ເວົ້າໄດ້ວ່າຄວາມພະຍາຍາມຢູ່ໄສຄວາມສໍາເລັດຢູ່ນັ້ນຄືກັບ ເອສະຣາ ເອັຟຊີ ສະໂມສອນທີ່ຢູ່ໃນວົງການບານເຕະລາວມາຢ່າງຍາວນານ ຕ້ອງໃຊ້ເວລາເຖິງ 13 ປີໃນການກ້າວສູ່ລີກສູງສຸດຂອງ ສປປ ລາວ ກ່ອນຈະສາມາດປົດລ໋ອກຄວາມແຊັມໄດ້ສໍາເລັດໃນ ເປບຊີ ລາວລີກ 1 ລະດູການ 2024/2025 ແລະ ໄດ້ສະຫຼອງແຊັມຢ່າງເປັນທາງການເມື່ອວັນທີ 1 ມີນາ 2025.
ເອສະຣາ ເອັຟຊີ ເລີ່ມສ້າງສູນຝຶກກີລາບານເຕະ ແລະ ໂຮງຮຽນຂຶ້ນຢ່າງເມື່ອປີ 2003 ຈາກຜູ້ໃຈບຸນຊາວ ສ ເກົາຫຼີ ກ່ອນທີ່ປີ 2012 ຈະສົ່ງທີມເຂົ້າຮ່ວມການແຂ່ງຂັນບານເຕະລີກສູງສຸດຂອງ ສປປ ລາວ ໂດຍປີ 2012 ແມ່ນເລີ່ມກ້າວສູ່ການແຂ່ງຂັນແບບລີກຢ່າງເຕັມຕົວ ພາຍໃຕ້ຫຼັກການໃຊ້ນັກເຕະລາວ ໃຫ້ໂອກາດນັກເຕະລາວມາຢ່າງຕໍ່ເນື່ອງ ຈົນສາມາດກາຍເປັນສະໂມສອນທີ່ປະສົບຜົນສໍາເລັດຫຼາຍທີ່ສຸດໃນການສ້າງນັກເຕະລາວ ກ້າວສູ່ທີມຊາດລາວ ໃນທຸກໆຮຸ່ນ ຫຼາຍທີ່ສຸດອັນດັບ 1.
ແຕ່ກົງກັນຂ້າມຜົນງານໃນລີກສູງສຸດຂອງ ສປປ ລາວ ແມ່ນຍັງບໍ່ສາມາດປົດລ໋ອກຄວ້າແຊັມໄດ້ເລີຍນັບແຕ່ປີ 2012-2023 ໂດຍຜົນງານດີທີ່ສຸດເຮັດໄດ້ພຽງອັນດັບ 3 ໃນປີ 2022 ແລະ 2023 ຍັງບໍ່ສາມາດເປັນແຊັມໄດ້ເທື່ອ ຈົນຫຼ້າສຸດລະດູການ 2024/2025 ເອສະຣາ ເອັຟຊີ ສ້າງຜົນງານຢ່າງໂດດເດັ່ນຮັກສາສະຖິຕິບໍ່ເສຍຈັກນັດ.
ໂດຍນັດຫຼ້າສຸດ ບານເຕະ ເອສະຣາ ເອົາຊະນະ ສະໂມສອນ ບານເຕະ ມັດສະດ້າ ວຽງຈັນ 5-1 ໂດຍ ເອສະຣາ ໄດ້ປະຕູຈາກ: ເບີ 10 ໂຈນີ້ ແຫວນປະເສີດ ນາທີ 10, ເບີ 7 ປີເຕີ້ ພັນທະວົງ ນາທີ 45+1, 76, ເບີ 8 ດາຫມົດ ທອງຄຳສະຫວັດ ນາທີ 70, ເບີ 79 ທະນູສັກ ນັນທະວົງດວງສີ ນາທີ 68 ສ່ວນ ມັດສະດ້າ ວຽງຈັນ ໄດ້ປະຕູຈາກ: ເບີ 18 MICHAEL MADUABUCHUKWU OKUSHI ນາທີ 90+2.
