ນຳສະເໜີວິດີໂອໃໝ່ເພື່ອສົ່ງເສີມຄວາມສະເໝີພາບຍິງ-ຊາຍໃນຫ້ອງຮຽນ ເນື່ອງໃນໂອກາດສະຫຼອງວັນແມ່ຍິງສາກົນ

0
43

ກະຊວງສຶກສາທິການ ແລະ ກີລາ ຮ່ວມກັບ ລັດຖະບານອົດສະຕຣາລີ ໄດ້ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ເພື່ອປູກຈິດສຳນຶກກ່ຽວກັບບົດບາດຂອງຂະແໜງການສຶກສາ ແລະ ສື່ມວນຊົນ ໃນການສ້າງອະນາຄົດທີ່ມີຄວາມສະເໝີພາບລະຫວ່າງຍິງ-ຊາຍ ຂຶ້ນໃນວັນທີ 4 ມີນາ 2025 ພ້ອມທັງຍັງມີການນໍາສະເນີວີດີໃໝ່ ເພື່ອສົ່ງເສີມຄວາມສະເໝີພາບຍິງ-ຊາຍໃນຫ້ອງຮຽນ.

ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ນາງ ດາລາວອນ ກິດຕິພັນ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ທ່ານ ນາງ ເບັນນິຕາ ຊຳເມີວິວ, ອຸປະທູດອົດສະຕຣາລີ ປະຈຳ ສປປ ລາວ, ມີບັນດາທ່ານຫົວໜ້າກົມ ແລະ ຮອງຫົວໜ້າກົມຈາກກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ພ້ອມດ້ວຍບັນດາຄະນະຜູ້ອຳນວຍການສຳນັກຂ່າວຂອງ ສປປ ລາວ ເຂົ້າຮ່ວມປະມານ 70 ກວ່າທ່ານ.

ໂອກາດດັ່ງກ່າວ ທ່ານ ປອ ນາງ ດາລາວອນ ໄດ້ກ່າວໃນງານວ່າ: “ວັນແມ່ຍິງສາກົນແມ່ນວາລະທີ່ຈະສະທ້ອນໃຫ້ເຫັນເຖິງຄວາມພະຍາຍາມຢ່າງຕໍ່ເນື່ອງເພື່ອບັນລຸຄວາມສະເໝີພາບຍິງ-ຊາຍ ແລະສືບຕໍ່ຄວາມມຸ້ງໝັ້ນຮ່ວມຂອງພວກເຮົາເພື່ອການປ່ຽນແປງໃນທາງບວກທີ່ດີຂຶ້ນຕໍ່ທຸກຄົນໃນສັງຄົມ. ຄວາມສະເໝີພາບຍິງ-ຊາຍ ແມ່ນບູລິມະສິດທີ່ສຳຄັນໃນແຜນພັດທະນາຂະແໜງການສຶກສາ ແລະ ກິລາ ຂອງລັດຖະບານ ແຫ່ງ ສປປ ລາວ. ທີມງານສື່ຂອງກະຊວງສຶກສາທິການ ແລະ ກິລາ ລວມທັງສື່ມວນຊົນຈາກສຳນັກຂ່າວໃນຂອບເຂດທົ່ວປະເທດ ມີບົດບາດສຳຄັນໃນການຊຸກຍູ້ໃຫ້ສັງຄົມມີຄວາມກ້າວໜ້າ ແລະ ມີສ່ວນຮ່ວມຂອງທຸກຄົນ ທັງເປັນການຊຸກຍູ້ໃຫ້ມີການປັບປຸງດ້ານຜົນການຮຽນຂອງນັກຮຽນ ໂດຍສະເພາະສຳລັບເດັກທີ່ດ້ອຍໂອກາດ. ຂ້າພະເຈົ້າຮູ້ສຶກເປັນກຽດທີ່ເປັນປະທານເປີດວາລະພິທີໃນມື້ນີ້, ໃນຂະນະທີ່ພວກເຮົາສະເຫຼີມສະຫຼອງຜົນສໍາເລັດທີ່ຜ່ານມາ ແລະ ນໍາສະເໜີວິດີໂອທໍາອິດທີ່ພວກເຮົາຜະລິດໃນຂະແໜງການສຶກສາ ທີ່ສົ່ງເສີມຄວາມສະເໝີພາບຍິງ-ຊາຍໃນໂຮງຮຽນ”.

