ຢຶດຖືອາຊີບປູກກາເຟ ເປັນສິນຄ້າພາຄອບຄົວພົ້ນທຸກ

0
39

ປັດຈຸບັນອາຊີບປູກຝັງ-ລ້ຽງສັດ ເປັນອາຊີບທີ່ສ້າງລາຍ ຮັບໄດ້ ແກ່ຄອບຄົວໄດ້ຫຼາຍສົມຄວນ ໂດຍສະເພາະຜູ້ທີ່ມີເງື່ອນໄຂ ໄດ້ຫັນມາ ປູກຝັງ-ລ້ຽງສັດ ເພື່ອສ້າງເສດຖະກິດໃຫ້ແກ່ຄອບຄົວ ເຊິ່ງບາງຄອບ ຄົວກໍເຮັດເປັນອາຊີບເສີມ ແລະ ບາງຄອບຄົວກໍຢືດຖືເປັນອາຊີບຫຼັກກາຍເປັນຄອບຄົວຕົວແບບຂອງເມືອງ ເໝືອນດັ່ງຄອບຄົວ ທ່ານ ໄຊພອນ ແສງອໍາໄພ ອາຍຸ 33 ປີ ບ້ານດາກມັນ ເມືອງດາກຈຶງ ແຂວງເຊກອງ ທີ່ຢຶດ ຖືອາຊີບການປູກກາເຟເປັນສິນຄ້າ ເຮັດໃຫ້ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ, ຊີວິດການເປັນຢູ່ດີຂຶ້ນ ແລະ ກາຍເປັນຄອບຄົວຕົວແບບການປູກກາເຟເປັນສິນຄ້າສົ່ງອອກແບບຍືນຍົງຂອງເມືອງດາກຈຶງ.

ไม่มีคำอธิบายรูปภาพ

ທ່ານ ໄຊພອນ ແສງອໍາໄພ ໄດ້ກ່າວເຖິງຜົນສໍາເລັດການປູກ ກາເຟເປັນສິນຄ້າ ໃນໂອກາດຂຶ້ນປະກອບຄໍາເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນອົງ ຄະນະພັກເມືອງດາກຈຶງ ເມື່ອບໍ່ດົນມານີ້ວ່າ: ກ່ອນໜ້ານີ້ກໍຄື ປີ 2017 ຄອບຄົວຕົນເອງ ແມ່ນຄອບຄົວໜຶ່ງທີ່ທຸກຍາກ ມີອາຊີບຖາງປ່າເຮັດໄຮ່ປູກເຂົ້າ, ປູກກາເຟ ແລະ ລ້ຽງສັດ ແຕ່ເຮັດແບບປະຖົມປະຖານອາໄສທໍາມະຊາດເປັນສ່ວນໃຫຍ່, ຜົນຜະລິດບາງປີກໍໄດ້ຫຼາຍ ແລະ ບາງປີກໍບໍ່ຫຼາຍ, ເຂົ້າກິນບາງປີກໍ່ກຸ້ມກິນ ແລະ ບາງປີກໍບໍ່ກຸ້ມກິນ, ຊີວິດການເປັນຢູ່ຂອງຄອບຄົວໃນຕອນນັ້ນພົບຄວາມຫຍຸ້ງຍາກຫຼາຍດ້ານ.

ເມື່ອເປັນຄືແນວນັ້ນ, ຈຶ່ງໄດ້ປຶກສາຫາລືກັບຄອບຄົວ ເພື່ອຫາແນວທາງພັດທະນາ ຊີວິດການເປັນຢູ່ ຂອງຄອບຄົວໃຫ້ດີຂຶ້ນ ແລະ ຕັດສິນໃຈເລືອກເອົາການ ປູກກາເຟກາຕີມໍເປັນສິນຄ້າ ເຊິ່ງເປັນກາເຟທີ່ປູກງ່າຍ, ບົວລະບັດຮັກສາງ່າຍ, ທົນແດດ-ທົນຝົນ ແລະ ເໝາະແກ່ອາກາດໜາວ.

ມາຮອດປີ 2020 ໄດ້ເລີ່ມລົງມືປູກໃນເນື້ອທີ່ 4,3 ເຮັກຕາ ໂດຍໄດ້ຮັບທຶນສະໜັບສະໜູນຈາກໂຄງການອີ່ພັດ ແລະ ໂຄງການແຄ. ໃນໄລຍະ 3 ປີທໍາອິດ ທີ່ກາເຟບໍ່ທັນໄດ້ຮັບຜົນຜະລິດ, ຕົນເອງ ແລະ ຄອບຄົວ ກໍໄດ້ບຸກເບີກເນື້ອທີ່ເຮັດນາປູກ ເຂົ້າ 0,4 ເຮັກຕາ ພ້ອມທັງລ້ຽງສັດປະເພດງົວ, ແບ້, ໝູ ແລະ ຮັບເຮັດວຽກ ກໍ່ສ້າງ (ເຮັດເຮືອນ) ໃຫ້ປະຊາຊົນພາຍໃນບ້ານ ແລະ ບ້ານໃກ້ຄຽງ ເພື່ອຫາ ລ້ຽງຄອບຄົວ.

ມາຮອດປີ 2023-2024 ກາເຟໃຫ້ໝາກ, ເກັບກູ້ ແລະ ຂາຍ ໝາກກາເຟ (ໝາກແດງ) ສະເລ່ຍ 10 ໂຕນ/ປີ ສາມາດສ້າງລາຍຮັບ 100 ລ້ານກວ່າກີບ/ປີ.

ສະນັ້ນ, ຈຶ່ງສາມາດເວົ້າໄດ້ວ່າ ນັບແຕ່ຄອບຄົວຕົນເອງ ໄດ້ຫັນມາສຸມໃສ່ການປູກກາເຟເປັນສິນຄ້າ ເຮັດໃຫ້ຊີວິດການ ເປັນຢູ່ຂອງຄອບຄົວນັບມື້ດີຂຶ້ນເປັນກ້າວໆມາ.

LEAVE A REPLY

Please enter your comment!
Please enter your name here