ສິ່ງຄວນຮູ້ກ່ອນຈະລ້ຽງເຜິ້ງໂກນ

0
73

ນໍ້າເຜິ້ງ ເປັນສິ່ງໜຶ່ງທີ່ມີສັບພະຄຸນຫຼາຍຢ່າງ ແລະ ເປັນທີ່ຕ້ອງການຂອງຕະຫຼາດ ໂດຍສະເພາະຖ້າແມ່ນນໍ້າເຜິ້ງທຳມະຊາດ ຍິ່ງມີຄົນຕ້ອງການຫຼາຍ, ດັ່ງນັ້ນຫຼາຍຄົນຈຶ່ງຫັນມາລ້ຽງເຜິ້ງແບບທຳມະຊາດ ຫຼື ແບບສ້າງຮັງໃຫ້ມັນ ເຊິ່ງກ່ອນຈະລ້ຽງເຜິ້ງ ຜູ້ລ້ຽງຕ້ອງສຶກສານິດໄສ ແລະ ພຶດຕິກຳຂອງເຜິ້ງໃຫ້ດີກ່ອນ. ທີ່ສຳຄັນຂອງການລ້ຽງເຜິ້ງ ອີກຢ່າງໜຶ່ງແມ່ນການຈັດການເບິ່ງແຍງ ແລະ ການຈັດການຮັງເຜິ້ງ ໂດຍສະເພາະຖ້າຈະລ້ຽງເຜິ້ງໂກນ ຄວນຮູ້ດັ່ງນີ້:

ไม่มีคำอธิบายรูปภาพ

■ ການຄັດເລືອກສະຖານທີ່ ຫຼື ສະພາບແວດລ້ອມ ທີ່ຈະຕັ້ງຮັງເຜິ້ງຄວນມີລັກສະນະ ດັ່ງນີ້:

1). ຕ້ອງມີນໍ້າສະອາດ ແລະ ອາຫານທຳມະຊາດທີ່ພຽງພໍ, ຕ້ອງຢູ່ໃກ້ແຫຼ່ງນໍ້າ ຄວນແຍກຕົວຮັບເຜິ້ງເປັນກຸ່ມ ກຸ່ມລະປະມານ 30 – 50 ຮັງ, ສະຖານທີ່ລ້ຽງຄວນຢູ່ໃກ້ປ່າທີ່ມີຕົ້ນໄມ້ອອກດອກຫຼາຍໆ, ໃກ້ສວນໝາກໄມ້, ສວນດອກໄມ້ໃຫຍ່ໆ.

2). ທີ່ຕັ້ງຮັງເຜິ້ງ ຕ້ອງຢູ່ໃນທີ່ຮົ່ມເຢັນ ຫຼື ກ້ອງຕົ້ນໄມ້ທີ່ມີລົມພັດ.

3). ຫ່າງຈາກແຫຼ່ງຊຸມຊົນ ເພື່ອປ້ອງກັນບໍ່ໃຫ້ເຜິ້ງໄປສ້າງຄວາມເດືອດຮ້ອນໃຫ້ຄົນອື່ນ.

4). ສະຖານທີ່ທີ່ບໍ່ຄວນຕັ້ງຮັງເຜິ້ງ ແມ່ນສະຖານທີ່ແຫ້ງແລ້ງ ເຊັ່ນ: ທົ່ງນາ, ບໍລິເວນມີແສງໄຟໃນເວລາກາງຄືນ ເພາະເຜິ້ງຈະບິນມາຫຼິ້ນແສງດອກໄຟ ແລະ ຈະເຮັດໃຫ້ເຜິ້ງຕາຍໄດ້.

+ ແຫຼ່ງອາຫານ: ຜູ້ລ້ຽງເຜິ້ງ ຈະຕ້ອງຮູ້ວ່າແຫຼ່ງອາຫານຂອງເຜິ້ງ ທີ່ສຳຄັນໃນການດຳລົງຊີວິດຂອງເຜິ້ງ ໄດ້ແກ່:

1). ເກສອນດອກໄມ້ ເຊິ່ງເຜິ້ງຈະໄປເກັບເກສອນດອກໄມ້ຕ່າງໆ ເຊັ່ນ: ໝາກພ້າວ, ລໍາໄຍ, ພືດຕະກູນຕົ້ນປາມ, ດອກງິ້ວ, ສວນເງາະ, ສວນສາລີ ແລະ ດອກໄມ້ທີ່ມີເກສອນຫວານ ເພາະຈະເປັນອາຫານໂປຕິນ, ແຮ່ທາດ, ວິຕາມິນຂອງເຜິ້ງໄດ້ດີ.