ທ່ານ ປອ ນາງ ດາລາວອນ ໄດ້ກ່າວຕື່ມວ່າ: “ຂໍ້ລິເລີ່ມນີ້ສະແດງເຖິງບາດກ້າວທີ່ສຳຄັນໃນການແກ້ໄຂບັນຫາຄວາມລຳອຽງດ້ານເພດ ໂດຍທີ່ພວກເຮົາອາດບໍ່ຮູ້ໃນຂະແໜງການສຶກສາ ແລະ ກິລາ. ເນັ້ນໃຫ້ເຫັນປະສົບການຕົວຈິງໃນຫ້ອງຮຽນ ແລະ ສະເໜີວິທີແກ້ໄຂໃນການປະຕິບັດຕົວຈິງ, ພວກເຮົາກຳລັງສ້າງຄວາມເຂັ້ມແຂງໃຫ້ຄູກາຍເປັນແບບຢ່າງຂອງການປ່ຽນແປງໃນການສົ່ງເສີມຄວາມສະເໝີພາບ ຍິງ-ຊາຍ”.

ຂະນະດຽວກັນ ທ່ານ ນາງ ເບັນນິຕາ ຊຳເມີວິວ ໄດ້ກ່າວວ່າ: “ຄວາມສະເໝີພາບຍິງ-ຊາຍ ແມ່ນຍັງສືບຕໍ່ເປັນວຽກບຸລິມະສິດຂອງລັດຖະບານອົດສະຕຣາລີ. ໃນເດືອນທີ່ຜ່ານມາ, ລັດຖະມົນຕີການຕ່າງປະເທດອົດສະຕຣາລີ ໄດ້ເຜີຍແຜ່ຍຸດທະສາດສາກົນໃໝ່ຂອງອົດສະຕຣາລີກ່ຽວກັບການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ເຊິ່ງເປັນການໃຫ້ຄຳໝັ້ນສັນຍາຂອງພວກເຮົາໃນການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ສິດທິຂອງແມ່ຍິງໃນທົ່ວໂລກ, ໂດຍສະເພາະ ໃນພາກພື້ນອິນໂດ-ປາຊີຟິກ. ແຕ່ການທີ່ພວກເຮົາຈະສາມາດບັນລຸຄວາມສະເໝີພາບຍິງ-ຊາຍໄດ້ຢ່າງແທ້ຈິງແມ່ນຮຽກຮ້ອງຕ້ອງການຫຼາຍກວ່ານະໂຍບາຍ ເຊັ່ນ ການປ່ຽນແປງດ້ານວັດທະນະທຳ, ການສຶກສາ ແລະ ພະລັງຂອງການບອກເລົ່າເລື່ອງລາວຕ່າງໆ. ດ້ວຍເຫດນີ້, ລັດຖະບານອົດສະຕຣາລີ ມີຄວາມພູມໃຈໃນການສະໜັບສະໜູນກະຊວງສຶກສາທິການ ແລະ ກິລາ ໂດຍຜ່ານແຜນງານບີຄວາ ໃນການເຜີຍແຜ່ວິດີໂອເພື່ອສົ່ງເສີມຄວາມສະເໝີພາບຍິງ-ຊາຍ ໃຫ້ທຸກທ່ານໄດ້ຮັບຊົມໃນມື້ນີ້. ຈຸດປະສົງທີ່ສຳຄັນ ແມ່ນເພື່ອເນັ້ນໃຫ້ເຫັນໜັກບົດບາດສຳຄັນຂອງຄູໃນການຊຸກຍູ້ໃຫ້ມີຄວາມສະເໝີພາບຍິງ-ຊາຍໃນຫ້ອງຮຽນ”.

