍ່ໝາກຜົນແຫ່ງການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນ, ພ້ອມທັງໃຫ້ທິດຊີ້ນໍາ ເພື່ອສືບຕໍ່ເສີມຂະຫຍາຍດ້ານດີທີ່ຕັ້ງໜ້າ ແລະປັບປຸງແກ້ໄຂຂໍ້ຄົງຄ້າງແຕ່ລະດ້ານໃຫ້ໝົດໄປ; ໂດຍຮຽກຮ້ອງໃຫ້ຄະນະບໍລິຫານງານພັກເມືອງຊຸດໃໝ່ ສືບຕໍ່ນໍາພາ-ຊີ້ນໍາ ໃນການຈັດຕັ້ງຜັນຂະຫຍາຍ ແລະປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກເມືອງຊຸດນີ້ ໃຫ້ເຂົ້າສູ່ຊີວິດຕົວຈິງ ແລະມີຜົນສໍາເລັດ ຕາມລະດັບຄາດໝາຍ ທີ່ວາງໄວ້.

ຂ່າວ: ຫຼວງພະບາງ

LEAVE A REPLY

Please enter your comment!
Please enter your name here