ວິກິດໜີ້ທົ່ວໂລກ ເພີ່ມຂຶ້ນສູງສຸດຈຸລະດັບ 318.000 ຕື້ໂດລາ

0
62

ສະຖາບັນການເງິນສາກົນ ລາຍງານວ່າ: ໜີ້ທົ່ວໂລກເພີ່ມຂຶ້ນສູ່ລະດັບ 318.000 ຕື້ໂດລາ ໂດຍທີ່ຕະຫຼາດເກີດໃໝ່ມີອັດຕາສ່ວນ65% ແລະຄາດວ່າປີນີ້ ຈະເພີ່ມຂຶ້ນອີກ5ພັນຕື້ໂດລາ.

ສຳນັກຂ່າວຕ່າງປະເທດລາຍງານວ່າ: ສະຖາບັນການເງິນສາກົນ (Institute of International Finance) ຫລື IIF ໄດ້ເປີດເຜີຍບົດລາຍງານວ່າໃນປີ 2024 ອັດຕາສ່ວນໜີ້ຕໍ່ລວມຍອດຜະລິດຕະພັນພາຍໃນປະເທດ ຫຼື ຈີດີພີ ໂດຍມູນຄ່າໜີ້ທົ່ວໂລກຫຼາຍເຖິງ318.00ຕື້ໂດລາສະຫະລັດ ທ່າມກາງທີ່ເສດຖະກິດໂລກຂະຫຍາຍຕົວຊ້າລົງ.

อาจเป็นรูปภาพของ ‎เงิน, หน้าจอ, ไพ่, สำนักงาน และ ‎ข้อความพูดว่า "‎ت TIF INTERNATIONAL INSTITUTE OF ONAL FINANC FINANCE‎"‎‎

ເຖິງວ່າການເພີ່ມຂຶ້ນຂອງໜີ້ສາທາລະນະທົ່ວໂລກ 7ພັນຕື້ໂດລາໃນປີ 2024 ໜ້ອຍກວ່າເຄິ່ງໜຶ່ງຂອງການເພີ່ມຂຶ້ນໃນປີ2023 ເຊິ່ງໃນຕອນນັ້ນມີການຄາດການວ່າທະນາຄານກາງສະຫະລັດ ຫລືເຟດ  ຈະຫຼຸດອັດຕາດອກເບ້ຍ ເຊິ່ງແມ່ນປັດໄຈກະຕຸ້ນໃຫ້ມີການກູ້ຢືມເງິນຫຼາຍຂຶ້ນ.

ນອກນີ້ IIF ຍັງເຕືອນວ່າກຸ່ມນັກລົງທຶນໃນຕະຫຼາດພັນທະບັດ ທີ່ອາດເທຂາຍພັນທະບັດລັດຖະບານ ຫາກເຫັນວ່າລັດຖະບານດຳເນີນນະໂຍບາຍທີ່ບໍ່ຮອບຄອບ ເຊິ່ງຈະສົ່ງຜົນໃຫ້ລາຄາພັດທະບັດຫຼຸດລົງ ແລະ ອັດຕາຜົນຕອບແທນພັນທະບັດທີ່ສູງຂຶ້ນ ເຊິ່ງອາດເຮັດໃຫ້ຕົ້ນທຶນການກູ້ຢືມຂອງລັດຖະບານເພີ່ມຂຶ້ນ.

LEAVE A REPLY

Please enter your comment!
Please enter your name here