2). ນໍ້າຫວານ ເຜິ້ງຈະເກັບນໍ້າຫວານຈາກຕ່ອມນໍ້າຫວານຂອງພືດຊະນິດຕ່າງໆມາບົ່ມເປັນນໍ້າເຜິ້ງ ເຊິ່ງຈະເປັນສານຄາໂບໄຮເດຣດທີ່ໃຫ້ພະລັງງານແກ່ເຜິ້ງ.

อาจเป็นรูปภาพของ ผึ้ง และ ข้อความ

ນອກຈາກນີ້, ຜູ້ລ້ຽງເຜິ້ງ ຄວນຈັດນໍ້າສະອາດໃຫ້ເຜິ້ງໄວ້ກິນ ຖ້າໃນບໍລິເວນໃກ້ຄຽງບໍ່ມີແຫຼ່ງນໍ້າທຳມະຊາດໃຫ້ເຜິ້ງສາມາດກິນໄດ້ຕະຫຼອດເວລາ, ເປັນເລື່ອງທີ່ຈຳເປັນ ເພາະເຜິ້ງຈະນຳນໍ້າໄປເຈືອຈາງນໍ້າເຜິ້ງ ສຳລັບໄປລ້ຽງໂຕອ່ອນ ແລະ ຊ່ວຍໃນການລະລາຍຄວາມຮ້ອນພາຍໃນຮັງເຜິ້ງ ລວມທັງຮັກສາຄວາມສົມດຸນ ແລະ ຄວາມຊຸ່ມພາຍໃນຮັງໃນການຊ່ວຍໃຫ້ໄຂ່ຟັກອອກເປັນຕົວດ້ວງ ເຜິ້ງຈະມັກນໍ້າອຸ່ນເລັກໜ້ອຍ ການຈັດນໍ້າສະອາດໃຫ້ເຜິ້ງ ໂດຍການໃສ່ນໍ້າສະອາດລົງໄປໃນພາຊະນະແລ້ວໃສ່ກ້ອນຫີນຕາມ ຄວາມເໝາະສົມ ເພື່ອໃຊ້ເປັນບ່ອນຈັບຂອງເຜິ້ງຂະນະກິນນໍ້າ ແຕ່ຕ້ອງຄອຍຕື່ມນໍ້າເລື້ອຍໆ ຢ່າໃຫ້ນໍ້າຂາດ ໂດຍສະເພາະແມ່ນໃນໄລຍະລະດູຮ້ອນ.

+ ການໃຫ້ນໍ້າຫວານແກ່ເຜິ້ງ:

ไม่มีคำอธิบายรูปภาพ

1). ໃນກໍລະນີນໍາເຜິ້ງມາຈາກບ່ອນອື່ນ ການນຳເຜິ້ງໄປລ້ຽງບ່ອນເຮົາກຽມໄວ້ເປັນການບັງຄັບສະຖານທີ່ຢູ່ຂອງເຜິ້ງ ເພາະນຳໃສ່ຫີບໄປຕັ້ງໄວ້ສະຖານທີ່ໃໝ່ ຫາກສະຖານທີ່ນັ້ນມີການລ້ຽງເຜິ້ງແດ່ແລ້ວ ເຮົາຄວນນຳຫີບເຜິ້ງໄປວາງໃຫ້ຫ່າງຈາກຫີບທີ່ລ້ຽງຢູ່ແລ້ວ ເພາະເມື່ອເປີດທາງອອກແລ້ວ ເຜິ້ງຈະບິນອອກບິນເຂົ້າຊັບສົນກັນ ແລະ ເຮັດໃຫ້ເຂົ້າຜິດຮັງ ແລະ ຈະກັດກັນຕາຍ ຫຼື ບາງເທື່ອກໍຈະເຮັດໃຫ້ເຜິ້ງໜີຮັງໄດ້.

ไม่มีคำอธิบายรูปภาพ

■ ໃນກໍລະນີແຫຼ່ງອາຫານໃນທຳມະຊາດບໍ່ພຽງພໍ: ຄວນໃຫ້ນໍ້າຫວານຊ່ວຍ ໂດຍຕື່ມນໍ້າຕານປະສົມກັບນໍ້າສະອາດໃນອັດຕາສ່ວນ 1:1 ໂດຍນຳໄປຄ້າງໄຟແລ້ວປະໄວ້ໃຫ້ເຢັນ ແລ້ວນຳນໍ້າເຊື່ອມທີ່ເຂັ້ມຂຸ້ນໃສ່ພາຊະນະພລາສ ຕິກ ຫຼື ເຮັດແບບເອົາຖ້ວຍຄວໍ້າໃສ່ຈານ ເຮັດວິທີໃດກໍໄດ້ໃຫ້ນໍ້າເຊື່ອມຄ່ອຍໆໄຫຼຊຶມອອກມາເທື່ອລະໜ້ອຍ.

ຂໍ້ມູນ: agriman.doae

LEAVE A REPLY

Please enter your comment!
Please enter your name here