ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນແມ່ຍິງສາກົນຄົບຮອບ 115 ປີ ປະທານສວນພືກສາເປີດເຜີຍວ່າ ສວນພືກສາພວກເຮົາ ໄດ້ໃຫ້ຄວາມສໍາຄັນໃນການສົ່ງເສີມການຮຽນຮູ້ຂອງພະນັກງານຢູ່ຕະຫຼອດເວລາ ໂດຍສະເພາະພະນັກງານເພດຍິງ ໂດຍຍົກສູງຄວາມສະເໝີພາບຍິງຊາຍ ແລະ ຈະສົ່ງເສີມໃຫ້ກາຍເປັນໄກ ນໍາທຽວອະທິບາຍ ຄວາມຮູ້ກ່ຽວກັບຊົນເຜົາໃນປະເທດເຮົາ.
ທ່ານ ພູວົງ ພະມີສິດ ປະທານ ສວນພຶກສາ ໄດ້ໃຫ້ສໍາພາດຕໍ່ນັກຂ່າວວ່າ: ເພື່ອສົ່ງເສີມບົດບາດຍິງຊາຍໃຫ້ເທົ່າທຽມ ທັງເປັນການສົ່ງເສີມເຂົາເຈົ້າຮຽນໜັງສືໃຫ້ຫຼາຍຂຶ້ນ ເພື່ອໃຫ້ມີຄວາມຮູ້, ສົ່ງເສີມໃຫ້ເຂົາເຈົ້າຮູ້ຈັກທັກສະການເວົ້າ, ການສະແດງອອກ ໃນສວນພືກສາພວກເຮົາແມ່ນໄດ້ເຮັດໜ້າທີ່ການເມືອງທີ່ໜັກສົມຄວນ ໄດ້ອະທິບາຍເລື້ອຍໆ ບົດບາດຍິງຊາຍມີສິດເທົ່າທຽມກັນ, ພ້ອມດຽວກັນນັ້ນ ແມ່ຍິງແມ່ນມິສິດອອກຄໍາຄິດຄໍາເຫັນໄດ້ ມີສິດອະທິບາຍເຫດຜົນ ຕໍ່ບັນຫາຕ່າງໆ ໄດ້ເທົ່າທຽມກັບຜູ້ຊາຍ. ເຊິ່ງທາງສວນພືກສາໄດ້ ຈັດຫຼາກຫຼາຍກິດຈະກໍາຜ່ານມາ ໜຶ່ງໃນເວທີ່ສໍາຄັນແມ່ນ ການປະກວດ ນາງສາວເຜົ່າມົ້ງ ນະຄອນຫຼວງວຽງຈັນ ທີ່ສວນພືກສາໄດ້ຈັດທຸກປີຜ່ານມາ ເຮົາກໍນໍາເອົາບົດບາດຂອງຜູ້ຍິງ ໃນເວທີ່ດັ່ງກ່າວ ເພື່ອໃຫ້ເຂົາເຈົ້າກ້າສະແດງອອກ ບໍ່ວ່າຈະເປັນການນຸ່ງຖື, ວັດທະນະທໍາ ການສະແດງພ້ອນສະຫວັນຕ່າງໆ.
ທ່ານ ພູວົງ ພະມີສິດ ຍັງໄດ້ກ່າວວ່າ: ກິດຈະກໍາໃນວັນທີ 8 ມີນາ 2025 ເຊິ່ງເປັນວັນແມ່ຍິງສາກົນຄົບຮອບ 115 ປີ ທາງສວນພືກສາກໍກະກຽມຫຼາຍກິດຈະກໍາເປັນຕົ້ນແມ່ນ ກິດຈະກໍາຂອງນາງງາມໃນເວທີປະກວດນາງສາວເຜົ່າມົ້ງປະຈໍາປີ 2025 ໄດ້ມາເດີນແບບ, ການສະແດງ, ຈຸດຖ່າຍຮູບຮ່ວມກັບ ນາງງາມສໍາລັບແຂກທີ່ເຂົ້າມາທ່ອງທ່ຽວ,
ພ້ອມນັ້ນມີກິດຈະກໍາຟ້ອນງາມ, ປະດັບປະດາດອກໄມ້, ຈັດສັນສະຖານທີ່ໃຫ້ສວຍງາມ, ມີການກະກຽມອາຫານ ເປັນພິເສດກວ່າທຸກເທື່ອ ເຊິ່ງພະນັກງານໄດ້ຜ່ານການຝືກອົບຮົມ ໃນການບໍລິການ ແຂກທີ່ເຂົ້າມາທ່ຽວ ເຊິ່ງຈະເຮັດໃຫ້ລູກຄ້າປະທັບໃຈ.
ພ້ອມນັ້ນຈະໃຫ້ສິດທິແມ່ຍິງ ໂດຍຈະມີການຈົກສະຫຼາກແຈກລາງວັນໃຫ້ແມ່ຍິງທີ່ເຂົ້າມາທ່ຽວ, ກິດຈະກໍາທ່ອງທ່ຽວ. ສໍາລັບຈຸດແລນມາກ ທີ່ທາງສວນກະກຽມໄວ້ໃນສວນພຶກສາ ແມ່ນຈະມີຫຼາຍຈຸດ ບໍ່ວ່າຈະເປັນ ບ້ານຊົນເຜົ່າ, ທ່ຽວຊົມຫ້ອງວາງສະແດງ 50 ຊົນເຜົ່າ,
ທ່ຽວຊົມ ວັງພະຍານາກທີ່ສວນສົດງົດງາມ, ຈຸດວາງສະແດງຜະລິດຕະພັນຢາພື້ນເມືອງ, ຮ້ານອາຫານໃນແຕ່ລະໂຊນທີ່ໄດ້ຮັບການຕົກແຕ່ງໃໝ່ໃຫ້ມີສີສັນ, ພ້ອມນັ້ນຍັງມີນໍ້າຕົກຕາດ ທີ່ສວຍງາມ ແລະ ມີສວນສັດເພື່ອໃຫ້ນັກທ່ອງທ່ຽວໄດ້ມາ ທ່ຽວຊົມ.