ໂດຍສອດຄ່ອງກັບຫົວຂໍ້ງານຂອງປີນີ້, “ສິດທິ, ຄວາມສະເໝີພາບ ແລະ ຄວາມເຂັ້ມແຂງ ເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ”, ງານໃນມື້ນີ້ມີວາລະເດັ່ນໂດຍເປີດໃຫ້ຊົມວິດີໂອ “ຄວາມສະເໝີພາບລະຫວ່າງຍິງ-ຊາຍໃນຫ້ອງຮຽນ” ເປັນຄັ້ງທຳອິດ. ວີດີໂອນີ້ຜະລິດໂດຍສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ຮ່ວມກັບພະແນກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ, ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ. ວິດີໂອດັ່ງກ່າວ ໄດ້ເລີ່ມຕົ້ນສ້າງໃນເດືອນກຸມພາ 2024, ປະກອບມີການເລົ່າເລື່ອງແບບສາລະຄະດີ ພ້ອມທັງມີກາຕູນເອນິເມຊັນແບບສ້າງສັນປະກອບ ເພື່ອເຜີຍແຜ່ເນື້ອໃນໃຈຄວາມຂອງວິດີໂອ. ວິດີໂອສະແດງໃຫ້ເຫັນເຖິງການປ່ຽນແປງທີ່ລະອຽດອ່ອນໃນການປະຕິບັດການສອນ ທີ່ສາມາດສົ່ງເສີມສະພາບແວດລ້ອມການຮຽນຮູ້ທີ່ມີຄວາມສະເໝີພາບຍິງ-ຊາຍຫຼາຍຂຶ້ນ. ຈຸດປະສົງຂອງວິດີໂອແມ່ນເພື່ອປູກຈິດສໍານຶກກ່ຽວກັບບົດບາດສໍາຄັນຂອງຄູໃນການສົ່ງເສີມຄວາມສະ ເໝີພາບຍິງ-ຊາຍ, ການປະຕິບັດຕົວຈິງ, ຍຸດທະສາດການສອນທີ່ສົ່ງເສີມການສຶກສາຮຽນຮ່ວມ ແລະ ແກ້ໄຂຄວາມລຳອຽງດ້ານເພດທີ່ຄູເອງອາດຈະເຮັດໄປໂດຍບໍ່ຮູ້ຕົວໃນເວລາສິດສອນ.

