ນັບຕັ້ງແຕ່ເດືອນມັງກອນ 2025 ເປັນຕົ້ນມາ ບໍລິສັດ ເບຍລາວ ສືບຕໍ່ສົ່ງເສີມມອບທຶນການສຶກສາໃຫ້ກັບນ້ອງໆນັກສຶກສາລວມທັງໝົດ 8 ສະຖາບັນ ທົ່ວປະເທດ, ໂດຍມີທ່ານ ສິດທິໄຊ ເກດຕະວົງ ອຳນວຍການຝ່າຍກິດຈະການອົງກອນ, ສັງຄົມ ແລະ ຄວາມຍືນຍົງ, ຕາງໜ້າຄະນະອຳນວຍການ ບໍລິສັດ ເບຍລາວ ຈຳກັດ; ພ້ອມດ້ວຍຄະນະບໍລິຫານງານ, ຄະນະອາຈານ ແລະ ນັກສຶກສາແຕ່ລະສະຖາບັນເຂົ້າຮ່ວມ.

ໂດຍໂຄງການເບຍລາວສານຝັນໃຫ້ນ້ອງ ໄດ້ມອບທຶນການສຶກສາຈຳນວນ 150 ທຶນ ໃຫ້ 8 ສະຖາບັນຄື: ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລສຸພານຸວົງ, ມະຫາວິທະຍາໄລສະຫວັນນະເຂດ, ມະຫາວິທະຍາໄລຈໍາປາສັກ, ສະຖາບັນວິຈິດສິນແຫ່ງຊາດ, ວິທະຍາໄລຄູສະຫວັນນະເຂດ, ວິທະຍາໄລຄູປາກເຊ, ວິທະຍາໄລເຕັກນິກ ລາວ-ເຢຍລະມັນລວມມູນຄ່າທັງໝົດຫຼາຍກວ່າ 1 ຕື້ກີບ.

ບໍລິສັດ ເບຍລາວ ເປີດໂອກາດໃຫ້ນັກສຶກສາທຸກຄົນໂດຍບໍ່ມີການຈຳແນກຖານະທາງສັງຄົມ, ເພດ, ຊົນຊາດ, ຊົນເຜົ່າ, ສາດສະໜາ, ສີຜິວ ລວມໄປເຖິງບຸກຄົນທີ່ຂາດຄວາມສາມາດດ້ານຮ່າງກາຍ (ພິການ).
ທ່ານ ສິດທິໄຊ ເກດຕະວົງ ອຳນວຍການຝ່າຍກິດຈະການອົງກອນ, ສັງຄົມ ແລະ ຄວາມຍືນຍົງ ບໍລິສັດເບຍລາວກ່າວວ່າ: ບໍລິສັດ ເບຍລາວມີຄວາມພາກພູມໃຈທີ່ໄດ້ປະກອບສ່ວນສົ່ງເສີມທຶນການສຶກສາໃຫ້ກັບນັກສຶກສາທົ່ວປະເທດ, ຕະຫຼອດ 14 ປີທີ່ຜ່ານມາ ໂຄງການເບຍລາວສານຝັນໃຫ້ນ້ອງໄດ້ມອບທຶນການສຶກສາໄປແລ້ວ 3,574 ທຶນມີມູນຄ່າລວມຫຼາຍກວ່າ 11.2 ຕື້ກີບ, ກວມເອົາ 8 ສະຖາບັນ ລວມມີ 4 ມະຫາວິທະຍາໄລໃຫຍ່ໆ ແລະ ອີກ 4 ສະຖາບັນຫຼັກໆພາຍໃນປະເທດ.

ຕາງໜ້ານັກສຶກສາທືນເບຍລາວສານຝັນໃຫ້ນ້ອງ ກ່າວວ່າ: ບໍລິສັດໄດ້ເລັ່ງເຫັນຄວາມສຳຄັນໃນເລື່ອງການສຶກສາໄດ້ມີນະໂຍບາຍທີ່ຊັດເຈນໃນການສ້າງຊັບພະຍາກອນມະນຸດ ແລະ ການປະກອບສ່ວນໃນການສ້າງສາພັດທະນາໃຫ້ປະເທດຊາດ, ໂດຍຈະຍັງຄົງສືບຕໍ່ມອບທຶນການສຶກສາໃຫ້ນັກສຶກສາພາຍໃນປະເທດ ພ້ອມທັງພິຈາລະນາພິເສດໃນການສົ່ງເສີມວຽກເຮັດງານທຳ ສຳລັບນັກສຶກສາດີເດັ່ນທີ່ສາມາດຄວ້າເອົາໃບປະກາສະນິຍາບັດແດງໃນປີສຸດທ້າຍຂອງການສຶກສາ.
ບໍລິສັດ ເບຍລາວ ຍາມໃດກໍ່ຢູ່ຄຽງຄູ່ສັງຄົມລາວ ພ້ອມເປັນອີກແຮງພັກດັນ ໃຫ້ນັກສຶກສາລາວກ້າວໄປສູ່ອະນາຄົດທີ່ສົດໃສໄປຮ່ວມກັນ.