ສະໂມອນ ເອັນແອນເອັນ ເອັບຊີ ຫຼື N&N FC ມອບເຄື່ອງກິລາສອງສີ ໃນຈຳນວນ 80 ຊຸດ ກໍຄື ສີແດງ 40 ຊຸດ ແລະ ສີເຫຼືອງ 40 ຊຸດ ລວມມູນຄ່າ 15 ລ້ານກີບ ໃຫ້ແກ່ ກົມສ່ວຍສາອາກອນ ກະຊວງການເງິນ ເພື່ອກຽມຄວາມພ້ອມທີມເຂົ້າຮ່ວມສ້າງຜົນງານໃນການແຂ່ງຂັນກິລາບານເຕະ ຊາວໜຸ່ມ ອ້ອມຂ້າງກະຊວງ ຊີງຂັນທ່ານລັດຖະມົນຕີ ກະຊວງການເງິນ ຊຶ່ງຈະເປີດສາກຂຶ້ນໃນໄວໆນີ້.
ພິທີມອບ-ຮັບເຄື່ອງດັ່ງກ່າວ ຈັດຂຶ້ນ ໃນວັນທີ 4 ມີນາ 2025 ທີ່ສະໜາມກິລາບານເຕະ ຫຍ້າທຽມ ເບ ສະຫວັນ ເອັບຊີ ບ້ານຄຳສະຫວາດ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ເປັນກຽດມອບໂດຍທ່ານ ບຸນມີ ໄຊຍະວົງ ຮອງປະທານສະຫະພັນບານເຕະຄົນພິການຕາແຫ່ງຊາດລາວ ທັງເປັນຄະນະບໍລິຫານງານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ແລະ ປະທານສະໂມສອນ ເອັນແອນເອັນ ເອັບຊີ ຕາງໜ້າຮັບໂດຍ ທ່ານ ສົມພອນ ພິມມະສອນ ຮອງພະແນກກວດກາໄລ່ລຽງອາກອນ ກົມສ່ວຍສາອາກອນ ມີບັນດາຄະນະພະແນກ, ພະນັກງານວິຊາການ ແລະ ສະມາຊິກນັກກິລາເຂົ້າຮ່ວມເປັນສັກຂີພິຍານ.
ພາຍຫຼັງພິທີມອບ-ຮັບເຄື່ອງກິລາຈຳນວນ 80 ຊຸດ ສຳເລັດລົງແລ້ວ ກໍໄດ້ມີການແຂ່ງຂັນກິລາເຕະບານ ເພື່ອເປັນການທົດສອບຄວາມພ້ອມໃຫ້ທີມກົມສ່ວຍສາອາກອນ ພົບກັບ ສະໂມສອນ ເອັນແອນເອັນ ເອັບຊີ ເພື່ອກຽມເຂົ້າຮ່ວມແຂ່ງຂັນລາຍການດັ່ງກ່າວ ການແຂ່ງຂັນກຳນົດ 3 ຕັ້ງ ຕັ້ງລະ 30 ນາທີ ຜົນປະກົດວ່າ ທັງສອງທີມບໍ່ສາມາດເອົາຊະນະກັນໄດ້ ສະເໝີກັນໄປ 7-7 ປະຕູ.
ພາບ-ຂ່າວໂດຍ ສົງການ ພັນແພງດີ