ທ່ານນາງ ເບັນນິຕາ ຊໍາເມີວິວ ໄດ້ກ່າວວ່າ: “ ໃນຂະນະທີ່ພວກເຮົາສະເຫຼີມສະຫຼອງວັນແມ່ຍິງສາກົນປີ 2025 ແລະ ຄຳນຶງກ່ຽວກັບຄຳຂວັນ ‘ສິດທິ, ຄວາມສະເໝີພາບ ແລະ ຄວາມເຂັ້ມແຂງ ເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ’ ພວກເຮົາຄິດເຫັນການຮ່ວມມືຄັ້ງທໍາອິດລະຫວ່າງ ພະແນກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ແລະ ທີມງານຂອງ ສວສ ໃນການຜະລິດວິດີໂອດັ່ງກ່າວ ພ້ອມທັງສົ່ງເສີມການສືບຕໍ່ຮ່ວມມືໃນຫົວຂໍ້ອື່ນໆທີ່ຕິດພັນກັບຄວາມສະເໝີພາບຍິງ-ຊາຍ ແລະ ການສຶກສາຮຽນຮ່ວມ. ຂໍໃຫ້ພວກເຮົາຢືນຢັນຄືນອີກຄັ້ງເຖິງຄຳໝັ້ນສັ້ນຍາຂອງພວກເຮົາທີ່ຈະສ້າງໂລກທີ່ເປັນບ່ອນທີ່ເດັກຍິງ ແລະ ແມ່ຍິງທຸກຄົນມີຄວາມເຂັ້ມແຂງ, ມີຄຸນຄ່າ ແລະ ມີສ່ວນຮ່ວມ. ໂດຍການຮ່ວມມືກັນເພື່ອທຳລາຍສິ່ງກີດຂວາງ ແລະ ເສີມຂະຫຍາຍຄວາມຫຼາກຫຼາຍ, ພວກເຮົາສາມາດສ້າງຄວາມສະເໝີພາບ ແລະ ການມີສ່ວນຮ່ວມໃຫ້ຫຼາຍຂຶ້ນເພື່ອຄົນຮຸ່ນໃໝ່ໃນອະນາຄົດ.
ທ່ານນາງ ເບັນນິຕາ ຊຳເມີວິວ ຍັງໄດ້ສະແດງຄວາມຍິນດີກັບ ສວສ ກ່ຽວກັບວິທີການໃນການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ຜ່ານການຜະລິດວິດີໂອນີ້. ທ່ານໄດ້ກ່າວວ່າ: “ໃນໄລຍະຫຼາຍປີຜ່ານມາ, ພວກເຮົາເຫັນຄວາມກ້າວໜ້າທີ່ແທ້ຈິງ ທີ່ຂະແໜງການສຶກສາ ແລະ ສື່ຕ່າງໆ ໄດ້ພະຍາຍາມຕັ້ງຄຳຖາມຕໍ່ກັບແນວຄິດແບບເກົ່າດັ້ງເດີມທີ່ເປັນອັນຕະລາຍ ແລະ ສົ່ງເສີມການມີສ່ວນຮ່ວມ – ບໍ່ວ່າຈະເປັນດ້ານ ເພດ, ຄວາມພິການ ຫຼື ຊົນເຜົ່າ. ຄວາມພະຍາຍາມເຫຼົ່ານີ້ແມ່ນເປັນທີ່ໜ້າຍ້ອງຍໍຢ່າງຍິ່ງ ແລະ ສະແດງໃຫ້ເຫັນເຖິງການອຸທິດຕົນຂອງທີມງານຜະລິດວິດີໂອຂອງ ສວສ ໃນການຄຳນຶງເຖິງຄວາມສະເໝີພາບຍິງ-ຊາຍ ແລະ ການສຶກສາຮຽນຮ່ວມຢູ່ໃນທຸກຂັ້ນຕອນຂອງການສ້າງເນື້ອໃນຂອງບົດເລື່ອງ”.

