ການນຳຂັ້ນສູງແຂວງສະຫວັນນະເຂດ ລົງຢ້ຽມຢາມ ແລະຕິດຕາມເບິ່ງການກໍ່ສ້າງເສັ້ນທາງດິນແດງ ອັດແໜ້ນທີ່ເມືອງເຊໂປນ ໂດຍການປະກອບສ່ວນຂອງທ່ານ ເກຍ ອູ໊ສິດທິເດດ

0
159

ຫວ່າງບໍ່ດົນມານີ້, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າ ແຂວງສະຫວັນນະເຂດ, ທ່ານ ໂພໄຊ ໄຂຄໍາພິທູນ ຮອງເຈົ້າ ແຂວງ ພ້ອມດ້ວຍພະແນກ ການ, ກົມກອງທຽບເທົ່າອ້ອມ ຂ້າງແຂວງ ຈາກນີ້ກໍ່ມີທ່ານ ພົງຄໍາຮັກ ບຸດທະວົງ ເຈົ້າ ເມືອງເຊໂປນ ພ້ອມດ້ວຍຄະນະ ແລະທ່ານ ເກຍ ອູ໊ສິດທິເດດ ເຈົ້າຂອງໂຮງງານນໍ້າດື່ມ-ນໍ້າ ກ້ອນໂລມາຄໍາ ວິລະຊົນແຮງ ງານແຫ່ງຊາດເຂົ້າຮ່ວມຕິດ ຕາມຄະນະໃນຄັ້ງນີ້.

ທ່ານ ເກຍ ອູ໊ສິດທິເດດ ໄດ້ ໃຫ້ສຳພາດຕໍ່ນັກຂ່າວພວກເຮົາ ວ່າ: ສຳລັບການກໍ່ສ້າງ ແລະ ສ້ອມແປງເສັ້ນທາງດິນແດງ ອັດແໜ້ນຢູ່ບ້ານວົງວິໄລ, ບ້ານ ອຸດົມສຸກ, ບ້ານທ່າໂຂ່ງ, ບ້ານ ເມືອງຈັນ ເມືອງເຊໂປນ ໄດ້ ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2024 ແລະປະຈຸບັນແມ່ນກຳ ລັງດໍາເນີນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງທີ່ບ້ານ ອຸດົມສຸກ ເຊິ່ງທັງໝົດແມ່ນປະ ຊາຊົນຂໍໃຫ້ຊ່ວຍໃນການປັບ ປຸງສ້ອມແປງລະບົບພື້ນຖານ ໂຄງລ່າງພາຍໃນບ້ານເປັນຕົ້ນ: ການກໍ່ສ້າງເສັ້ນທາງຕັດໃໝ່, ເສັ້ນທາງຮ່ອມຂອງບ້ານ ແລະ ອັດແໜ້ນທາງຫຼັກຂອງບ້ານ ເພື່ອເປັນເງື່ອນໄຂໃນການສ້າງ ເປັນທາງເບຕົງໃນອະນາຄົດ, ມີລວງຍາວທັງໝົດຂອງເສັ້ນ ທາງປະມານ 10 ກວ່າກິໂລ ແມັດ, ໃນນີ້ມີ ການສ້ອມແປງ-ກໍ່ສ້າງ ເສັ້ນທາງໃໝ່, ອັດໜ້າ, ປາດຮ່ອມ, ເຮັດທໍ່ລອດທາງ ລະບາຍນຳ້, ລວມມູນຄ່າກໍ່ສ້າງ ສ້ອມແປງທັງໝົດ 10 ຕື້ກວ່າ ກີບ.

ໂອກາດນີ້, ທ່ານເຈົ້າແຂວງ ສະຫວັນນະເຂດ ພ້ອມຄະນະ ກໍ່ໄດ້ລົງຢ້ຽມຢາມ ແລະສຳ ຫຼວດເບິ່ງເສັ້ນທາງພາຍໃນ ບ້ານຕ່າງໆທີ່ທ່ານ ເກຍ ອູ໊ສິດ ທິເດດ ເປັນຜູ້ປະກອບສ່ວນ ຊ່ວຍເຫຼືອ ພ້ອມທັງໄດ້ກ່າວສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ ທ່ານ ເກຍ ທີ່ໄດ້ເປັນກຳລັງສຳ ຄັນປະກອບສ່ວນເຂົ້າໃນການພັດທະນາພື້ນຖານໂຄງລ່າງ

ກໍ່ຄືພັດທະນາຊີວິດການເປັນຢູ່ ຂອງພໍ່ແມ່ປະຊາຊົນໃນຫຼາຍ ບ້ານຂອງເມືອງເຊໂປນໃຫ້ດີ ຂຶ້ນກວ່າເກົ່າ.

LEAVE A REPLY

Please enter your comment!
Please enter your name here