ຈາກຜົນດັ່ງກ່າວເຮັດໃຫ້ ເອສະຣາ ເກັບໄຊຊະນະ ເປັນນັດທີ 12 ຈາກທັງຫມົດ 14 ນັດ ສ່ວນທີ່ເຫລືອ ສະເໜີ 2 ນັດເສຍ 0 ຍິງໄດ້ 56 ປະຕູ ເສຍ 13 ປະຕູ,ມີ 38 ຄະແນນ ແລະ ເອສະຣາ ຄວ້າແຊັມ ປະຫວັດສາດ ການແຂ່ງຂັນບານເຕະເປບຊີ ລາວລີກ 1 ລະດູການ 2024/2025 ເປັນສະໄຫມທຳອິດ ພາຍຫຼັງ ສ້າງຕັ້ງສະໂມສອນ ມາໄດ້ 22 ປີ ແລະ ນັບແຕ່ມື້ສົ່ງເຂົ້າຮ່ວມແຂ່ງຂັນລີກສູງສຸດໃນປີ 2012 ( 10 ກວ່າປີ ) ໂດຍ ເອສະຣາ ໄດ້ຮັບຂັນຊະນະເລີດ, ຫລຽນ ແລະ ເງິນລາງວັນ 450 ລ້ານກີິບ.
ນອກນັ້ນ, ສະໂມສອນ ບານເຕະ ເອສະຣາ ໄດ້ເປັນແຊັມການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2024/2025 ຈະໄດ້ເປັນສະໂມສອນ ຕົວແທນຈາກ ສປປ ລາວ ເຂົ້າຮ່ວມການແຂ່ງຂັນລະດັບ AFC CHALLENGE LEAGUE 2025/2026 (ແຕ່ຕ້ອງໄດ້ຮັບໃບອະນຸຍາດຈາກສະໂມສອນລະດັບອາຊີຈື່ງສາມາດເຂົ້າຮ່ວມໄດ້ ) ຫຼື ລາຍການອື່ນໆທີ່ຖືກເຊີນ ສ່ວນອັນດັບຮອງລົງມາຈະໄດ້ພິຈາລະນາຕາມຄວາມເໝາະສົມ.
ສ່ວນບົດສະຫຼຸບອື່ນໆໃນລາວລີກ 1 ລະດູການ 2024/2025 ມີດັ່ງນີ້:
-ອັນດັບ 2 ຊ້າງນ້ອຍ ໄດ້ຮັບເງິນລາງວັນ 250 ລ້ານກີບ
-ອັນດັບ 3 ມາດສເຕີ້ ໄດ້ຮັບເງິນລາງວັນ 120 ລ້ານກີບ
-ອັນດັບ 4 ຫຼວງພະບາງ ໄດ້ຮັບເງິນລາງວັນ 60 ລ້ານກີບ
-ອັນດັບ 5 ກອງທັບ ໄດ້ຮັບເງິນລາງວັນ 45 ລ້ານກີບ
-ອັນດັບ 6 ນໍ້າທາ ໄດ້ຮັບເງິນລາງວັນ 30 ລ້ານກີບ
-ອັນດັບ 7 ວຽງຈັນ ໄດ້ຮັບເງິນລາງວັນ 20 ລ້ານກີບ
-ອັນດັບ 8 ຈຳປາສັກ ໄດ້ຮັບເງິນລາງວັນ 10 ລ້ານກີບ
ສ່ວນລາງວັນປະເພດບຸກຄົນມີຄື:
-ລາງວັນຄູຝຶກດີເດັ່ນ ທ່ານ ບຽງຊູນາ BYUNG SOO NA ສັນຊາດ ສ.ເກົາຫລີ ຈາກ ສະໂມສອນ ບານເຕະ ເອສະຣາ
-ລາງວັນນັກກິລາດີເດັ່ນ ດາຫມົດ ທອງຄຳສະຫວັດ ຈາກ ສະໂມສອນ ບານເຕະ ເອສະຣາ
-ລາງວັນຜູ້ຮັກສາປະຕູດີເດັ່ນ ກົບ ໂລກພະທິບ ຈາກ ສະໂມສອນ ບານເຕະ ເອສະຣາ
-ລາງວັນຜູ້ຍິງປະຕູສູງສຸດ TAKUMU NISHIHARA ສັນຊາດຍີ່ປຸ່ນ ຈາກ ສະໂມສອນ ບານເຕະ ຊ້າງນ້ອຍ ຍິງໄດ້ 26 ປະຕູ.
ຂ່າວ: Larh Creators ; ຮູບຈາກ: Lao League 1 ລາວລີກ 1