ກອງປະຊຸມສໍາມະນາ ກ່ຽວກັບ ການຄຸ້ມຄອງ ການເກັບຊື້, ການປຸງແຕ່ງ ແລະ ການສົ່ງອອກມັນຕົ້ນ

0
135
ກອງປະຊຸມສໍາມະນາ ກ່ຽວກັບ ການຄຸ້ມຄອງ-ເກັບຊື້, ການປຸງແຕ່ງ ແລະ ການສົ່ງອອກມັນຕົ້ນ ໄດ້ຈັດຂຶ້ນໃນວັນທີ 06 ມີນາ 2025 ທີ່ໂຮງແຮມ ຈໍາປາສັກແກຣນ, ນະຄອນປາກເຊ, ແຂວງ ຈໍາປາສັກ ໂດຍການຮ່ວມມືລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ກັບ ກະຊວງ ອຸດສາຫະກໍາ ແລະ ການຄ້າ. ໃຫ້ກຽດເປັນປະທານໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະອໍານວຍຄວາມສະດວກດ້ານການຄ້າ ແລະ ການຂົນສົົ່ງ ຂັັ້ນສູນກາງ. ໂດຍການເຂົ້າຮ່ວມ ຂອງ ທ່ານ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ລັດຖະມົນຕີກະຊວງ ອຸດສາຫະກໍາ ແລະ ການຄ້າ, ລັດຖະມົນຕີປະຈໍາສໍານັກງານນາຍົກລັັດຖະມົນຕີ ແລະ ທ່ານ ເຈົ້າແຂວງໆຈໍາປາສັກ. ພ້ອມນີ້, ມີບັນດາຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າກົມ, ຕາງໜ້າຈາກຂະແໜງການທີ່ກ່ຽວ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທ່ານ ປອ. ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ມີຄໍາເຫັນວ່າ: ສະພາບການຜະລິດມັນຕົ້ນ ຢູ່ ສປປ ລາວ ໃນໄລຍະຜ່ານມາ ເຫັນໄດ້ວ່າ ຊາວກະສິກອນ ຫັນມາປູກມັນຕົ້ນຢ່າງເປັນຂະບວນການຟົດຟື້ນຫຼາຍຂື້ນ ແບບກ້າວກະໂດດ, ຜົນຜະລິດມັນຕົນ ມີສັດສ່ວນຫຼາຍກວ່າບັນດາພືດເປັນສິນຄ້າອືີ່ນໆ ແລະ ມູນຄ່າການສົົ່ງອອກກໍ່ຢູ່ໃນລະດັບຕົ້ນໆ.
ຊື່ງໃນປີ 2024 ມີເນື້ອທີີ່ 295,000 ກວ່າ ເຮັກຕາ, ຜົນຜະລິດ 7.4 ລ້ານໂຕນ. ແຂວງຫຼັກທີີ່ປູກມັນຕົ້ນ ປະກອບດ້ວຍ ແຂວງ ໄຊຍະບູລີ, ສາລະວັນ, ເຊກອງ, ຈໍາປາສັກ, ບໍລິຄໍາໄຊ ແລະ ແຂວງວຽງຈັນ. ມາຮອດປັດຈຸບັນ ມີໂຮງງານປຸງແຕ່ງແປ້ງມັນຕົ້ນ ທັງໝົດ 22 ແຫ່ງ, ກໍາລັງການຜະລິດແປ້ງມັນຕົ້ນ ປະມານເກືອບ 1 ລ້ານໂຕນ/ປີ (0.98 ລ້ານ ໂຕນ) ແລະ ຕ້ອງການມັນຕົ້ນດິບເພືີ່ອປ້ອນໂຮງງານ ປະມານ 3.7 ລ້ານໂຕນ/ປີ. ສໍາລັບການສົ່ງອອກມັນຕົ້ນ ເຫັນວ່າມີທ່າອ່ຽງເພີີ່ມຂຶ້ນ. ໃນປີ 2024 ສາມາດສົົ່ງອອກມັນຕົ້ນໄດ້ປະມານ 2.4 ລ້ານ ໂຕນ, ມູນຄ່າສົົ່ງອອກ 440 ລ້ານກວ່າ ດອນລາສະຫາລັດ.
