ແຂວງວຽງຈັນເຊັນສັນຍາສົ່ງເສີມການອອມເງິນໃຫ້ກັບນັກຮຽນ, ຄູອາຈານ ແລະ ພໍ່ແມ່ນັກຮຽນ

0
39

 

ການສ້າງນິໄສໃຫ້ເດັກຮູ້ອົດອອມແບ່ງສັນປັນສ່ວນເງິນທີ່ມີຢູ່ແຕ່ຍັງນ້ອຍຖືເປັນສິ່ງທີ່ດີ ເພື່ອຊ່ວຍປູກຝັງຈິດສຳນຶກໃນການບໍລິຫານການເງິນໃຫ້ເຂົາເຈົ້າໃນວັນຂ້າງໜ້າຈະໄດ້ມີການໃຊ້ຈ່າຍຢ່າງເປັນລະບົບ.

 

ໂດຍໃນວັນທີ 4 ມີນາ 2025 ນີ້ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການບໍລິການດ້ານການເງິນ ແລະ ການສົ່ງເສີມການອອມເງິນໃຫ້ກັບນັກຮຽນ, ຄູອາຈານ ແລະ ພໍ່ແມ່ນັກຮຽນ ພາຍໃນແຂວງວຽງຈັນ ລະຫວ່າງພະແນກສຶກສາທິການ ແລະ ກິລາແຂວງ ກັບ ທະນາຄານ ເອັດທີ ຈຳກັດ ໂດຍໃຫ້ກຽດລົງນາມລະຫວ່າງທ່ານ  ຄຳ ຂັນທະວີວອນ ວ່າການແທນຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ ແລະ ທ່ານ ທະວີວັດ ແພແສງອ່ຽມ ຜູ້ອຳນວຍການໃຫຍ່ ທະນາຄານ ເອັສທີ ຈຳກັດ ເຊິ່ງໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງວຽງຈັນ, ຄະນະພະແນກສຶກສາທິການ ແລະ ກິລາ, ຄະນະອຳນວຍການ, ອາຈານ, ນັກຮຽນ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

May be an image of 3 people, dais and text
ຈຸດປະສົງໃນການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ກໍ່ເພື່ອສົ່ງເສີມໃຫ້ນ້ອງນັກຮຽນຊັ້ນມັດທະຍົມຕອນຕົ້ນ ແລະ ຕອນປາຍ ໄດ້ມີວິໄນໃນການລິເລີ່ມການອອມ ຫຼື ທ້ອນເງິນ ແຕ່ຍັງນ້ອຍ ເມື່ອເວລາໃຫຍ່ຂຶ້ນມາຈະໄດ້ມີທຶນ ໃນການສົ່ງເສີມຕໍ່ເອງ ບໍ່ວ່າຈະເປັນທຶນໃນການຮຽນຕໍ່ ຫຼື ເປົ້າໝາຍອື່ນໆທີ່ຕັ້ງໄວ້. ນອກຈາກນັ້ນ ບັນດາຄູອາຈານ ແລະ ພໍ່ແມ່ນັກຮຽນ ກໍ່ຍັງສາມາດເຂົ້າເຖິງການໃຫ້ບໍລິການດ້ານການເງິນ ແລະ ແຫຼ່ງທຶນຈາກທະນາຄານ ເອັສທີ ໄດ້ຢ່າງສະດວກສະບາຍ ທັນສະໄໝແລະ ປອດໄພ ອີກດ້ວຍ.

May be an image of 14 people, dais and text
ໃນພິທີ ທາງທະນາຄານ ເອັສທີ ຍັງໄດ້ມີມອບປື້ມອອມຊັບ ແລະ ມອບເງິນເບື້ອງຕົ້ນໃຫ້ນັກຮຽນ 10 ນ້ອງ ຈຳນວນ 100,000 ກີບຕໍ່ບັນຊີ ເພື່ອເປັນເງິນອ້ອມໃນເບື້ອງຕົ້ນ.

May be an image of 9 people, dais and text

LEAVE A REPLY

Please enter your comment!
Please enter your name here