ທີມງານຂ່າວສານຂອງ ສວສ ໄດ້ມີຄວາມກ້າວໜ້າອັນສໍາຄັນໃນການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ຜ່ານການຜະລິດສື່ວິດີໂອນີ້. ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ, ທີມງານໄດ້ຮັບການຝຶກອົບຮົມໃນຫຼາຍຫົວຂໍ້ ເພື່ອເສີມຂະຫຍາຍທັກສະດ້ານວິຊາການຂອງເຂົາເຈົ້າໃນຫຼາຍດ້ານ ເຊິ່ງລວມມີ: ການຖ່າຍທຳ, ການຕັດຕໍ່, ຝຶກສ້າງກາຕູນເອນິເມຊັນ ແລະ ດ້ານການຕັດຕໍ່ສຽງ. ການຝຶກອົບຮົມດັ່ງກ່າວໄດ້ເນັ້ນໜັກເຖິງການເສີມສ້າງຄວາມສາມາດຂອງພະນັກງານຍິງ ເພື່ອປະຕິບັດບົດບາດດ້ານວິຊາການຢູ່ເບື້ອງຫຼັງການຖ່າຍທຳ ແລະ ການຕັດຕໍ່, ເປັນການປ່ຽນບົດບາດຈາກເມື່ອກ່ອນທີ່ຜູ້ຍິງສາມາດເຮັດໜ້າທີ່ພຽງແຕ່ຢູ່ເບື້ອງໜ້າເຊັ່ນ: ເປັນພິທີກອນ ຫຼື ນັກສະແດງ. ໃນປັດຈຸບັນທີມງານຍັງມີເປົ້າໝາຍເພື່ອຊຸກຍູ້ໃຫ້ພະນັກງານຊາຍກ້າວໄປສູ່ການເປັນຜູ້ນຳສະເໜີ ຫຼື ພິທີກອນ, ຮັບປະກັນໃຫ້ມີຜູ້ນຳສະເໜີທີ່ສົມດຸນຍິງ-ຊາຍຫຼາຍຂຶ້ນ. ທີມງານທຸກຄົນໄດ້ຮັບການຝຶກອົບຮົມກ່ຽວກັບການຂຽນບົດ ແລະ ການຄັດເລືອກນັກສະແດງທີ່ໃຫ້ທຸກຄົນມີສ່ວນຮ່ວມ, ເນັ້ນໃສ່ການຫຼີກລ່ຽງແນວຄິດແບບເກົ່າດັ່ງເດີມ ແລະ ຮັບປະກັນຄວາມສະເໝີພາບທັງຊາຍ ແລະ ຍິງ ໃນການເປັນຜູ້ນຳສະເໜີ. ເນື້ອໃນແມ່ນຖືກຕັ້ງໃຈສ້າງຂຶ້ນເພື່ອສົ່ງເສີມຄວາມສະເໝີພາບຍິງ-ຊາຍໂດຍໃຫ້ເຫັນເຖິງພໍ່ໃນບົດບາດການເບິ່ງແຍງລູກ ແລະ ເນັ້ນໃຫ້ເຫັນເຖິງຈຸດແຂງຂອງແມ່ຍິງໃນບົດບາດໃນອາຊີບຕ່າງໆ. ການຕັດສິນໃຈໃນການເລືອກນັກສະແດງແມ່ນໄດ້ຮັບການພິຈາລະນາຢ່າງລະມັດລະວັງກ່ຽວກັບຄວາມສົມດຸນດ້ານເພດ ແລະ ຄວາມຫຼາກຫຼາຍຂອງຊົນເຜົ່າ, ເປັນການແກ້ໄຂຄວາມທ້າທາຍໃນການມອບວຽກແບບດັ່ງເດີມ – ຍົກຕົວຢ່າງ, ສົມມຸດຖານທີ່ວ່າຜູ້ອຳນວຍການແມ່ນເພດຊາຍ ແລະ ຄູສອນແມ່ນເພດຍິງ. ຜົນໄດ້ຮັບແມ່ນເນື້ອໃນທີ່ສະແດງໃຫ້ເຫັນແມ່ຍິງໃນບົດບາດການເປັນຜູ້ນໍາໃນຂະນະທີ່ສະແດງໃຫ້ເຫັນຕົວຢ່າງໃນທາງບວກຂອງການຮ່ວມມືລະຫວ່າງຍິງ-ຊາຍ.

ທ່ານ ປອ ນາງ ດາລາວອນ ໄດ້ກ່າວສະຫຼຸບໂດຍການບອກເຖິງແຜນສ້າງວິດີໂອຕໍ່ໄປວ່າ: “ພິທີສະເຫຼີມສະຫຼອງວັນແມ່ຍິງສາກົນຄັ້ງນີ້ ຈະດຳເນີນໄປເປັນເວລາໜຶ່ງມື້ເຄິ່ງໂດຍຈະມີການຝຶກອົບຮົມໃຫ້ແກ່ທີມຜະລິດສື່ ແລະ ວິດີໂອຂອງ ສວສ ກ່ຽວກັບການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກ – ເຊິ່ງຈະເປັນຫົວຂໍ້ຕໍ່ໄປທີ່ຈະສ້າງວິດີໂອ ເຊິ່ງເປັນປະເພດວິດີໂອເພື່ອສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ການສຶກສາຮຽນຮ່ວມ. ການຝຶກອົບຮົມຄັ້ງນີ້ຈະນຳພາໂດຍພະແນກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ຈາກຫ້ອງການກະຊວງ”.

LEAVE A REPLY

Please enter your comment!
Please enter your name here