ໃນທີ່ປະຊຸມ ໄດ້ຮັບຟັງການລາຍງານ ນະໂຍບາຍການຊຸກຍູ້ສົ່ງເສີມການຜະລິດ, ປຸງແຕ່ງ ແລະ ການສົ່ງອອກມັນຕົ້ນ, ການຄຸ້ມຄອງ ແລະ ພັດທະນາອຸດສາຫະກໍາມັນຕົ້ນ; ການແກ້ໄຂບັນຫາຝຸ່ນລະອອງຈາກການຄ່ຽນຖ່າຍມັນຕົ້ນ ; ການຄຸ້ມຄອງໂຮງງານແປ້ງ ແລະ ການສົ່ງອອກມັນຕົ້ນ ແລະ ການເຈລະຈາສົ່ງອອກມັນຕົ້ນ; ການຄົ້ນຄວ້າແນວພັນ ແລະ ເຕັກນິກການປູກມັນຕົ້ນເພື່ອຄວາມຍືນຍົງ ລວມທັງ ລະບົບຕິດຕາມການນໍາເຂົ້າ-ສົ່ງອອກ ສິນຄ້າກະສິກໍາ. ພ້ອມນີ້, ບັນດາຜູ້ແທນທີ່ເຂົ້າ ໄດ້ປຶກສາຫາລືແລກປ່ຽນບົດຮຽນກ່ຽວກັບວຽກງານການປູກ, ການເກັບຊື້, ການປຸງແຕ່ງ ແລະ ການສົ່ງອອກມັນຕົ້ນ, ວຽກງານສົ່ງເສີມໂຮງງານແປ້ງມັນຕົ້ນ, ສະເໜີທິດທາງໃນການຫຼຸດຜ່ອນຂັ້ນຕອນໃນການສົ່ງອອກສິນຄ້າກະສິກໍາ ຕື່ມອີກ. ເພື່ອເປັນແນວທາງໃນຕໍ່ ໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະອໍານວຍຄວາມສະດວກດ້ານການຄ້າ ແລະ ການຂົນສົົ່ງ ຂັັ້ນສູນກາງ ໄດ້ໃຫ້ກຽດໂອ້ລົມ ຊື່ງໄດ້ສະເໜີໃຫ້ 2 ກະຊວງ ເອົາໃຈໃສ່ ໂດຍສະເພາະມາດຕະການໃນການແກ້ໄຂໄລຍະສັ້ນ-ໄລຍະຍາວ ເປັນຕົ້ນແມ່ນ ວຽກງານການກໍານົດຂອບເຂດເນື້ອທີ່ ທີ່ສາມາດປູກມັນຕົ້ນ ແລະ ເຂດທີ່ສາມາດສ້າງໂຮງງານໃຫ້ມີຄວາມລະອຽດ ເພື່ອຫຼຸດຜ່ອນຜົນກກະທົບທີ່ຈະຕາມມາ; ກໍານົດໂຄງສ້າງລາຄາສິນຄ້າໃຫ້ມີຄວາມຊັດເຈນ ໂດຍການສຶກສາລາຄາສິນຄ້າຂອງຕະຫຼາດ ເພື່ອລີກລ່ຽງຜົນກະທົບດ້ານລາຄາສິນຄ້າ ຕິດພັນກັບການ ປັບປຸງລະບົບການຂົນສົ່ງສິນຄ້າ ເພື່ອໃຫ້ທຸກພາກສ່ວນສາມາດໄດ້ຮັບຜົນປະໂຫຍດ ໃນຕໍ່ໜ້າ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງຕື່ມອີກ.

LEAVE A REPLY

Please enter your comment!
Please enter your name here