ບໍລິສັດ ເບຍລາວ ຈັດກິດຈະກໍາສະເຫຼີມສະຫຼອງວັນແມ່ຍິງສາກົນຄົບຮອບ 115 ປີ

0
58

ບໍລິສັດ ເບຍລາວ ຈັດກິດຈະກໍາສະເຫຼີມສະຫຼອງວັນແມ່ຍິງສາກົນຄົບຮອບ 115 ປີ ພ້ອມທັງຈັດເວທີສົນທະນາ-ແລກປ່ຽນ ກັບຄະນະຜູ້ບໍລິຫານ ແລະ ຕົວແທນເອື້ອຍນ້ອງຍິງພາຍໃຕ້ຫົວຂໍ້ “ຄວາມເທົ່າທຽມບົດບາດຍິງຊາຍ, ເສັ້ນທາງສາຍອາຊີບ ແລະ ຄວາມເປັນຜູ້ນໍາຂອງແມ່ຍິງໃນ ບໍລິສັດ ແລະ ສັງຄົມ”.

ໃນວັນທີ 27 ກຸມພາ 2025 ທີ່ ບໍລິສັດ ເບຍລາວ ຈຳກັດ ໄດ້ມີພິທີສະເຫຼີມສະຫຼອງວັນແມ່ຍິງສາກົນຄົບຮອບ 115 ປີ ຂອງສະຫະພັນແມ່ຍິງຮາກຖານ ບໍລິສັດ ເບຍລາວ ເພື່ອເປັນການສ້າງຂະບວນການຟົດຟື້ນ ໂດຍການເຂົ້າຮ່ວມຂອງທ່ານ ສິດທິໄຊ ເກດຕະວົງ ເລຂາຄະນະພັກຮາກຖານ ພ້ອມຄະນະຜູ້ບໍລິຫານ ບໍລິສັດ ເບຍລາວ, ມີທ່ານ ນາງ ວັນດາລີ ສຸວັນນະສຸກ ປະທານສະຫະພັນແມ່ຍິງ ບໍລິສັດ ເບຍລາວ ພ້ອມຄະນະສະຫະພັນແມ່ຍິງ ແລະ ສະມາຊິກເອື້ອຍນ້ອງຍິງເຂົ້າຮ່ວມ.

ເພື່ອເປັນການສະເຫຼີມສະຫຼອງວັນແມ່ຍິງສາກົນໃຫ້ມີບັນຍາກາດຄຶກຄື້ນ ແລະ ມີຄວາມໝາຍເລິກເຊິ່ງ, ທາງຄະນະສະຫະພັນແມ່ຍິງໄດ້ຈັດງານຕະຫຼາດນັດຂາຍອາຫານເຄື່ອງດື່ມ, ເຄື່ອງປະດັບ, ເຄື່ອງໃຊ້ສອຍທີ່ຈຳເປັນ ຂອງເອື້ອຍນ້ອງຍິງ ບໍລິສັດ ເບຍລາວ, ຈັດໃຫ້ມີເວທີສົນທະນາ-ແລກປ່ຽນ ກັບຄະນະຜູ້ບໍລິຫານ ແລະ ຕົວແທນເອື້ອຍນ້ອງຍິງພາຍໃຕ້ຫົວຂໍ້ “ຄວາມເທົ່າທຽມບົດບາດຍິງຊາຍ, ເສັ້ນທາງສາຍອາຊີບ ແລະ ຄວາມເປັນຜູ້ນໍາຂອງແມ່ຍິງໃນ ບໍລິສັດ ແລະ ສັງຄົມ”. ພາຍໃນງານໄດ້ມີກິດຈະກໍາການແຈກລາງວັນໃຫ້ເອື້ອຍນ້ອງຍິງທີ່ເຂົ້າຮ່ວມ ເພື່ອສ້າງຂວັນກໍາລັງໃຈ  ແລະ ມອບໂຊກໃຫ້ຜູ້ເຂົ້າຮ່ວມງານ.

ທ່ານ ນາງ ວັນດາລີ ສຸວັນນະສຸກ ປະທານສະຫະພັນແມ່ຍິງ ບໍລິສັດ ເບຍລາວ ກ່າວວ່າ: ຖ້າອີງໃສ່ນະໂຍບາຍຂອງບໍລິສັດໃນການສົ່ງເສີມ ບໍ່ວ່າຈະເປັນໜ້າທີ່, ຕໍາແໜ່ງ ແລະ ໂອກາດໃນສາຍອາຊີບວຽກງານ ລະຫວ່າງເພດຍິງ ແລະ ເພດຊາຍທີ່ມີຄວາມສາມາດເທົ່າທຽມກັນ ບໍລິສັດ ເບຍລາວ ແມ່ນໃຫ້ບູລິມະສິດແມ່ຍິງກ່ອນ, ເຊິ່ງແມ່ຍິງກໍເປັນອີກແຮງໜຶ່ງທີ່ເປັນແວ່ນແຍງ ເຮັດໃຫ້ແມ່ຍິງມີຄວາມຈົບງາມ ຕາມຄຳຂັວນແມ່ຍິງ: ເຮືອນ 3 ນໍ້າ 4 ເຊິ່ງກໍແມ່ນໜ້າທີ່ຂອງແມ່ຍິງລາວໄດ້ຕັ້ງໜ້າປະກອບສ່ວນ.

ພ້ອມນີ້ ຄະນະພັກຮາກຖານບໍລິສັດເບຍລາວຍັງໄດ້ເລັ່ງເຫັນຄວາມສຳຄັນໂດຍສະເພາະການຍົກບົດບາດເອື້ອຍນ້ອງແມ່ຍິງໃນບໍລິສັດ ເຊັ່ນ: ໃນພາກການຜະລິດ, ແຕ່ກ່ອນຈະເຫັນພຽງຜູ້ຊາຍ ສະແດງໃຫ້ເຫັນຄວາມສະເໝີພາບຍິງຊາຍ ເຊິ່ງເປັນຄວາມໜຶ່ງຄວາມພາກພູມໃຈຂອງບໍລິສັດ ເບຍລາວ.

ການຈັດກິດຈະກໍາຄັ້ງນີ້ເປັນການສື່ໃຫ້ເຫັນເຖິງຄວາມສາມາດຂອງແມ່ຍິງ ທີ່ມີຄວາມໂດດເດັ່ນເທົ່າກັບອ້າຍນ້ອງຊາຍ, ເປັນອີກໜຶ່ງເວທີສະແດງໃຫ້ເຫັນເຖິງຄວາມສາມັກຄີພາຍໃນບໍລິສັດ, ປັດຈຸບັນພະນັກງານຍິງຂອງ ບໍລິສັດ ເບຍລາວ ມີທັງໝົດ 298 ຄົນ, ກວມ 13% ຂອງພະນັກງານທັງໝົດ; ຜ່ານມາໄດ້ມີການຝືກອົບຮົມ ໂດຍອີງຕາມລະບຽບການຂອງຄາສເບີກ ແລະ ກົດໝາຍພາຍໃນປະເທດ.

LEAVE A REPLY

Please enter your comment!
Please enter your name here