ແລັບດອກ ເປັນສະໂມສອນດອກປິກໄກ່ ທໍາອິດໃນລາວ ໄດ້ຮັບການສະໜັບສະໜູນຈາກ 2 ບໍລິສັດກໍຄື ເຄເອັສດີ ການຢາ ( KSD PHARMA ) ໃນນາມຜູ້ສະໜັບສະໜູນຫຼັກ ແລະ KBL ໃນນາມ GOLD Sponsor. ນອກນັ້ນ, ຍັງກາຍເປັນສະໂມສອນດອກປີກໄກ່ທໍາອິດ ໄດ້ຂຶ້ນທະບຽນເປັນສະໂມສອນຂອງ ສະຫະພັນດອກປີກໄກ່ແຫ່ງຊາດລາວ ໃນການສ້າງນັກກີລາກ້າວສູ່ການເປັນນັກກີລາທີ່ມີຄຸນນະພາບ ແລະ ທີມຊາດໃນອະນາຄົດ.
ພິທີເຊັນສັນຍາສະໜັບສະໜູນສະໂມສອນດອກປີກໄກ່ແລັບດອກ ຈັດຂຶ້ນໃນຕອນບ່າຍຂອງວັນທີ 5 ມີນາ 2025 ທີ່ຫ້ອງປະຊຸມສະໂມສອນດອກປີກໄກ່ ເສດຖາ ບ້ານບຶງຂະຫຍອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃຫ້ກຽດລົງສະໜາມເຊັນສັນຍາໂດຍ ທ່ານ ສຸພາໂຊກ ຂັນຕິວົງ ຜູ້ອຳນວຍການຝ່າຍການຄ້າ ບໍລິສັດ ເຄເອັສດີ ການຢາ ແລະ ທ່ານ LONG JUNPU ຜູ້ລົງທຶນຈາກບໍລິສັດ KBL Interaccounting Consultant Services ລົງນາມຮ່ວມກັບ ທ່ານ ວຽງສະຫວັນ ແສງຈັນ ປະທານສະໂມສອນດອກປີກໄກ່ແລັບດອກ ໂດຍມີຕາງໜ້າຈາກ 3 ພາກສ່ວນ ແລະ ສື່ມວນຊົນເຂົ້າຮ່ວມເປັນສັກຂີພິຍານ.
ໂອກາດດັ່ງກ່າວ ທ່ານ ວຽງສະຫວັນ ແສງຈັນ ຮອງປະທານສະຫະພັນດອກປີກໄກ່ແຫ່ງຊາດ ທັງເປັນປະທານສະໂມສອນດອກປີກໄກ່ແລັບດອກ ໃຫ້ສໍາພາດວ່າ: ການສະໜັບສະໜູນຄັ້ງນີ້ເປັນຂີດໝາຍອັນສໍາຄັນໃນວົງການກີລາດອກປີກໄກ່ລາວ ເພາະທີ່ຜ່ານມາຍັງບໍ່ເຄີຍມີການສະໜັບສະໜູນແບບນີ້ ແລະ ທາງສະຫະພັນກໍພະຍາຍາມປຸກລະດົມໃຫ້ສ້າງສະໂມສອນຢູ່ແຕ່ລະແຂວງເພື່ອເປັນການພັດທະນາໄປນໍາກັນ ໂດຍສະເພາະແມ່ນໃນ ນະຄອນຫຼວງວຽງຈັນ ແມ່ນໄດ້ມີການສ້າງສະໂມສອນມາຫຼາຍສະໂມສອນ ພິເສດກໍແມ່ນສະໂມສອນແລັບດອກ ກາຍເປັນສະໂມສອນທໍາອິດທີ່ຜ່ານເງື່ອນໄຂໄດ້ເຂົ້າມາເປັນສະໂມສອນຕົວແບບຂອງສະຫະພັນດອກປີກໄກ່ແຫ່ງຊາດລາວ ສະໂມສອນທໍາອິດ ເພາະເປັນສະໂມສອນທີ່ຄວາມຫ້າວຫັນ, ລະບົບທີ່ດີ ແລະ ສ້າງນັກກີລາຮຸ່ນສືບທອດຈົນກ້າວສູ່ທີມຊາດ ແນ່ນອນການສະໜັບສະໜູນຄັ້ງນີ້ກໍຈະເປັນອີກໜຶ່ງແຮງໃນການຕໍ່ຍອດໃຫ້ນັກກີລາລາວກ້າວສູ່ສາກົນ.
