ເຜີຍແຜ່ມາດຕະຖານຮ້ານອາຫານສະອາດ-ປອດໄພ ໃຫ້ຜູ້ປະກອບການຢູ່ເມືອງວັງວຽງ

0
106

 

ວັງວຽງເມືອງປາຍທາງແຫ່ງການທ່ອງທ່ຽວຂອງລາວ ບໍ່ວ່າຍາມໃດກໍ່ຍັງເປັນທີ່ນິຍົມຂອງແຂກທັງພາຍໃນ ແລະຕ່າງປະເທດ ເພາະເປັນສະຖານທີ່ງົດງາມໄປແລ້ວຢາກໄປອີກ ພາກລັດກໍ່ຄືແຂວງວຽງຈັນຈຶ່ງເຮັດທຸກວິທີທາງ ຮັກສາສະຖານທີ່ແຫ່ງນີ້ໃຫ້ເປັນແຫຼ່ງທ່ອງທຽວແບບຍືນຍົງຂອງປະເທດຕະຫຼອດໄປ ໃນນັ້ນການບໍລິການຂອງຜູ້ປະກອບການແມ່ນໝາກຫົວໃຈສຳຄັນທີ່ຕ້ອງໄດ້ໃສ່ໃຈຄວບຄູ່ກັບການຮັກສາຄວາມສວຍງາມຂອງສະຖານທີ່.

May be an image of 12 people, dais and text
ແນໃສ່ຍົກສູງມາດຕະຖານການບໍລິການຂອງຜູ້ປະກອບການທຸລະກິດທີ່ຕິດພັນກັບການບໍລິການທ່ອງທ່ຽວຢູ່ເມືອງວັງວຽງ, ແຂວງວຽງຈັນ ໃນວັນທີ 4 ມີນາ 2025 ທີ່ເມືອງວັງວຽງ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ໄດ້ລົງໄປເຜີຍແຜ່  ຕິດຕາມ, ກວດກາ, ຊຸກຍູ້ ແລະ ປະ ເມີນມາດຕະຖານຮ້ານອາຫານສະອາດ ແລະ ປອດໄພ ຢູ່ເມືອງວັງວຽງໃຫ້ຜູ້ປະກອບການທົ່ວເມືອງ  ໂດຍການເປັນປະທານຮ່ວມຂອງທ່ານ ໄຊສົມບັດ ບຸນນະຜົນ, ວ່າການຫົວໜ້າກົມຄຸ້ມຄອງທຸລະກິດການທ່ອງ ທ່ຽວ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແລະ ທ່ານ ແສງແກ້ວ ສູນທະວົງສາ, ຮອງຫົວໜ້າພະແນກ ຖວທ ແຂວງວຽງຈັນ.

May be an image of 5 people, people studying and text
ຈຸດປະສົງເພື່ອເຜີຍແຜ່ຄວາມຮູ້ ແລະ ຄວາມເຂົ້າໃຈ ກ່ຽວກັບມາດຕະຖານຮ້ານອາຫານສະອາດ ແລະ ປອດໄພ ໃຫ້ຜູ້ປະກອບການຮ້ານອາຫານ ໃນເມືອງວັງວຽງ ທັງເປັນການພົບປະແລກປ່ຽນບົດຮຽນ, ປຶກສາຫາລື ເພື່ອປັບປຸງ ແລະ ຍົກລະດັບມາດຕະຖານຮ້ານອາຫານໃນເມືອງດັ່ງກ່າວໃຫ້ດີຂຶ້ນ.

May be an image of 2 people and dais
ທ່ານ ໄຊສົມບັດ ບຸນນະຜົນ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້, ມີຄວາມໝາຍຄວາມສຳຄັນ ຕໍ່ການພັດທະນາການ ທ່ອງທ່ຽວ ແລະ ສົ່ງເສີມສຸຂະພາບຂອງປະຊາຊົນໃນທ້ອງຖິ່ນ, ເພາະວັງວຽງ ເປັນເມືອງທ່ອງທ່ຽວທີ່ມີຊື່ສຽງ ທັງພາຍໃນ ແລະ ຕ່າງປະເທດ ເພື່ອສ້າງຄວາມໜັ້ນໃຈ ໃຫ້ກັບນັກທ່ອງທ່ຽວທີ່ມາຢ້ຽມຢາມເມືອງວັງວຽງ ບໍ່ພຽງແຕ່ຊົມຊື່ນກັບທຳມະຊາດທີ່ສວຍງາມເທົ່ານັ້ນ, ແຕ່ຍັງເພີດເພີນກັບອາຫານແຊບໆ ຈາກຮ້ານອາຫານຕ່າງໆໃນເມືອງຕື່ມອີກ.

May be an image of twilight and mountain
ຂ່າວ: ເພັດຈິນດາ, ກົມສື່ມວນຊົນ, ກະຊວງ ຖວທ

LEAVE A REPLY

Please enter your comment!
Please enter your name here