ໃນວັນທີ 28 ກຸມພາ 2025 ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ໄດ້ມີພິທີໂຮມຊຸມນຸມ ປະກາດບັ້ນການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ເຂົ້າຮ່ວມມີທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມ, ຫົວໜ້າຄະນະຊີ້ນຳລະດັບຊາດ ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າຄອງ, ຮອງເຈົ້າຄອງ ນະຄອນຫລວງວຽງຈັນ, ເຈົ້າແຂວງ, ຮອງເຈົ້າແຂວງ, ຫົວໜ້າກົມ, ຮອງກົມ, ພ້ອມດ້ວຍຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ກ່າວວ່າ: ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ແມ່ນການສໍາຫລວດໜຶ່ງທີ່ມີຄວາມສໍາຄັນ ແລະ ຈໍາເປັນຕ້ອງໄດ້ຈັດຕັ້ງປະຕິບັດສໍາລັບບັນດາປະເທດ ທີ່ຢູ່ໃນພາກພື້ນ ແລະ ສາກົນໃນທຸກໆ 10 ປີ ພາຍໃຕ້ຂໍ້ ແນະນໍາຂອງໜ່ວຍງານສະຖິຕິຂອງອົງການສະຫະປະຊາຊາດ, ລັດຖະບານແຫ່ງ ສ ປປ ລາວ ກໍ່ໄດ້ດໍາ ເນີນການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ມາແລ້ວ 4 ຄັ້ງ ເລີ່ມແຕ່ປີ 1985 ເຖິງ ປີ 2015. ຕະຫລອດໄລຍະທີ່ຜ່ານມາຈາກຜົນການສໍາຫລວດຊີ້ໃຫ້ເຫັນວ່າ ພົນລະເມືອງລາວ ໄດ້ເພີ່ມຂຶ້ນຈາກ 3,5 ລ້ານຄົນ ປີ 1985, ມາເປັນ 4,5 ລ້ານຄົນ ໃນປີ 1995, 5,5 ລ້ານຄົນ ໃນປີ 2005 ແລະ ຈາກການສໍາຫລວດຄັ້ງ ທີ IV ຫລ້າສຸດ ໃນປີ 2015 ພົນລະເມືອງລາວ ມີ 6,4 ລ້ານຄົ້ນ ແລະ ຄາດຄະເນວ່າ ໃນ ປີ 2025 ພົນລະເມືອງລາວ ຈະມີປະມານ 7,8 ລ້ານຄົນ, ໃນປີ 2035 ຈະມີປະມານ 8,9 ລ້ານຄົນ ແລະ ປີ 2045 ສປປ ລາວ ຈະມີປະຊາກອນ 9,9 ລ້ານຄົນ.
ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ 5 ແມ່ນມີຄວາມສໍາຄັນທີ່ສຸດ ເພາະເປັນແຫລ່ງມີຂໍ້ມູນ ສະຖິຕິ ເພື່ອຢືນຢັນການບັນລຸເປົ້າໝາຍດັ່ງກ່າວ ແລະ ມັນມີຄວາມຈໍາເປັນທີ່ສຸດ ທີ່ພວກເຮົາຈະຕ້ອງໄດ້ສຶກສາ ແລະ ເຂົ້າໃຈ ເຖິງບັນຫາການປ່ຽນແປງຂອງພົນລະເມືອງລາວ ໃນປັດຈຸບັນ ກໍຄື ອະນາຄົດ ເພາະມັນພົວພັນເຊິ່ງກັນ ແລະ ກັນຢ່າງສະນິດແໜ້ນກັບຄຸນລັກສະນະຂອງພົນລະເມືອງ ເຊັ່ນ: ອັດຕາການຕາຍ, ການຈະເລີນພັນ, ການມີວຽກດຮັດງານທໍາ, ການໂຍກຍ້າຍ, ການເຂົ້າເຖິງການບໍລິການດ້ານການສຶກສາ ແລະ ສາທາລະນະສຸກ, ຄຸນນະພາບຂອງທີ່ຢູ່ອາໃສ. ເງື່ອນໄຂເຫລົ່ານັ້ນ ລ້ວນແຕ່ເປັນປັດໄຈ ອັນສໍາຄັນທີ່ສົ່ງຜົນຕໍ່ການ ປ່ຽນແປງໂຄງປະກອບຂອງພົນລະເມືອງ, ຕໍ່ການຂະຫຍາຍກາລະໂອກາດ ໃຫ້ແກ່ການແກ້ໄຂຄວາມທຸກຍາກ, ສ້າງຄວາມສົມດຸນ ຂອງຕະຫລາດແຮງງານ, ການພັດທະນາຊັບພະຍາກອນມະນຸດ ແລະ ການພັດທະນານະວັດຕະກຳເຕັກໂນໂລຊີ, ຄວາມໜາແໜ້ນຂອງພົນລະເມືອງ ທີ່ເພີ່ມຂຶ້ນກໍບົ່ງບອກເຖິງຄວາມສໍາຄັນ ຂອງການ ພັດທະນາຕົວເມືອງ ແລະ ສ້າງເງື່ອນໄຂການສະໜອງການບໍລິການໂຄງລ່າງພື້ນຖານ ຂອງລັດຖະບານ ໄດ້ຢ່າງ ມີປະສິດທິຜົນ.
ທ່ານ ກິແກ້ວ ໄຂຄຳພິທູນ ຍັງໄດ້ຮຽກຮ້ອງ ໃຫ້ປະຊາຊົນລາວບັນດາເຜົ່າ ທັງຢູ່ພາຍໃນ ແລະ ເຄື່ອນໄຫວຢູ່ຕ່າງປະເທດ ຕະຫລອດ ຮອດພະນັກງານລັດຖະກອນ, ທະຫານ-ຕຳຫລວດ ແລະ ພໍ່ຄ້າຊາວຂາຍ, ຊາວຕ່າງດ້າວ ແລະ ຊາວຕ່າງປະເທດທີ່ອາໃສຢູ່ ສປປ ລາວ ໃນຊ່ວງການດໍາເນີນການສໍາຫລວດຈົ່ງໃຫ້ການສະໜັບສະໜູນ, ໃຫ້ການຮ່ວມມືຢ່າງຈິງໃຈ ແລະ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການສໍາຫລວດໃນຄັ້ງນີ້. ພ້ອມນີ້ກໍສະເໜີ ໃຫ້ບັນດາທ່ານຄະນະຊີ້ນໍາ ຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ ແລະ ອໍານາດການປົກຄອງທຸກຂັ້ນຈຶ່ງເອົາໃຈໃສ່ ໃນການ ຊີ້ນໍາ-ນໍາພາ, ໃຫ້ຄວາມສະດວກ ແລະ ປະສານສົມທົບ ຢ່າງໃກ້ສິດກັບກອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອໃຫ້ການຮ່ວມມື ແລະ ສ້າງເງື່ອນໄຂ ທີ່ເອື້ອອໍານວຍ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນບັ້ນດໍາເນີນການສໍາຫລວດ ໃນຄັ້ງນີ້ ໃຫ້ປະສົບຜົນສໍາເລັດ ຕາມລະດັບຄາດໝາຍ ແລະ ຮັບປະກັນໃຫ້ ໄດ້ຄວາມສະຫງົບ ຄວາມປອດໄພ 100% ຕະຫລອດໄລຍະ ການດໍາເນີນການສໍາຫລວດ ໃນ ປີ 2025.