ຫວຽດນາມ ຕັ້ງເປົ້າສູ້ຊົນພັດທະນາເສດຖະກິດໃຫ້ຂະຫຍາຍຕົວໃນລະດັບ 8%

0
54

ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ຊີ້ແຈ້ງ ບັນດາເປົ້າໝາຍພັດທະນາທີ່ ຫວຽດນາມ ວາງອອກໃນໄລຍະທີ່ຈະມາເຖິງແມ່ນ ການເຕີບໂຕ 8% ຂຶ້ນໄປໃນປີ 2025 ແລະ ເຕີບໂຕ 2 ຕົວເລກໃນຊຸມປີຕໍ່ໄປ; ມຸ່ງໂປເຖິງ 2 ເປົ້າໝາຍຍຸດທະສາດ 100 ປີ; ສູ້ຊົນຮອດປີ 2030 ຫວຽດນາມ ແມ່ນປະເທດພວມພັດທະນາ, ມີອຸດສາຫະກຳທັນສະໄໝ, ລາຍຮັບປານກາງສູງ, ຮອດປີ 2045 ກາຍເປັນປະເທດພັດທະນາ, ລາຍຮັບສູງ.

อาจเป็นรูปภาพของ แสงอาทิตย์ลับขอบฟ้า และ ตึกระฟ้า

ທ່ານນາຍົກລັດຖະມົນຕີ ເນັ້ນວ່າ: ນີ້ແມ່ນຈຸດເວລາທີ່ທົ່ວປະເທດເພີ່ມລະດັບຄວາມໄວ, ບືນຕົວຂຶ້ນ, ໝູນໃຊ້ທຸກໂອກາດເພື່ອນຳປະເທດຊາດ “ກ້າວໄປໄວ, ແຮງ, ໄກ, ບືນຕົວສູງ” ກ່ວາອີກບົນເສັ້ນທາງພັດທະນາ.

ຖ້າຢາກໃຫ້ທົ່ວປະເທດເຕີບໂຕກວ່າ 8%, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນກໍ່ຕ້ອງເຕີບໂຕກວ່າ 8%. ໄປຄຽງຄູ່ກັບການເຕີບໂຕໄວ ແຕ່ຍັງຕ້ອງມີຄວາມຍືນຍົງ, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຮັບປະກັນຊີວິດສັງຄົມ, ຄວາມຍຸດຕິທຳ ຄວາມກ້າວໜ້າສັງຄົມ, ບໍ່ໃຫ້ໃຜຖືກປະໄວ້ຢູ່ເບື້ອງຫຼັງ ແລະ ຕ້ອງຮັບປະກັນສິ່ງແວດລ້ອມ.

ທ່ານນາຍົກລັດຖະມົນຕີໄດ້ຊີ້ໃຫ້ເຫັນບັນດາໜ້າທີ່, ມາດຕະການຈຸດສຸມຕ້ອງຜັນຂະຫຍາຍໃນທັນທີ ໃນເດືອນກຸມພາ ແລະ ໄຕມາດທີ 1, ລວມມີ ສູ້ຊົນລະດັບການເຕີບໂຕ GDP ບັນລຸ 8% ຂຶ້ນໄປ;  GDP ສະເລ່ຍຕໍ່ຫົວຄົນກວ່າ 5.000 ໂດລາສະຫະລັດ; ສືບຕໍ່ສ້າງລະບອບລະບຽບການໃຫ້ສົມບູນແບບ; ຮັບປະກັນກົງຈັກການຈັດຕັ້ງກະທັດຮັດ, ມີປະສິດທິພາບ, ປະສິດທິຜົນ; ຍູ້ແຮງການປະຕິຮູບບໍລິຫານ, ການເຫັນເປັນດີຈີຕອນ; ສຸມໃສ່ເຮັດໃໝ່ບັນດາກຳລັງໜູນເຕີບໂຕແບບເກົ່າ ແລະ ຊຸກຍູ້ບັນດາກຳລັງເຕີບໂຕໃໝ່; ຍູ້ແຮງການປ່ອຍເງິນລົງທຶນພາກລັດ; ຍູ້ແຮງການປ້ອງກັນຕ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້, ການຟູມເຟືອຍ; ເພີ່ມທະວີການພົວພັນຕ່າງປະເທດ, ເຊື່ອມຕົວເຂົ້າກັບສາກົນ.

LEAVE A REPLY

Please enter your comment!
Please enter your name here