ຂະນະດຽວກັນ ທ່ານ ສຸພາໂຊກ ຂັນຕິວົງ ຜູ້ອຳນວຍການຝ່າຍການຄ້າ ບໍລິສັດ ເຄເອັສດີ ການຢາ ກ່າວວ່າ: ບໍລິສັດ ເຄເອັສດີ ການຢາ ເປັນບໍລິສັດເພື່ອສຸຂະພາບຢູ່ກັບຄົນລາວມາຫຼາຍກວ່າ 10 ປີ. ດັ່ງນັ້ນ ພວກເຮົາຢາກຕໍ່ຍອດໃຫ້ທຸກຄົນມີສຸຂະພາບທີ່ດີຈິ່ງໄດ້ໃຫ້ການສະໜັບສະໜູນ ເພາະສະໂມສອນດອກປີກໄກ່ ແມ່ນສົ່ງເສີມຄົນມາຫຼິ້ນກີລາເພື່ອສຸຂະພາບ ລວມທັງຍັງສ້າງຜົນງານໂດດເດັ່ນໃຫ້ກັບປະເທດລາວຄືການຍາດໄດ້ຫຼຽນໃນຊີເກມ ທີ່ຜ່ານມາ. ດັ່ງນັ້ນ ບໍລິສັດພວກເຮົາມີຜະລິດຕະພັນໃໝ່ເປັນເກືອແຮ່ທີ່ມີຄຸນພະໂຫຍດ ແລະ ເໝາະກັບນັກກີລາຫຼາຍຂຶ້ນ ຈິ່ງໃຫ້ການສະໜັບສະໜູນ ແລະ ໃຫ້ການຊັບຟອດສັງຄົມກໍ ໂດຍສະເພາະກີລາດອກປີກໄກ່ ແລະ ກີລາແລ່ນ.
ສໍາລັບ ສະໂມສອນ ແລັບດອກ ເປັນສະໂມສອນດອກປີກໄກ່ທີ່ກໍາລັງມາແຮງທີ່ສຸດໃນຕອນນີ້ ຫຼັງຈາກສ້າງຜົນງານເລີ່ມໂດດເດັ່ນມາແຕ່ປີ 2022 ຄວ້າຮອງແຊັມລາຍການທົ່ວປະເທດລາຍການໃຫຍ່ທີ່ສຸດໃນລາວ, ກ່ອນທີ່ປີ 2023 ປົດລ໋ອກ ຄວ້າແຊັມໄດ້ສໍາເລັດ ແລະ ປີ 2024 ປ້ອງກັນແຊັມໄດ້ ກາຍເປັນສະໂມສອນທໍາອິດໃນລາວທີ່ສາມາດຄວ້າແຊັມໄດ້ 2 ສະໄໝ. ນອກນັ້ນ, ກໍຍັງມີນັກກີລາກ້າວສູ່ທີມຊາດລາວ ພ້ອມສ້າງປະຫວັດສາດຄວ້າຫຼຽນທອງໃນຊີເກມ ໃນຄັ້ງທີ່ຜ່ານມາ, ສ່ວນວິໄສທິດປີ 2025 ແມ່ນຫວັງປ້ອງກັນແຊັມ ແລະ ສ້າງປະຫວັດສາດຄວ້າແຊັມສະໄໝທີ 3 ພ້ອມທັງພັດທະນານັກກີລາກ້າວໄປສູ່ໂອແລມປິກອະນາຄົດ.
B555: ແລັບດອກ ສະໂມສອນດອກປີກໄກ່ທໍາອິດທີ່ເປັນຕົວແບບຂອງ ສະຫະພັນ
ຂ່າວ-ຮູບ: Larh Creators