ຫວ້ານດອກທອງ ປູກເສີມບາລະມີ ທັງເປັນຕົ້ນໄມ້ປະດັບ

0
66

ຫວ້ານດອກທອງ ເປັນ ຫວ້ານທີ່ຫຼາຍຄົນຊອກຫາ ເພື່ອໄປປະສົມກັບຜົງວິເສດ ປະກອບເຂົ້າໃນການເຮັດວັດຖຸມົງຄຸນຕ່າງໆ, ບາງຄົນກໍເຊື່ອວ່າເອົາຕົ້ນໄປປູກໄວ້ຮ້ານຄ້າຂາຍ ເພື່ອເອີ້ນລູກຄ້າເຂົ້າຮ້ານ ເພື່ອດຶງດູດເພດກົງກັນຂ້າມໃຫ້ມາຮັກມາແພງ, ເສີມບາລະມີ ຫຼື ບາງຄົນເອີ້ນອີກຊື່ວ່າ: ຫວ້ານມະຫາສະເໜ່ ແຕ່ປັດຈຸບັນ ຫວ້ານດັ່ງກ່າວໄດ້ກາຍເປັນຕົ້ນໄມ້ປູກເພື່ອປະດັບປະດາ ແລະ ຫວ້ານແຕ່ລະຊະນິດກໍຈະມີໂຕຜູ້ ແລະ ໂຕແມ່.

ไม่มีคำอธิบายรูปภาพ

ລັກສະນະຂອງຫວ້ານ: ເປັນພືດລົ້ມລຸກຈະມີຫົວຄ້າຍຄືຂີງ ຕົ້ນຄືກັບຕົ້ນຂີ້ໝິ້ນ, ເປັນໃບລ້ຽງດ່ຽວ, ມີດອກສີຂາວ ມີເກສອນທາງກາງເປັນສີເຫຼືອງ ຄ້າຍຄືດອກກະຈຽວ, ມີກິ່ນຫອມເຢັນ ເວລາອອກດອກກິ່ນຂອງໂຕແມ່ ຈະມີກິ່ນຫອມກວ່າຫວ້ານໂຕຜູ້ ແລະ ຈະອອກດອກລະ ຫວ່າງໄລຍະລະດູຮ້ອນຕໍ່ໃສ່ຕົ້ນລະດູຝົນຂອງທຸກໆປີ.

■ ວິທີປູກ: ສາມາດປູກໃສ່ຄຸ, ຖັງ ຫຼື ດິນໄດ້ເລີຍ ເຊິ່ງຖ້າປູກໃສ່ຖັງ ໃຫ້ເອົາດິນຜຸຜຸ່ຍປະສົມກັບຝຸ່ນຄອກ ຫຼື ແກບດຳປະສົມກັບແກບຂາວ, ຈາກນັ້ນຄົນດິນໃຫ້ເຂົ້າກັນ ແລ້ວຫົດນໍ້າໃຫ້ຊຸ່ມ ແລ້ວໃຊ້ຊ້ວນນ້ອຍຂຸດເປັນຂຸມເພື່ອຫວ່ານຫົວຫວ້ານລົງໄປປູກ ພ້ອມເອົາດິນປົກເທິງໃຫ້ຫວ້ານມີ ຄວາມເລິກປະມານ 1 ຂໍ້ມື, ຈາກນັ້ນກໍຫົດນໍ້າເຊົ້າ – ແລງ.

ຂໍ້ມູນ: saimherbal

LEAVE A REPLY

Please enter your comment!
Please enter your name here